ກ່າວຄຳເຫັນທີ່ພິທີ, ທ່ານພົນໂທ ຫງວຽນເຈື່ອງຖັງ ເນັ້ນໜັກວ່າ, ນີ້ແມ່ນໂອກາດເພື່ອໃຫ້ປະຊາຊົນ ລັດເຊຍ ທຸກຄົນອາໄລຫາ ແລະຮູ້ບຸນຄຸນເຖິງພະນັກງານ, ນັກຮົບລຸ້ນຕ່າງໆທີ່ໄດ້ຕໍ່ສູ້ຢ່າງພິລະອາດຫານ, ປະກອບສ່ວນສຳຄັນເຂົ້າໃນໄຊຊະນະອັນສະຫງ່າລາສີໃນສົງຄາມປ້ອງກັນປິຕຸພູມ (1941-1945). ຫວຽດນາມ ຍາມໃດກໍ່ນັບຖືຢ່າງສູງ ແລະຈົດຈໍາການໜູນຊ່ວຍຢ່າງມີປະສິດທິຜົນຂອງສະຫະພາບໂຊວຽດ ໃນເມື່ອກ່ອນ, ປະຈຸບັນແມ່ນ ສະຫະພັນລັດເຊຍ ທີ່ໄດ້ສະຫງວນໃຫ້ປະຊາຊົນ ແລະກອງທັບປະຊາຊົນຫວຽດນາມ ໃນການຕໍ່ສູ້ຍາດເອົາເອກະລາດ, ເສລີພາບ ແລະທ້ອນໂຮມປະເທດຊາດເປັນເອກະພາບ.

leftcenterrightdel
ທ່ານພົນໂທ ຫງວຽນເຈື່ອງຖັງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ແລະທ່ານ Gennady Stepanovich Bezdetko ເອກອັກຄະລັດຖະທູດສະຫະພັນລັດເຊຍ ປະຈຳ ຫວຽດນາມ. ພາບ: ຮ່າເຟືອງ

ທ່ານພົນໂທ ຫງວຽນເຈື່ອງຖັງ ຢືນຢັນວ່າ, ໃນໄລຍະຜ່ານມາ, ການພົວພັນຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ-ສະຫະພັນລັດເຊຍ ສືບຕໍ່ໄດ້ຮັບການປັບປຸງ ແລະເພີ່ມທະວີສອດຄ່ອງກັບຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ. ກະຊວງປ້ອງກັນປະເທດສອງປະເທດ ໄດ້ປະຕິບັດສຳເລັດຫຼາຍການເຄື່ອນໄຫວພົວພັນຕ່າງປະເທດດ້ານປ້ອງກັນຊາດຂັ້ນສູງ, ຄື: ທ່ານລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ຕິດຕາມໄປນຳທ່ານເລຂາທິການໃຫຍ່ ໂຕເລິມ ຢ້ຽມຢາມສະຫະພັນລັດເຊຍ ຢ່າງເປັນທາງການ ແລະເຂົ້າຮ່ວມພິທີສະເຫຼີມສະຫຼອງ 80 ປີແຫ່ງວັນໄຊຊະນະໃນສົງຄາມປ້ອງກັນປິຕຸພູມ; ເປັນປະທານຮ່ວມຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ-ສະຫະພັນລັດເຊຍ ກ່ຽວກັບການຮ່ວມມືດ້ານເຕັກນິກການທະຫານ; ການເຈລະຈາຍຸດທະສາດດ້ານປ້ອງກັນຊາດຂັ້ນຮອງລັດຖະມົນຕີກະຊວງປ້ອງກັນປະເທດສອງປະເທດ...

leftcenterrightdel
ບັນດາຜູ້ແທນຖ່າຍຮູບເປັນທີ່ລະນຶກ. ພາບ: ຮ່າເຟືອງ

ປີ 2026 ແມ່ນປີທຳອິດຫວຽດນາມ ຜັນຂະຫຍາຍປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ ແລະກໍ່ເປັນຂີດໝາຍຄົບຮອບ 25 ປີ ທີ່ຫວຽດນາມ ແລະສະຫະພັນລັດເຊຍ ສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ (2001-2026). ທ່ານພົນໂທ ຫງວຽນເຈື່ອງຖັງ ເຊື່ອໝັ້ນວ່າ, ການພົວພັນຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດຈະສືບຕໍ່ໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນກວ່າອີກ, ສົມກັບຂອບຂະໜາດຂອງການພົວພັນມິດຕະພາບທີ່ເປັນມູນເຊື້ອທີ່ມີມາແຕ່ດົນນານ, ຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ສະຫະພັນລັດເຊຍ.

ໂດຍ: ເຈິ່ນຮວ່ຽນ