ສະແດງຄວາມຂອບໃຈ ແລະຮັບຮູ້ຂໍ້ມູນຂ່າວສານທີ່ການນຳຂອງ Airbus ແລະ Boeing ໄດ້ແບ່ງປັນໃນຂອບເຂດການຢ້ຽມຊົມ ແລະເຮັດວຽກຢູ່ Singapore Airshow 2026, ທ່ານພົນໂທ ຮວ່າງຊວນຈ໊ຽນ ສະເໜີບັນດາມາດຕະການຢ່າງລະອຽດເພື່ອແນໃສ່ຊຸກຍູ້ການຖ່າຍທອດເຕັກໂນໂລຢີ, ບຳລຸງສ້າງຊັບພະຍາກອນມະນຸດ ແລະໜູນຊ່ວຍດ້ານເຕັກນິກຂອງ Airbus ແລະ Boeing ໃຫ້ຝ່າຍຫວຽດນາມ. ທ່ານພົນໂທ ຮວ່າງຊວນຈ໊ຽນ ສະເໜີ Airbus ແລະ Boeing ຄົ້ນຄວ້າຄວາມສາມາດຮ່ວມມືກັບວິສາຫະກິດອຸດສາຫະກຳປ້ອງກັນຊາດຫວຽດນາມ ເຊິ່ງສອງຝ່າຍ ມີທ່າແຮງ ແລະຄວາມຕ້ອງການ ຄື: ອຸປະກອນເຕັກນິກ, ຕໍ່ກຳປັ່ນການທະຫານ ແລະມາດຕະການເຕັກໂນໂລຢີຂໍ້ມູນຂ່າວສານ, ໂທລະຄົມມະນາຄົມ.

leftcenterrightdel
ທ່ານພົນໂທ ຮວ່າງຊວນຈ໊ຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຢ້ຽມຊົມຮ້ານວາງສະແດງຂອງກຸ່ມບໍລິສັດ Airbus. ພາບ: qdnd.vn

ການນຳຂອງກຸ່ມບໍລິສັດ Airbus ແລະ Boeing ຖືວ່າ ງານວາງສະແດງປ້ອງກັນຊາດສາກົນຫວຽດນາມ ແມ່ນໂອກາດເພື່ອໃຫ້ Airbus ແລະ Boeing ນໍາສະເໜີຜະລິດຕະພັນ, ຊອກຫາ, ເປີດກວ້າງ, ຊຸກຍູ້ການຮ່ວມມືກັບບັນດາອົງການ, ວິສາຫະກິດອຸດສາຫະກໍາປ້ອງກັນຊາດຫວຽດນາມ. ການນຳຂອງສອງກຸ່ມບໍລິສັດ ປາດຖະໜາວ່າ ຈະເປີດກວ້າງການຮ່ວມມືກັບວິສາຫະກິດປ້ອງກັນຊາດຫວຽດນາມ ໃນຂົງເຂດທີ່ມີຄວາມສາມາດບ່ົມຊ້ອນ ແລະມີລັກສະນະຍຸດທະສາດໃນໄລຍະຈະມາເຖິງ.

leftcenterrightdel
ທ່ານພົນໂທ ຮວ່າງຊວນຈ໊ຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຢ້ຽມຊົມຮ້ານວາງສະແດງຂອງກຸ່ມບໍລິສັດ Boeing. ພາບ: qdnd.vn

* ໃນວັນດຽວກັນ, ທ່ານພົນໂທ ຮວ່າງຊວນຈ໊ຽນ ໄດ້ເຂົ້າຮ່ວມເປັນສັກຂີພິຍານພິທີປະກາດຂໍ້ຕົກລົງສັ່ງຊື້ເຄື່ອງຈັກ Pratt & Whitney ໃຫ້ເຮືອບິນ Airbus A320neo ຈໍານວນ 44 ລໍາ ຂອງສາຍການບິນ Vietjet.

ໃນຂອບເຂດງານວາງສະແດງ, ທ່ານນາງ ພົນຈັດຕະວາ ຟານທິຮວ່າຍເວິນ, ຮອງຫົວໜ້າກົມໃຫຍ່ອຸດສາຫະກຳປ້ອງກັນຊາດຫວຽດນາມ ໄດ້ມີການພົບປະສອງຝ່າຍກັບທ່ານພົນຈັດຕະວາ Yew Chee Leung - ຮອງເລຂານຸການຮັບຜິດຊອບດ້ານເຕັກໂນໂລຊີ, ກະຊວງປ້ອງກັນປະເທດສິງກະໂປ. ທີ່ການພົບປະ, ສອງຝ່າຍເນັ້ນໜັກວ່າ, ບົນພື້ນຖານການພົວພັນອັນດີງາມລະຫວ່າງສອງປະເທດ, ການຮ່ວມມືດ້ານປ້ອງຊາດຫວຽດນາມ-ສິງກະໂປ ນັບມື້ນັບພັດທະນາຢ່າງຕັ້ງໜ້າ ແລະສະດວກ, ໃນນັ້ນ ການຮ່ວມມືດ້ານອຸດສາຫະກໍາປ້ອງກັນຊາດ ແມ່ນໜຶ່ງໃນບັນດາເນື້ອໃນການຮ່ວມມືບຸລິມະສິດ.

ກົມໃຫຍ່ອຸດສາຫະກຳປ້ອງກັນຊາດຫວຽດນາມ ຊົມເຊີຍບັນດາວິສາຫະກິດສິງກະໂປ ມາຫວຽດນາມ ເພື່ອແລກປ່ຽນ ແລະຊອກຫາກາລະໂອກາດຮ່ວມມື; ຊົມເຊີຍການນຳກະຊວງປ້ອງກັນປະເທດ ແລະວິສາຫະກິດປ້ອງກັນຊາດສິງກະໂປ ເຂົ້າຮ່ວມງານວາງສະແດງປ້ອງກັນຊາດສາກົນຫວຽດນາມ ຄັ້ງທີ 3 ເຊິ່ງຄາດວ່າຈະຈັດຂຶ້ນໃນທ້າຍປີ 2026. ທ່ານພົນຈັດຕະວາ Yew Chee Leung ປາດຖະໜາວ່າ ສອງຝ່າຍຈະຕັ້ງໜ້າແລກປ່ຽນ, ສົມທົບກັນໃນໄລຍະຈະມາເຖິງ, ມຸ່ງໄປເຖິງບັນດາໂຄງການເຕັກໂນໂລຢີ-ເສດຖະກິດ ຢ່າງແທດຈິງ, ຍືນຍົງ ແລະມີລວງເລິກ.

ທີ່ງານວາງສະແດງ Singapore Airshow 2026, ຜູ້ຕາງໜ້າເຫຼົ່າທັບປ້ອງກັນອາກາດ-ທະຫານອາກາດ, ເຫຼົ່າທັບເຮືອ, ກຸ່ມບໍລິສັດອຸດສາຫະກຳ ແລະໂທລະຄົມມະນາຄົມກອງທັບ Viettel ກໍໄດ້ມີການພົບປະສອງຝ່າຍກັບຜູ້ຕາງໜ້າການນຳກະຊວງປ້ອງກັນປະເທດ ແລະວິສາຫະກິດຂອງບັນດາປະເທດ, ຜ່ານນັ້ນ ຊອກຫາກາລະໂອກາດຮ່ວມມືໃນບັນດາຂົງເຂດທີ່ສອດຄ່ອງກັບທ່າແຮງ ແລະຄວາມຕ້ອງການຂອງແຕ່ລະຝ່າຍ.

ໂດຍ: ທູຈາງ