ຄະນະຜູ້ແທນທະຫານອາກາດຈີນ ຢ້ຽມຢາມ ແລະເຮັດວຽກຢູ່ວິທະຍາຄານປ້ອງກັນອາກາດ-ທະຫານອາກາດ
ກປ.ອອນໄລ - ຕອນບ່າຍວັນທີ 27 ມັງກອນ, ຄະນະຜູ້ແທນທະຫານອາກາດຈີນ ໂດຍທ່ານພັນເອກ Zhang Hailong ຮອງຫົວໜ້າຫ້ອງວ່າການ, ຫ້ອງເສນາທິການ ທະຫານອາກາດ (ກອງທັບປົດປ່ອຍປະຊາຊົນຈີນ) ເປັນຫົວໜ້າຄະນະ ໄດ້ມາຢ້ຽມຢາມ ແລະເຮັດວຽກຢູ່ວິທະຍາຄານປ້ອງກັນອາກາດ-ທະຫານອາກາດ. ທ່ານພັນເອກພິເສດ, ປະລິນຍາເອກ ເລກົງແທັ່ງ, ຮອງຫົວໜ້າວິທະຍາຄານປ້ອງກັນອາກາດ-ທະຫານອາກາດ, ເປັນປະທານການຕ້ອນຮັບ ແລະເຮັດວຽກກັບຄະນະ.
    |
 |
|
ຄະນະຜູ້ແທນທະຫານອາກາດຈີນ ຢ້ຽມຢາມຫ້ອງບັນຍາຍເພື່ອຝຶກແອບການບັນຊາ ການບິນຂອງວິທະຍາຄານປ້ອງກັນອາກາດ-ທະຫານອາກາດ. ພາບ: qdnd.vn |
ກ່າວຄຳເຫັນທີ່ການຕ້ອນຮັບ, ທ່ານພັນເອກພິເສດ, ປະລິນຍາເອກ ເລກົງແທັ່ງ ເນັ້ນໜັກວ່າ: ນີ້ແມ່ນກິດຈະກຳພົວພັນຕ່າງປະເທດດ້ານປ້ອງກັນຊາດທີ່ມີຄວາມໝາຍສຳຄັນ, ປະກອບສ່ວນປັບປຸງ ແລະເພີ່ມທະວີສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງພັກ, ລັດ, ກອງທັບຂອງສອງປະເທດເວົ້າລວມ ແລະລະຫວ່າງເຫຼົ່າທັບປ້ອງກັນອາກາດ-ທະຫານອາກາດ ກັບທະຫານອາກາດຈີນ ເວົ້າສະເພາະ; ແນະນຳໃຫ້ຄະນະຜູ້ແທນກ່ຽວກັບມູນເຊື້ອ, ພາລະບົດບາດ, ໜ້າທີ່ຕົ້ນຕໍຂອງວິທະຍາຄານປ້ອງກັນອາກາດ-ທະຫານອາກາດ.
    |
 |
|
ຄະນະຜູ້ແທນທະຫານອາກາດຈີນ ຖ່າຍຮູບເປັນທີ່ລະນຶກກັບພະນັກງານ, ຄູອາຈານວິທະຍາຄານປ້ອງກັນອາກາດ-ທະຫານອາກາດ. ພາບ: qdnd.vn |
ສອງຝ່າຍໄດ້ແລກປ່ຽນກ່ຽວກັບບາງເນື້ອໃນກ່ຽວກັບການຮ່ວມມືດ້ານການສຶກສາ ແລະບຳລຸງກໍ່ສ້າງ, ຄົ້ນຄວ້າວິທະຍາສາດດ້ານປ້ອງກັນອາກາດ-ທະຫານອາກາດ. ສອງຝ່າຍຢືນຢັນວ່າ: ໃນຊຸມປີຜ່ານມາ, ການພົວພັນຮ່ວມມືມິດຕະພາບລະຫວ່າງກໍາລັງທະຫານອາກາດ-ປ້ອງກັນອາກາດຂອງສອງປະເທດບັນລຸໄດ້ໝາກຜົນສຳຄັນຫຼາຍຢ່າງ, ປະກອບສ່ວນຊຸກຍູ້ການພົວພັນຮ່ວມມືດ້ານປ້ອງກັນຊາດນັບມື້ນັບພັດທະນາ; ພ້ອມທັງປາດຖະໜາວ່າ ໃນໄລຍະຈະມາເຖິງ, ກໍາລັງປ້ອງກັນອາກາດ-ທະຫານອາກາດຂອງກອງທັບສອງປະເທດຈະຍູ້ແຮງການຮ່ວມມືຕາມເນື້ອໃນຈິດໃຈຮ່ວມມືລະຫວ່າງສອງປະເທດທີ່ໄດ້ວາງອອກ, ປະກອບສ່ວນນໍາການພົວພັນດ້ານປ້ອງກັນຊາດສອງຝ່າຍຫວຽດນາມ - ຈີນ ໃຫ້ນັບມື້ນັບພັດທະນາ.
ໃນການຢ້ຽມຢາມ, ຄະນະຜູ້ແທນທະຫານອາກາດຈີນ ໄດ້ໄປຢ້ຽມຢາມຫ້ອງບັນຍາຍ ເພື່ອຝຶກແອບການບັນຊາການບິນຂອງວິທະຍາຄານທະຫານອາກາດ-ປ້ອງກັນອາກາດ.
ກ່າວຄໍາເຫັນທີ່ການເຮັດວຽກ, ທ່ານພັນເອກ Zhang Hailong ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ, ຈິງໃຈຂອງວິທະຍາຄານທະຫານອາກາດ-ປ້ອງກັນອາກາດ ແລະເຊື່ອໝັ້ນວ່າ ການຢ້ຽມຢາມ ແລະເຮັດວຽກຂອງຄະນະຢູ່ຫວຽດນາມ ຈະປະສົບຜົນສໍາເລັດຢ່າງຈົບງາມ.
ໂດຍ: ທູຈາງ