    |
 |
|
ທ່ານພົນໂທ ຮວ່າງຊວນຈ໊ຽນ ພ້ອມດ້ວຍຄະນະຜູ້ແທນຫວຽດນາມ ຢ້ຽມຢາມບັນດາຮ້ານວາງສະແດງ. ພາບ: qdnd.vn |
ເລື່ອງກະຊວງປ້ອງກັນປະເທດຫວຽດນາມ ເຂົ້າຮ່ວມງານວາງສະແດງ ໄດ້ສະແດງໃຫ້ເຫັນຄວາມເອົາໃຈໃສ່ຕໍ່ກັບການຮ່ວມມືສາກົນໃນຂົງເຂດອຸດສາຫະກໍາປ້ອງກັນຊາດ; ຢືນຢັນວ່າ ລັດຖະບານ ແລະກະຊວງປ້ອງກັນປະເທດຫວຽດນາມ ຍາມໃດກໍ່ສ້າງເງື່ອນໄຂ ເພື່ອແນໃສ່ເພີ່ມທະວີການແລກປ່ຽນ ແລະຮ່ວມມືສາກົນໃນຂົງເຂດອຸດສາຫະກໍາປ້ອງກັນຊາດ ຕາມຫຼັກການສະເໝີພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດ, ເຄົາລົບກົດໝາຍຂອງຫວຽດນາມ ແລະຄຳໝັ້ນສັນຍາສາກົນອື່ນໆ.
* ເນື່ອງໃນໂອກາດເຂົ້າຮ່ວມງານວາງສະແດງ, ທ່ານພົນໂທ ຮ່ວາງຊວນຈ໊ຽນ ໄດ້ມີການພົບປະສອງຝ່າຍກັບທ່ານ Chan Heng Kee, ເລຂາທິການຜູ້ປະຈໍາການກະຊວງປ້ອງກັນປະເທດສິງກະໂປ.
    |
 |
|
ທ່ານພົນໂທ ຮວ່າງຊວນຈ໊ຽນ ພົບປະສອງຝ່າຍກັບທ່ານ Chan Heng Kee ເລຂາທິການຜູ້ປະຈໍາການກະຊວງປ້ອງກັນປະເທດສິງກະໂປ. ພາບ: qdnd.vn |
ທີ່ການພົບປະ, ທ່ານພົນໂທ ຮ່ວາງຊວນຈ໊ຽນ ປາດຖະໜາຢາກໃຫ້ທ່ານ Chan Heng Kee ສືບຕໍ່ເອົາໃຈໃສ່, ຊີ້ນໍາຊຸກຍູ້ການພັດທະນາການພົວພັນດ້ານປ້ອງກັນຊາດລະຫວ່າງ ຫວຽດນາມ-ສິງກະໂປ ໃຫ້ມີບາດກ້າວພັດທະນາຢ່າງແທດຂິງ, ມີປະສິດທິຜົນ, ໂດຍສຸມໃສ່ເຂົ້າໃນບັນດາຂົງເຂດ, ຄື: ແລກປ່ຽນຄະນະຜູ້ແທນທຸກຂັ້ນ, ພິເສດແມ່ນຢູ່ຂັ້ນສູງ, ຮັກສາກົນໄກເຈລະຈາ ແລະປຶກສາຫາລື; ການຮ່ວມມືລະຫວ່າງເຫຼົ່າທັບ, ເຫຼົ່າຮົບ; ການຮ່ວມມືດ້ານການບໍາລຸງສ້າງ ແລະໃນທຸກຂົງເຂດຮ່ວມມືອື່ນໆ, ຄື: ຄວາມໝັ້ນຄົງ, ຄວາມປອດໄພໃນການເດີນທະເລ; ກູ້ໄພກູ້ຊີບ; ການແພດການທະຫານ, ພະລາທິການ, ການແລກປ່ຽນຂໍ້ມູນຂ່າວສານ; ລາຊະການລັບ; ຄວາມໝັ້ນຄົງທີ່ບໍ່ແມ່ນການທະຫານ; ການປຶກສາຫາລື ແລະສະໜັບສະໜູນເຊິ່ງກັນ ແລະກັນ ຢູ່ບັນດາເວທີປາໄສຫຼາຍຝ່າຍ ແລະການເຄື່ອນໄຫວຫຼາຍຝ່າຍໂດຍແຕ່ລະຝ່າຍຈັດຕັ້ງ.
