ທະຫານເຮືອ ຫວຽດນາມ-ມາເລເຊຍ ເພີ່ມທະວີການເຄື່ອນໄຫວມິດຕະພາບ
ກປ.ອອນໄລ - ຕອນເຊົ້າວັນທີ 3 ກຸມພາ, ຢູ່ Lumut, ປະເທດມາເລເຊຍ, ຄະນະປະຕິບັດງານຂອງທະຫານເຮືອປະຊາຊົນຫວຽດນາມ ຢູ່ໃນກຳປັ່ນ 17, ກອງພົນນ້ອຍ 171, ທະຫານເຮືອເຂດ 2 ໂດຍທ່ານພັນເອກພິເສດ ເລດີ່ງງີ, ຮອງຫົວໜ້າເສນາທິການທະຫານເຮືອເຂດ 2 ໄດ້ເຂົ້າຢ້ຽມຂ່ຳນັບ ຜູ້ບັນຊາການກອງເຮືອຕາເວັນຕົກ, ທະຫານເຮືອລາດຊະວົງມາເລເຊຍ. ທ່ານພົນຈັດຕະວາ Ahmad Sapuan Fathi bin Hj Muhammad ຮອງຜູ້ບັນຊາການກອງເຮືອຕາເວັນຕົກ ເປັນປະທານການຕ້ອນຮັບ.
ທີ່ການຕ້ອນຮັບ, ທ່ານພັນເອກພິເສດ ເລດີ່ງງີ ໄດ້ສະແດງຄວາມຂອບອົກຂອບໃຈທ່ານຜູ້ບັນຊາການກອງເຮືອຕາເວັນຕົກ ທີ່ໄດ້ໃຫ້ການໜູນຊ່ວຍ ແລະອຳນວຍຄວາມສະດວກໃຫ້ການຢ້ຽມຢາມຂອງກຳປັ່ນ 17, ກໍຄືການຕ້ອນຮັບທີ່ຮອບຄອບຖີ່ຖ້ວນ ແລະສຸດຈິດສຸດໃຈຈາກບັນດານາຍທະຫານ ແລະລູກເຮືອຂອງທະຫານເຮືອລາດຊະວົງມາເລເຊຍ ມາຍັງຄະນະ.
    |
 |
|
ຄະນະປະຕິບັດງານທະຫານເຮືອປະຊາຊົນຫວຽດນາມ ເຂົ້າຢ້ຽມຂໍ່ານັບທ່ານຜູ້ບັນຊາການກອງເຮືອຕາເວັນຕົກ, ທະຫານເຮືອລາດຊະວົງມາເລເຊຍ. ພາບ: qdnd.vn |
ທ່ານພັນເອກພິເສດ ເລດີ່ງງີ ສະແດງຄວາມຫວັງ ແລະເຊື່ອໝັ້ນວ່າ, ບັນດາການເຄື່ອນໄຫວພົບປະແລກປ່ຽນໃນການຢ້ຽມຢາມຄັ້ງນີ້ຈະປະກອບສ່ວນເພີ່ມທະວີຄວາມເຂົ້າໃຈ ແລະຄວາມໄວ້ເນື້ອເຊື່ອໃຈລະຫວ່າງທະຫານເຮືອປະຊາຊົນຫວຽດນາມ ກັບທະຫານເຮືອລາດຊະວົງມາເລເຊຍ, ປະກອບສ່ວນຊຸກຍູ້ສາຍພົວພັນມິດຕະພາບ, ການຮ່ວມມືລະຫວ່າງທະຫານເຮືອສອງປະເທດໃຫ້ນັບມື້ນັບເຂົ້າສູ່ລວງເລິກເຊິ່ງ, ມີປະສິດທິຜົນ ແລະຍືນຍົງ.
    |
 |
|
ທີ່ປຶກສາທູດປ້ອງກັນຊາດ ແລະຄະນະປະຕິບັດງານຂອງທະຫານເຮືອປະຊາຊົນຫວຽດນາມ ພ້ອມດ້ວຍທ່ານຜູ້ບັນຊາການກອງເຮືອຕາເວັນຕົກ, ທະຫານເຮືອລາດຊະວົງມາເລເຊຍ ຖ່າຍຮູບເປັນທີ່ລະນຶກ. ພາບ: qdnd.vn |
ສ່ວນທ່ານພົນຈັດຕະວາ Ahmad Sapuan Fathi bin Hj Muhammad ຖືວ່າ ການຢ້ຽມຢາມຈະປະກອບສ່ວນສໍາຄັນເຂົ້າໃນການເພີ່ມທະວີສາຍພົວພັນມິດຕະພາບລະຫວ່າງທະຫານເຮືອສອງປະເທດ, ພ້ອມທັງໃຫ້ຮູ້ວ່າ ໃນໄລຍະຈະມາເຖິງຈະເປັນເສນາທິການໃຫ້ຂັ້ນເທິງ ແນໃສ່ເພີ່ມທະວີການເຄື່ອນໄຫວພົບປະແລກປ່ຽນ ແລະສົມທົບກັບທະຫານເຮືອປະຊາຊົນຫວຽດນາມ ເພື່ອສັນຕິພາບ, ພ້ອມກັນພັດທະນາໃນພາກພື້ນ.
    |
 |
|
ຄະນະປະຕິບັດງານທະຫານເຮືອປະຊາຊົນຫວຽດນາມ ແຂ່ງຂັນບານສົ່ງກັບນາຍທະຫານ, ລູກເຮືອຂອງຖານທັບທະຫານເຮືອ Lumut. ພາບ: qdnd.vn |
ໃນຕອນເຊົ້າວັນດຽວກັນ, ຄະນະປະຕິບັດງານຂອງທະຫານເຮືອປະຊາຊົນຫວຽດນາມ ໄດ້ແຂ່ງຂັນບານສ່ົງກັບນາຍທະຫານ, ລູກເຮືອຂອງຖານທັບທະຫານເຮືອ Lumut. ໃນຂອບເຂດການຢ້ຽມຢາມ, ພະນັກງານ, ນັກຮົບກຳປັ່ນ 17 ພ້ອມດ້ວຍຄະນະປະຕິບັດງານໄດ້ໄປຢ້ຽມຢາມທັດສະນີຍະພາບບາງແຫ່ງຢູ່ໃນພາກພື້ນ.
ໂດຍ: ທູຈາງ