leftcenterrightdel
ທ່ານພົນໂທ ຮວ່າງຊວນຈ໊ຽນ ແລກປ່ຽນກັບທ່ານ Periasamy Kumaran ຮອງລັດຖະມົນຕີກະຊວງການຕ່າງປະເທດອິນເດຍ. ພາບ: qdnd.vn

ທີ່ການຕ້ອນຮັບ, ທ່ານພົນໂທ ຮວ່າງຊວນຈ໊ຽນ ເນັ້ນໜັກວ່າ: ການຮ່ວມມືດ້ານປ້ອງກັນຊາດລະຫວ່າງຫວຽດນາມ-ອິນເດຍ ໄດ້ຮັບການເອົາໃຈໃສ່ຊຸກຍູ້ຈາກສອງຝ່າຍ, ໄດ້ຮັບການເປີດກວ້າງ, ເຂົ້າສູ່ລວງເລິກຢ່າງບໍ່ຢຸດຢັ້ງ ແລະນັບມື້ນັບມີມີປະສິດທິຜົນ, ແທດຈິງ, ໃນນັ້ນມີການຮ່ວມໃນຂົງເຂດ ຄື: ແລກປ່ຽນຄະນະຜູ້ແທນທຸກຂັ້ນ, ພິເສດແມ່ນຄະນະຜູ້ແທນຂັ້ນສູງ; ຮັກສາກົນໄກປຶກສາຫາລື ແລະເຈລະຈາຢ່າງມີປະສິດທິຜົນ; ການຮ່ວມມືດ້ານການບໍາລຸງສ້າງ; ອຸດສາຫະກໍາປ້ອງກັນຊາດ; ທະຫານເຮືອ ແລະການເຄື່ອນໄຫວຮັກສາສັນຕິພາບຂອງ ສະຫະປະຊາຊາດ...

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: qdnd.vn

ໃນໄລຍະຈະມາເຖິງ, ທ່ານພົນໂທ ຮວ່າງຊວນຈ໊ຽນ ຫວັງວ່າ ທ່ານຮອງລັດຖະມົນຕີ Periasamy Kumaran ຈະສືບຕໍ່ສະໜັບສະໜູນກະຊວງປ້ອງກັນປະເທດສອງປະເທດ ຜັນຂະຫຍາຍບັນດາເນື້ອໃນຮ່ວມມືທີ່ໄດ້ເຫັນດີເປັນເອກະພາບ, ຕາມທິດນໍາ “ຮ່ວມມືດ້ານປ້ອງກັນຊາດ ແລະປ້ອງກັນຄວາມສະຫງົບເລິກເຊິ່ງກວ່າ” ຄືດັ່ງສອງນາຍົກລັດຖະມົນຕີ ຫວຽດນາມ ແລະອິນເດຍ ໄດ້ເຫັນດີເປັນເອກະພາບ. ທ່ານພົນໂທ ຮວ່າງຊວນຈ໊ຽນ ເນັ້ນໜັກວ່າ, ສອງຝ່າຍຄວນສຸມໃສ່ຊຸກຍູ້ການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ຜັນຂະຫຍາຍໜັງສືເຈດຈໍານົງ ວ່າດ້ວຍການຮ່ວມມືດ້ານການບໍາລຸງສ້າງ, ເພີ່ມທະວີການຮ່ວມມືລະຫວ່າງເຫຼົ່າທັບ, ເຫຼົ່າຮົບ, ອຸດສາຫະກໍາປ້ອງກັນຊາດ, ຜ່ານນັ້ນປະກອບສ່ວນຊຸກຍູ້ການພົວພັນຮ່ວມມືລະຫວ່າງຫວຽດນາມ-ອິນເດຍ ເວົ້າລວມ, ການຮ່ວມມືດ້ານປ້ອງກັນຊາດສອງຝ່າຍເວົ້າສະເພາະ ສືບຕໍ່ພັດທະນາ ເພື່ອສັນຕິພາບ, ສະຖຽນລະພາບ, ວັດທະນາຖາວອນລວມຂອງພາກພື້ນ.

ສ່ວນທ່ານຮອງລັດຖະມົນຕີ Periasamy Kumaran ສະແດງຄວາມປາດຖະໜາວ່າ ໃນໄລຍະຈະມາເຖິງ, ສອງຝ່າຍຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ຂະຫຍາຍຂົງເຂດຮ່ວມມືທີ່ມີຄວາມສາມາດບົ່ມຊ້ອນໃຫ້ຫຼາຍຕື່ມອີກ ເພື່ອແນໃສ່ຊຸກຍູ້ການພົວພັນຮ່ວມມືລະຫວ່າງສອງປະເທດ ເວົ້າລວມ ແລະລະຫວ່າງກະຊວງປ້ອງກັນປະເທດສອງປະເທດ ເວົ້າສະເພາະ.

ໂດຍ: ທູຈາງ