leftcenterrightdel
ທ່ານນາງ Urawadee Sriphiromya ເອກອັກຄະລັດຖະທູດໄທ ປະຈຳຫວຽດນາມ ກ່າວຄໍາເຫັນທີ່ງານລ້ຽງ. ພາບ: qdnd.vn

ທີ່ງານລ້ຽງ, ທ່ານນາງ Urawadee Sriphiromya ເອກອັກຄະລັດຖະທູດໄທ ປະຈຳຫວຽດນາມ ກ່າວຄໍາເຫັນໂດຍຢັ້ງຢືນວ່າ ການຮ່ວມມືລະຫວ່າງກອງທັບແຫ່ງລາຊະອານາຈັກໄທ ກັບກອງທັບປະຊາຊົນຫວຽດນາມ ໄດ້ພັດທະນາຢ່າງບໍ່ຢຸດຢັ້ງໃນຫຼາຍປີຜ່ານມາ. ກອງທັບສອງປະເທດໄດ້ຜັນຂະຫຍາຍຫຼາຍການເຄື່ອນໄຫວຮ່ວມມືທີ່ສຳຄັນ, ລວມມີການຝຶກແອບການທະຫານຮ່ວມ, ການປະສານສົມທົບກູ້ຊ່ວຍໄພພິບັດ, ການໜູນຊ່ວຍດ້ານມະນຸດສະທຳ.

ຕາມທ່ານນາງເອກອັກຄະລັດຖະທູດແລ້ວ, ການຮ່ວມມືດ້ານປ້ອງກັນຊາດ ແລະການທະຫານແມ່ນພື້ນຖານສຳຄັນໃນການພົວພັນສອງຝ່າຍ. ປີ 2026 ເປັນຂີດໝາຍເຫດການສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ລາຊະອານາຈັກ ໄທ ກັບຫວຽດນາມ (1976-2026). ໃນຕະຫຼອດໄລຍະ 5 ທົດສະວັດທີ່ຜ່ານມາ, ການພົວພັນລະຫວ່າງສອງປະເທດໄດ້ພັດທະນາຈາກຄວາມເຂົ້າໃຈເຊິ່ງກັນ ແລະກັນ ເປັນຄູ່ຮ່ວມມືຮອບດ້ານ ແລະຍືນຍົງ.

leftcenterrightdel
ທ່ານພົນເອກ ດິງກົງເຟືອງ ຮອງຫົວໜ້າກົມໃຫຍ່ພະລາທິການ-ເຕັກນິກ ກ່າວຄໍາເຫັນທີ່ງານລ້ຽງ. ພາບ: qdnd.vn

ໃນນັ້ນ, ການຮ່ວມມືດ້ານປ້ອງກັນຊາດ ແລະ ການທູດການທະຫານສວມບົດບາດສຳຄັນໃນການປັບປຸງຄວາມໄວ້ເນື້ອເຊື່ອໃຈ, ສະຖຽນລະພາບ, ຄວາມໝັ້ນຄົງຂອງພາກພື້ນ. ສອງປະເທດຮັກສາການຮ່ວມມືຢ່າງແໜ້ນແຟ້ນ ແລະມີລະບົບໃນທັງ 3 ກໍາລັງ, ຄື: ທະຫານບົກ, ທະຫານເຮືອ, ທະຫານອາກາດ.

ທ່ານພົນຈັດຕະວາ ດິງກົງເຟືອງ ກ່າວຄໍາເຫັນຢືນຢັນວ່າ, ການພົວພັນຮ່ວມມືດ້ານການທະຫານ ແລະປ້ອງກັນຊາດ ຫວຽດນາມ - ໄທ ໃນໄລຍະຜ່ານມາສືບຕໍ່ໄດ້ຮັບການຖືເປັນສໍາຄັນ, ບັນລຸໄດ້ໝາກຜົນແທດຈິງຫຼາຍຢ່າງ.

leftcenterrightdel
ທ່ານນາງ Urawadee Sriphiromya ເອກອັກຄະລັດຖະທູດໄທ ປະຈຳຫວຽດນາມ ພ້ອມດ້ວຍທ່ານພົນເອກ ດິງກົງເຟືອງ ຖ່າຍຮູບເປັນທີ່ລະນຶກກັບບັນດາຜູ້ແທນ. ພາບ: qdnd.vn

ການນຳກະຊວງປ້ອງກັນປະເທດສອງປະເທດ ຈັດການຢ້ຽມຢາມ, ແລກປ່ຽນຄະນະຜູ້ແທນທຸກຂັ້ນ, ພິເສດແມ່ນຂັ້ນສູງຢ່າງເປັນປະຈໍາ, ບັນດາກົນໄກຮ່ວມມືນັບມື້ນັບອຸດົມສົມບູນ. ການຮ່ວມມືລະຫວ່າງເຫຼົ່າທັບ, ເຫຼົ່າຮົບ, ການຮ່ວມມືບໍາລຸງສ້າງແຫຼ່ງຊັບພະຍາກອນມະນຸດແມ່ນຈຸດພົ້ນເດັ່ນ.

ທ່ານພົນຕີ ດິງກົງເຟືອງ ເນັ້ນໜັກວ່າ ກອງທັບປະຊາຊົນຫວຽດນາມ ພ້ອມແລ້ວທີ່ຈະສົມທົບກັບກອງທັບ ແຫ່ງລາຊະອານາຈັກ ໄທ ສືບຕໍ່ຜັນຂະຫຍາຍການກໍານົດທິດຂອງການນໍາຂັ້ນສູງສອງປະເທດ ກ່ຽວກັບການຮ່ວມມືດ້ານການທະຫານ ແລະການປ້ອງກັນຊາດສອງຝ່າຍ ໃຫ້ມີປະສິດທິຜົນ; ຊຸກຍູ້ການຮ່ວມມືໃນບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ, ເຊັ່ນ ການຮັບມືກັບສິ່ງທ້າທາຍເຖິງຄວາມໝັ້ນຄົງທີ່ບໍ່ເປັນການທະຫານ, ຄວາມປອດໄພທາງໄຊເບີ, ອາດຊະຍາກຳຂ້າມຊາດ, ຄວາມໝັ້ນຄົງຄວາມປອດໄພໃນການເດີນເຮືອ, ການໜູນຊ່ວຍດ້ານມະນຸດສະທຳ ແລະການກູ້ຊ່ວຍໄພພິບັດ.

ໂດຍ: ທູຈາງ