ໃນຕອນບ່າຍວັນດຽວກັນ, ຜູ້ຕາງໜ້າກອງເຮືອພາກຕາເວັນອອກ ຂອງທະຫານເຮືອອິນເດຍ ໄດ້ຈັດພິທີຕ້ອນຮັບຄະນະປະຕິບັດງານຢູ່ບ່ອນຈອດເຮືອ. ຜູ້ຕາງໜ້າທັງສອງຝ່າຍໄດ້ແລກປ່ຽນ, ເຫັນດີເປັນເອກະພາບກ່ຽວກັບເນື້ອໃນການເຄື່ອນໄຫວໃນຂອບເຂດການຝຶກຊ້ອມ MILAN 2026.

ໃນການເດີນທາງໄປຮອດນະຄອນ Visakhapatnam, ພະນັກງານ, ນັກຮົບກໍາປັ່ນ 17  ພ້ອມດ້ວຍຄະນະ ໄດ້ເພີ່ມເຕີມ ແລະຈັດຕັ້ງການປະຕິບັດແຜນການເຂົ້າຮ່ວມການຝຶກຊ້ອມ MILAN 2026. ພະນັກງານ, ນັກຮົບຂອງກໍາປັ່ນ 17 ໄດ້ເພີ່ມທະວີການຝຶກຊ້ອມໃນການອອກທະເລໄລຍະຍາວ ແລະຝຶກແອບປ້າຍຈັດວາງການສູ້ຮົບ ຄື:  ຕ້ານການປຸ້ນ ແລະທໍາລາຍກໍາປັ່ນ; ຕໍ່ສູ້ເພື່ອປົກປ້ອງກຳປັ່ນ...

ນີ້ແມ່ນຄັ້ງທີ 4 ທີ່ທະຫານເຮືອປະຊາຊົນຫວຽດນາມ ເຂົ້າຮ່ວມການຝຶກຊ້ອມ MILAN ຢູ່ອິນເດຍ. ການຝຶກຊ້ອມຍັງແມ່ນໂອກາດເພື່ອໃຫ້ທະຫານເຮືອຫວຽດນາມ ສືບຕໍ່ຍົກສູງຄວາມສາມາດປະສານສົມທົບໃນການຮັບມືກັບບັນດາສິ່ງທ້າທາຍດ້ານຄວາມໝັ້ນຄົງໃນການເດີນທະເລ, ເພີ່ມທະວີນໍ້າໃຈມິດຕະພາບ, ຄວາມເຂົ້າໃຈ, ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນລະຫວ່າງກອງທັບ ແລະທະຫານເຮືອບັນດາປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະການພັດທະນາຂອງພາກພື້ນ ແລະໃນໂລກ.

leftcenterrightdel
 
leftcenterrightdel
ພະນັກງານ, ນັກຮົບກໍາປັ່ນ17 ບັນຊາກໍາປັ່ນເຂົ້າສະຖານທີ່ຈອດຕາມແຜນການ. ພາບ: qdnd.vn
leftcenterrightdel
 
leftcenterrightdel
ຜູ້ຕາງໜ້າກອງເຮືອພາກຕາເວັນອອກຂອງທະຫານເຮືອອິນເດຍ ປະຕິບັດພິທີຕ້ອນຮັບຄະນະປະຕິບັດງານທະຫານເຮືອປະຊາຊົນຫວຽດນາມ ເຂົ້າຮ່ວມການຝຶກຊ້ອມ  MILAN 2026. ພາບ: qdnd.vn
leftcenterrightdel
ຜູ້ຕາງໜ້າກອງເຮືອພາກຕາເວັນອອກ ຂອງທະຫານເຮືອອິນເດຍ ພ້ອມດ້ວຍຄະນະປະຕິບັດງານຂອງທະຫານເຮືອຫວຽດນາມ ແລກປ່ຽນເພື່ອເຫັນດີເປັນເອກະພາບກ່ຽວກັບເນື້ອໃນການເຄື່ອນໄຫວ. ພາບ: qdnd.vn
leftcenterrightdel
ພະນັກງານ, ນັກຮົບກໍາປັ່ນ 17 ຝຶກແອບປ້າຍຈັດວາງການສູ້ຮົບເພື່ອປົກປ້ອງກໍາປັ່ນ. ພາບ: qdnd.vn

ໂດຍ: ທູຈາງ