ກໍາປັ່ນ 17 ເຂົ້າທຽບທ່າ Lumut, ເລີ່ມຕົ້ນການຢ້ຽມຢາມ ມາເລເຊຍ
ກປ.ອອນໄລ - ຕອນເຊົ້າວັນທີ 2 ກຸມພາ, ກໍາປັ່ນ 17 ຂຶ້ນກັບກອງພົນນ້ອຍ 171, ທະຫານເຮືອເຂດ 2 ພ້ອມດ້ວຍຄະນະປະຕິບັດງານທະຫານເຮືອປະຊາຊົນຫວຽດນາມ ນໍາໂດຍພັນເອກພິເສດ ເລດິ່ງງິ ຮອງຫົວໜ້າເສນາທິການທະຫານເຮືອເຂດ 2 ໄດ້ເຂົ້າທຽບທ່າກໍາປັ່ນຖານທັບທະຫານເຮືອ Lumut, ເລີ່ມຕົ້ນການຢ້ຽມຢາມ ມາເລເຊຍ.
    |
 |
|
ພະນັກງານຜູ້ຊີ້ທາງຂອງມາເລເຊຍ ແນະນໍາກໍາປັ່ນ 17 ເຂົ້າທຽບທ່າ. ພາບ: qdnd.vn |
    |
 |
|
ກໍາປັ່ນ 17 ເຂົ້າທຽບທ່າ Lumut. ພາບ: qdnd.vn |
ພິທີຕ້ອນຮັບກໍາປ່ັນ 17 ໄດ້ຈັດຕັ້ງທີ່ທ່າກໍາປັ່ນ Lumut ຕາມພິທີຕ້ອນຮັບກໍາປັ່ນການທະຫານ, ພາຍໃຕ້ການເປັນປະທານຂອງທ່ານພັນເອກ Murthi Subromoniam ຫົວໜ້າຫ້ອງສູ້ຮົບ, ກອງເຮືອຕາເວັນຕົກ, ທະຫານເຮືອລາດຊະວົງມາເລເຊຍ.
ເຂົ້າຮ່ວມພິທີຕ້ອນຮັບກໍາປັ່ນ ພ້ອມດ້ວຍຄະນະປະຕິບັດງານມີທ່ານພັນເອກພິເສດ ຫວູຮວ່າງນາມ ທີ່ປຶກສາທູດປ້ອງກັນຊາດຫວຽດນາມ ປະຈໍາ ມາເລເຊຍ ພ້ອມດ້ວຍກັບຕັນ, ລູກເຮືອຂອງຖານທັບ Lumut.
    |
 |
|
ທ່ານພັນເອກ Murthi Subromoniam ຕ້ອນຮັບຄະນະປະຕິບັດງານທະຫານເຮືອປະຊາຊົນຫວຽດນາມ ແລະກໍາປັ່ນ 17 ມາຢ້ຽມຢາມ, ພົບປະແລກປ່ຽນກັບທະຫານເຮືອລາດຊະວົງມາເລເຊຍ. ພາບ: qdnd.vn |
    |
 |
|
ບັນດານາຍທະຫານ ທະຫານເຮືອມາເລເຊຍ ຕ້ອນຮັບຄະນະປະຕິບັດງານ. ພາບ: qdnd.vn |
    |
 |
|
ຄະນະປະຕິບັດງານທະຫານເຮືອປະຊາຊົນຫວຽດນາມ ພ້ອມດ້ວຍນາຍທະຫານເຮືອລາດຊະວົງມາເລເຊຍ ທີ່ພິທີຕ້ອນຮັບກໍາປັ່ນ 17. ພາບ: qdnd.vn |
    |
 |
|
ທ່ານພັນເອກພິເສດ ເລດິ່ງງິ ມອບຂອງຂວັນທີ່ລະນຶກໃຫ້ພັນເອກ Murthi Subromoniam. ພາບ: qdnd.vn |
    |
 |
|
ຜູ້ແທນກອງເຮືອຕາເວັນຕົກ, ທະຫານເຮືອລາດຊະວົງມາເລເຊຍ ຢ້ຽມຢາມກໍາປັ່ນ 17. ພາບ: qdnd.vn |
ພາຍຫຼັງພິທີຕ້ອນຮັບ, ຄະນະຜູ້ແທນກອງເຮືອຕາເວັນຕົກ, ທະຫານເຮືອລາດຊະວົງມາເລເຊຍ ໄດ້ໄປຢ້ຽມຢາມກໍາປັ່ນ 17; ນາຍທະຫານເຮືອສອງປະເທດ ໄດ້ແລກປ່ຽນ, ເຫັນດີເປັນເອກະພາບຈັດຕັ້ງບັນດາການເຄື່ອນໄຫວຂອງຄະນະປະຕິບັດງານໃນຂອບເຂດການຢ້ຽມຢາມ.
ຕາມນັ້ນແລ້ວ, ຄະນະປະຕິບັດງານທະຫານເຮືອປະຊາຊົນຫວຽດນາມ ຈະເຂົ້າຢ້ຽມຂໍ່ານັບການນໍາກອງເຮືອຕາເວັນຕົກ ແລະຖານທັບທະຫານເຮືອ Lumut; ຈັດຕັ້ງການຢ້ຽມຢາມກໍາປັ່ນສອງຝ່າຍ; ແຂ່ງຂັນກິລາ ແລະຢ້ຽມຊົມທັດສະນີສະພາບບາງແຫ່ງ ຢູ່ມາເລເຊຍ.
ບັນດາການເຄື່ອນໄຫວນີ້ເພື່ອແນໃສ່ເພີ່ມທະວີການພົວພັນຮ່ວມມື, ຄວາມເຂົ້າໃຈ ແລະຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນລະຫວ່າງທະຫານເຮືອ ແລະກອງທັບສອງປະເທດຫວຽດນາມ-ມາເລເຊຍ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພ້ອມກັນພັດທະນາ.
ໂດຍ: ໄຊນີດາ