ປິດການຝຶກຊ້ອມທະຫານເຮືອຫຼາຍຝ່າຍ MILAN 2026
ກປ.ອອນໄລ - ຕອນບ່າຍວັນທີ 25 ກຸມພາ, ພິທີປິດການຝຶກຊ້ອມທະຫານເຮືອຫຼາຍຝ່າຍ MILAN ປີ 2026 ໄດ້ຈັດຂຶ້ນໃນກໍາປັ່ນບັນທຸກເຮືອບິນ INS Vikrant ຂອງປະເທດເຈົ້າພາບອິນເດຍ, ພາຍໃຕ້ການເປັນປະທານຂອງທ່ານພົນຈັດຕະວາ Alok Ananda ຜູ້ບັນຊາການກອງເຮືອພາກຕາເວັນອອກ, ທະຫານເຮືອອິນເດຍ. ທ່ານພັນເອກພິເສດ ເລດິ່ງງີ ຮອງຫົວໜ້າເສນາທິການທະຫານເຮືອເຂດ 2, ຫົວໜ້າຄະນະປະຕິບັດງານທະຫານເຮືອປະຊາຊົນຫວຽດນາມ ເຂົ້າຮ່ວມພິທີປິດ.
    |
 |
|
ທ່ານພົນຈັດຕະວາ Alok Ananda ກ່າວຄໍາເຫັນປິດການຝຶກຊ້ອມ MILAN 2026. ພາບ: qdnd.vn |
ດ້ວຍຫົວຂໍ້ “ນໍ້າໃຈເພື່ອນມິດ, ຮ່ວມມື, ປະສານສົມທົບ”, ການຝຶກຊ້ອມ MILAN 2026 ມີການເຂົ້າຮ່ວມຂອງ 74 ປະເທດ, 16 ປະເທດສົ່ງກໍາປັ່ນເຂົ້າຮ່ວມ. ທະຫານເຮືອປະຊາຊົນຫວຽດນາມ ສົ່ງກໍາປັ່ນ 17 ຂຶ້ນກັບກອງພົນນ້ອຍ 171, ທະຫານເຮືອເຂດ 2 ເຂົ້າຮ່ວມບັນດາການເຄື່ອນໄຫວທີ່ບໍ່ກ່ຽວຂ້ອງເຖິງການສູ້ຮົບໃນຂອບເຂດການຝຶກຊ້ອມ.
    |
 |
|
ຜູ້ແທນເຂົ້າຮ່ວມພິທີປິດ. ພາບ: qdnd.vn |
ໃນວິວັດການຝຶກຊ້ອມ, ທະຫານເຮືອບັນດາປະເທດ ໄດ້ປະສານສົມທົບຢ່າງແໜ້ນແຟ້ນ, ປະຕິບັດຖືກຕາມແຜນການທີ່ວາງອອກ, ປະຕິບັດສໍາເລັດບັນດາເນື້ອໃນຝຶກຊ້ອມ, ຮັບປະກັນຄວາມປອດໄພຢ່າງເດັດຂາດ.
    |
 |
|
ຜູ້ຕາງໜ້າທະຫານເຮືອບັນດາປະເທດທີ່ພິທີປິດການຝຶກຊ້ອມ MILAN 2026. ພາບ: qdnd.vn |
ກ່າວຄໍາເຫັນທີ່ພິທີປິດ, ທ່ານພົນຈັດຕະວາ Alok Ananda ຂອບໃຈບັນດາປະເທດທີ່ໄດ້ສົ່ງກໍາປັ່ນ ແລະກໍາລັງເຂົ້າຮ່ວມການຝຶກຊ້ອມ ແລະຫວັງວ່າ ທະຫານເຮືອບັນດາປະເທດ ຈະສືບຕໍ່ສະໜັບສະໜູນ ແລະເຂົ້າຮ່ວມການຝຶກຊ້ອມ MILAN ໃນຄັ້ງຕໍ່ໆໄປ. ຜູ້ບັນຊາການກອງເຮືອພາກຕາເວັນອອກ, ທະຫານເຮືອອິນເດຍ ເນັ້ນໜັກວ່ານີ້ແມ່ນການຝຶກຊ້ອມທີ່ມີຂອບຂະໜາດໃຫຍ່ທີ່ສຸດນັບແຕ່ກ່ອນມາຮອດປັດຈຸບັນ, ພ້ອມທັງຢັ້ງຢືນວ່າ ການຝຶກຊ້ອມແມ່ນໂອກາດດີເພື່ອໃຫ້ທະຫານເຮືອບັນດາປະເທດແບ່ງປັນ, ຖອດຖອນບົດຮຽນ, ເພີ່ມທະວີການພົວພັນມິດຕະພາບ, ຄວາມເຂົ້າໃຈເຊິ່ງກັນ ແລະກັນ, ປະກອບສ່ວນຊຸກຍູ້ການຮ່ວມມືໃນການແກ້ໄຂບັນດາບັນຫາທີ່ກ່ຽວຂ້ອງເຖິງຄວາມໝັ້ນຄົງໃນການເດີນທະເລໃນໂລກ.
ໂດຍ: ໄຊຊະນະ