leftcenterrightdel
ທ່ານພົນເອກ ຟານວັນຢາງ ແລະທ່ານພົນເອກ Tea Seiha ທີ່ການພົບປະ. ພາບ: ທູຈາງ

ທີ່ການພົບປະ, ທ່ານພົນເອກ ຟານວັນຢາງ ເນັ້ນໜັກວ່າ ການຢ້ຽມຢາມກໍາປູເຈຍ ແລະລາວ ໃນຄັ້ງນີ້ຂອງທ່ານ ໂຕເລິມ ເລຂາທິການໃຫຍ່  ແມ່ນການເຄື່ອນໄຫວຢູ່ຕ່າງປະເທດຄັ້ງທຳອິດຂອງເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ສະໄໝທີ XIV, ເຊິ່ງມີຄວາມໝາຍດ້ານການເມືອງອັນເລິກເຊິ່ງ, ສະແດງໃຫ້ເຫັນເຖິງຄວາມສະເໝີຕົ້ນສະເໝີປາຍຢ່າງຈະແຈ້ງ; ຖືເປັນສໍາຄັນພິເສດ ແລະໃຫ້ບຸລິມະສິດແຖວໜ້າຂອງຫວຽດນາມ ສໍາລັບການພົວພັນ ຫວຽດນາມ-ກໍາປູເຈຍ, ຫວຽດນາມ-ລາວ, ຜ່ານນັ້ນສ້າງພະລັງແຮງໃໝ່ ແລະເປີດໄລຍະພັດທະນາໃໝ່ໃຫ້ການພົວພັນສອງປະເທດ, ສອງກອງທັບ; ພ້ອມທັງປະກອບສ່ວນປັບປຸງ, ເພີ່ມທະວີສາຍພົວພັນລະຫວ່າງ 3 ປະເທດ.

ສ່ວນທ່ານພົນເອກ Tea Seiha ເຊື່ອໝັ້ນວ່າຜົນສຳເລັດຂອງການຢ້ຽມຢາມ ຈະສ້າງເງື່ອນໄຂເພື່ອໃຫ້ກະຊວງປ້ອງກັນປະເທດສອງປະເທດ ສືບຕໍ່ເພີ່ມທະວີການຮ່ວມມື, ນໍາການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ-ກໍາປູເຈຍ ໃຫ້ນັບມື້ນັບເຂົ້າສູ່ແທດຈິງ ແລະມີປະສິດທິຜົນ, ປະກອບສ່ວນປັບປຸງ, ຮັດແໜ້ນສາຍພົວພັນສາມັກຄີ, ຄວາມສະໜິດຕິດພັນລະຫວ່າງສອງປະເທດ, ສອງກອງທັບ ແລະປັບປຸງສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບໃຫ້ການພັດທະນາຢູ່ແຕ່ລະປະເທດ ກວ່າອີກ.

leftcenterrightdel
ບັນຍາກາດທີ່ການພົບປະ. ພາບ: ທູຈາງ

ທ່ານພົນເອກ ຟານວັນຢາງ ໃຫ້ຮູ້ວ່າ, ກະຊວງປ້ອງກັນປະເທດຫວຽດນາມ ຈະຈັດຕັ້ງງານວາງສະແດງປ້ອງກັນຊາດສາກົນ ຄັ້ງທີ 3 ໃນປີ 2026 ແລະເຊື້ອເຊີນທ່ານພົນເອກ Tea Seiha, ການນໍາຂັ້ນສູງກະຊວງປ້ອງກັນປະເທດ, ກອງທັບແຫ່ງລາຊະອານາຈັກກໍາປູເຈຍ ແລະບັນດາວິສາຫະກິດປ້ອງກັນຊາດກໍາປູເຈຍ ເຂົ້າຮ່ວມ, ວາງສະແດງຜະລິດຕະພັນຢູ່ງານວາງສະແດງ. ທ່ານພົນເອກ ຟານວັນຢາງ ກໍ່ໄດ້ເຊື້ອເຊີນທ່ານພົນເອກ Tea Seiha ໄປຢ້ຽມຢາມຫວຽດນາມ ແລະເຂົ້າຮ່ວມກອງປະຊຸມພົບປະປະຈຳປີລະຫວ່າງ 3 ລັດຖະມົນຕີກະຊວງປ້ອງກັນປະເທດ ແລະການຝຶກຊ້ອມຮ່ວມລະຫວ່າງກອງທັບ 3 ປະເທດ ເຊິ່ງ ຄາດວ່າ ຈະຈັດຂຶ້ນຢູ່ຮ່າໂນ້ຍ ໃນທ້າຍປີນີ້; ພ້ອມທັງເນັ້ນໜັກວ່າ ນີ້ແມ່ນການເຄື່ອນໄຫວທີ່ແທດຈິງ ເພື່ອແນໃສ່ຫັນຜົນກອງປະຊຸມພົບປະຜູ້ນຳສູງສຸດ 3 ພັກ ຫວຽດນາມ-ລາວ-ກໍາປູເຈຍ ໃຫ້ປະກົດຜົນເປັນຈິງ...

ໂດຍ: ເຈິ່ນຮວ່ຽນ