ທີ່ການຕ້ອນຮັບ, ທ່ານພົນເອກ ຫງວຽນເຕິນເກືອງ ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສໍາຄັນການພົວພັນກັບອົດສະຕາລີ. ເລື່ອງສອງປະເທດຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານໃນເດືອນມີນາ ປີ 2024 ເປັນຂີດໝາຍສຳຄັນ, ສ້າງເງື່ອນໄຂສະດວກ ເພື່ອສືບຕໍ່ຊຸກຍູ້ການຮ່ວມມືໃນຂົງເຂດຕ່າງໆໃຫ້ຫຼາຍກວ່າອີກ, ໃນນັ້ນມີການຮ່ວມມືດ້ານປ້ອງກັນຊາດ.
    |
 |
|
ທ່ານພົນເອກ ຫງວຽນເຕິນເກືອງ ແລກປ່ຽນກັບທ່ານພົນຕີ Mark Hammond ທີ່ການຕ້ອນຮັບ. ພາບ: qdnd.vn |
ທ່ານພົນເອກ ຫງວຽນເຕິນເກືອງ ເນັ້ນໜັກວ່າ ໃນໄລຍະຜ່ານມາ, ບົນພື້ນຖານບົດບັນທຶກຊ່ວຍຈໍາວ່າດ້ວຍການຮ່ວມມືດ້ານປ້ອງກັນຊາດ ປີ 2010 ແລະຖະແຫຼງການວິໄສທັດຮ່ວມວ່າດ້ວຍການຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ ປີ 2018, ການຮ່ວມມືດ້ານປ້ອງກັນຊາດລະຫວ່າງຫວຽດນາມ-ອົດສະຕາລີ ໄດ້ຮັບການຜັນຂະຫຍາຍຢ່າງຕັ້ງໜ້າໃນບັນດາຂົງເຂດ, ຄື: ການແລກປ່ຽນຄະນະຜູ້ແທນ, ການເຈລະຈາ-ປຶກສາຫາລື, ການບຳລຸງສ້າງ, ຮັກສາສັນຕິພາບ ສປຊ, ການຮ່ວມມືລະຫວ່າງເຫຼົ່າທັບ-ເຫຼົ່າຮົບ, ການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ການຮ່ວມມືຫຼາຍຝ່າຍດ້ານປ້ອງກັນຊາດ, ເປັນຕົ້ນແມ່ນໃນຂອບເຂດ ADMM+.
ທ່ານພົນເອກ ຫງວຽນເຕິນເກືອງ ຕີລາຄາສູງໝາກຜົນການຮ່ວມມືທີ່ມີປະສິດທິຜົນລະຫວ່າງທະຫານເຮືອສອງປະເທດ, ພົ້ນເດັ່ນແມ່ນການຢ້ຽມຢາມ, ການເຂົ້າຮ່ວມບັນດາກົນໄກເຈລະຈາ, ການບໍາລຸງສ້າງດ້ານພາສາອັງກິດ, ການຝຶກແອບວິຊາສະເພາະ...
    |
 |
|
ບັນຍາກາດທີ່ການຕ້ອນຮັບ. ພາບ: qdnd.vn |
ໃນໄລຍະຈະມາເຖິງ, ບົນພື້ນຖານການຊີ້ນຳຂອງການນຳຂັ້ນສູງ ແລະກະຊວງປ້ອງກັນປະເທດສອງປະເທດ, ທ່ານພົນເອກ ຫງວຽນເຕິນເກືອງ ປາດຖະໜາຢາກໃຫ້ສອງຝ່າຍຈະສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນ ເພື່ອແນໃສ່ຊຸກຍູ້ການພົວພັນຮ່ວມມືລະຫວ່າງເຫຼ່ົາທັບ, ເຫຼົ່າຮົບ, ໃນນັ້ນສ້າງເງື່ອນໄຂໃຫ້ການຮ່ວມມືລະຫວ່າງທະຫານເຮືອສອງຝ່າຍ, ໂດຍສຸມໃສ່ເຂົ້າໃນບາງຂົງເຂດສຳຄັນ, ຄື: ເພີ່ມທະວີການຮ່ວມມືດ້ານບໍາລຸງສ້າງ, ແບ່ງປັນຂໍ້ມູນຂ່າວສານ, ປະສົບການ, ຊອກຫາກູ້ໄພ-ກູ້ຊີບ...
ສ່ວນທ່ານພົນຕີ Mark Hammond ສະແດງຄວາມປະທັບໃຈ ຕໍ່ປະເທດຫວຽດນາມ, ທ່ານພົນຕີ Mark Hammond ໄດ້ຂອບໃຈກະຊວງປ້ອງກັນປະເທດຫວຽດນາມ, ເຫຼົ່າທັບທະຫານເຮືອ ທີ່ໄດ້ໃຫ້ການຕ້ອນຮັບຢ່າງຮອບຄອບຖີ່ຖ້ວນ, ພ້ອມທັງສະແດງຄວາມປາດຖະໜາຢາກກັບຄືນຢ້ຽມຢາມຫວຽດນາມ ເມື່ອມີໂອກາດ.
ທ່ານພົນຕີ Mark Hammond ເຊື່ອໝັ້ນວ່າ ປີ 2026 ຈະແມ່ນປີສໍາຄັນ, ມີຄວາມໝາຍປະຫວັດສາດ, ເປີດກາລະໂອກາດຮ່ວມມືຫຼາຍຢ່າງລະຫວ່າງສອງກະຊວງປ້ອງກັນປະເທດເວົ້າລວມ ແລະລະຫວ່າງທະຫານເຮືອສອງປະເທດເວົ້າສະເພາະ, ປະກອບສ່ວນຊຸກຍູ້ການພົວພັນຮ່ວມມືສອງຝ່າຍໃຫ້ນັບມື້ນັບພັດທະນາ, ມີປະສິດທິຜົນ.
ໂດຍ: ທູຈາງ