ສ່ວນທ່ານ Chan Heng Kee ຢືນຢັນວ່າ: ຫວຽດນາມ ແລະສິງກະໂປ ມີການພົວພັນຮ່ວມມືດີງາມທີ່ສຸດ ແລະນັບມື້ນັບໄດ້ຮັບການປັບປຸງ, ພັດທະນາ, ໃນນັ້ນການຮ່ວມມືດ້ານປ້ອງກັນຊາດແມ່ນເສົາຄໍ້າ; ພ້ອມທັງສະແດງຄວາມປາດຖະໜາວ່າ ໃນໄລຍະຈະມາເຖິງ, ສອງຝ່າຍຈະສືບຕໍ່ປະສານສົມທົບກັນ, ຊຸກຍູ້ການຮ່ວມມືຮອບດ້ານໃນບັນດາຂົງເຂດທີ່ໄດ້ເຫັນດີເປັນເອກະພາບ, ໂດຍຈຸດສຸມແມ່ນການຮ່ວມມືລະຫວ່າງທະຫານເຮືອ, ການບໍາລຸງສ້າງ, ຄວາມປອດໄພທາງໄຊເບີ..., ຜ່ານນັ້ນຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດສອງຝ່າຍຂຶ້ນສູ່ລະດັບສູງໃໝ່.
    |
 |
|
ທ່ານພົນໂທ ຮວ່າງຊວນຈ໊ຽນ ພົບປະ ແລະໂອ້ລົມກັບການນໍາກະຊວງປ້ອງກັນປະເທດບັນດາປະເທດ ທີ່ງານວາງສະແດງ. ພາບ: qdnd.vn |
* ທີ່ງານວາງສະແດງ, ທ່ານພົນໂທ ຮວ່າງຊວນຈ໊ຽນ ໄດ້ມີການພົບປະກັບການນຳກະຊວງປ້ອງກັນປະເທດບັນດາປະເທດ ແລະຢ້ຽມຢາມບັນດາຮ້ານວາງສະແດງ, ພົບປະກັບວິສາຫະກິດປ້ອງກັນຊາດ ຈາກສິງກະໂປ, ຝລັ່ງ, ອາເມລິກາ, ຍີ່ປຸ່ນ, ອິດສະຣາແອນ, ສ.ເຊັກໂກ ແລະປະເທດອື່ນໆ. ທ່ານພົນໂທ ຮວ່າງຊວນຈ໊ຽນ ສະເໜີໃຫ້ບັນດາປະເທດ ແລະຫວຽດນາມ ຊອກຮູ້ຄວາມເປັນໄປໄດ້ໃນການຮ່ວມມືທີ່ເໝາະສົມກັບຄວາມສາມາດຂອງແຕ່ລະຝ່າຍ, ເຫັນດີເປັນເອກະພາບຕໍ່ກັບທິດທາງຊຸກຍູ້ການຮ່ວມມືດ້ານອຸດສາຫະກຳປ້ອງກັນຊາດ ໃນໄລຍະຈະມາເຖິງ.
    |
 |
|
ທ່ານພົນໂທ ຮວ່າງຊວນຈ໊ຽນ ເປັນສັກຂີພິຍານພິທີລົງນາມໃນຂໍ້ຕົກລົງການຮ່ວມມືລະຫວ່າງ Viettel ກັບກຸ່ມບໍລິສັດ ST Engineering ຂອງສິງກະໂປ. ພາບ: qdnd.vn |
* ໃນວັນດຽວກັນ, ທ່ານພົນໂທ ຮວ່າງຊວນຈ໊ຽນ ໄດ້ເປັນສັກຂີພິຍານພິທີລົງນາມໃນຂໍ້ຕົກລົງການຮ່ວມມືລະຫວ່າງ Viettel ກັບກຸ່ມບໍລິສັດ ST Engineering -ເຊິ່ງແມ່ນກຸ່ມບໍລິສັດການບິນ, ປ້ອງກັນຊາດ, ເຕັກໂນໂລຢີແຖວໜ້າຂອງສິງກະໂປ ແລະກຸ່ມບໍລິສັດ Honeywell - ກຸ່ມບໍລິສັດນາໆຊາດ ທີ່ມີສໍານັກງານ ຢູ່ອາເມລິກາ.
ໂດຍ: ທູຈາງ