ຄະນະຜູ້ແທນກະຊວງປ້ອງກັນປະເທດຫວຽດນາມ ຢ້ຽມຢາມສູນການແພດສະຫວັດດີການຜູ້ອາຍຸສູງ Narita
ກປ.ອອນໄລ - ໃນຂອບເຂດການຢ້ຽມຢາມ ແລະເຮັດວຽກ ຢູ່ຍີ່ປຸ່ນ, ທ່ານພົນໂທ ຮວ່າງຊວນຈ໊ຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະຜູ້ແທນກະຊວງປ້ອງກັນປະເທດຫວຽດນາມ ໄດ້ມາຢ້ຽມຢາມສູນການແພດສະຫວັດດີການຜູ້ອາຍຸສູງ Narita. ເຂົ້າຮ່ວມຄະນະຍັງມີທ່ານພົນຈັດຕະວາ ເຈີ່ນກວກຫວຽດ, ຫົວໜ້າໂຮງໝໍກອງທັບ 175.
ທ່ານພົນໂທ ຮວ່າງຊວນຈ໊ຽນ ເນັ້ນໜັກວ່າ: ການຮ່ວມມືດ້ານການແພດແມ່ນໜຶ່ງໃນບັນດາເນື້ອໃນບຸລິມະສິດເພື່ອຊຸກຍູ້, ຫັນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຍີ່ປຸ່ນ ເປັນລະອຽດ; ພ້ອມທັງໃຫ້ຮູ້ວ່າ, ລັດຖະບານ ແລະກະຊວງປ້ອງກັນປະເທດຫວຽດນາມ ເອົາໃຈໃສ່ທີ່ສຸດເຖິງການສົ່ງເສີມສຸຂະພາບໃຫ້ແກ່ຜູ້ອາຍຸສູງ. ນີ້ບໍ່ພຽງແຕ່ແມ່ນເປົ້າໝາຍຄວນໄດ້ຮັບການເບິ່ງແຍງດູແລ, ປົກປ້ອງເທົ່ານັ້ນ ຫາກຍັງແມ່ນແຫຼ່ງກຳລັງສຳຄັນໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດ.
ເລື່ອງເອົາໃຈໃສ່ເຖິງການສົ່ງເສີມສຸຂະພາບ, ປະຕິບັດນະໂຍບາຍສໍາລັບຜູ້ອາຍຸສູງເປັນຢ່າງດີມີຄວາມໝາຍມະນຸດສະທຳຢ່າງເລິກເຊິ່ງ, ປະກອບສ່ວນເສີມຂະຫຍາຍບົດບາດ, ຄວາມສາມາດບ່ົມຊ້ອນ, ປະສົບການ ແລະພູມປັນຍາຂອງກຳລັງນີ້ໃນການພັດທະນາເສດຖະກິດ, ການເມືອງ, ວັດທະນະທຳ, ສັງຄົມຂອງປະເທດ. ປະຈຸບັນ, ຂະແໜງການແພດທະຫານຂອງກະຊວງປ້ອງກັນປະເທດຫວຽດນາມ ພວມຜັນຂະຫຍາຍແຜນຮ່າງ “ກໍ່ສ້າງ ແລະພັດທະນາຂະແໜງຟື້ນຟູສຸຂະພາບ ແລະອາຍຸລະກຳ”.
    |
 |
|
ທ່ານພົນໂທ ຮວ່າງຊວນຈ໊ຽນ ຢ້ຽມຢາມສູນການແພດສະຫວັດດີການຜູ້ອາຍຸສູງ Narita. ພາບ: qdnd.vn |
ສະແດງຄວາມປະທັບໃຈ ແລະຕີລາຄາສູງພື້ນຖານດ້ານວັດຖຸທີ່ທັນສະໄໝ, ໝູນໃຊ້ເຕັກໂນໂລຢີອັດສະລິຍະ ແລະອຸປະກອນທີ່ກ້າວໜ້າ, ແຫຼ່ງຊັບພະຍາກອນມະນຸດອັນດີເລີດ ຂອງສູນການແພດສະຫວັດດີການຜູ້ອາຍຸສູງ Narita, ທ່ານພົນໂທ ຮວ່າງຊວນຈ໊ຽນ ປາດຖະໜາວ່າ ທາງສູນຈະຕັ້ງໜ້າແບ່ງປັນປະສົບການໃນການກໍ່ສ້າງພື້ນຖານດ້ານວັດຖຸ, ການບໍລິຫານ, ບຳລຸງສ້າງ ແລະພັດທະນາແຫຼ່ງຊັບພະຍາກອນມະນຸດ... ກັບບັນດາກົມກອງແພດທະຫານຂອງກະຊວງປ້ອງກັນປະເທດຫວຽດນາມ, ໃນນັ້ນມີໂຮງໝໍກອງທັບ 175 ເຊິ່ງແມ່ນກົມກອງທີ່ພວມຜັນຂະຫຍາຍ “ໂຮງໝໍພະຍາບານຟື້ນຟູສຸຂະພາບ ແລະອາຍຸລະກໍາ". ທ່ານພົນໂທ ຮວ່າງຊວນຈ໊ຽນ ສະເໜີໃຫ້ສອງຝ່າຍສົມທົບກັນຢ່າງແໜ້ນແຟ້ນໃນການສຳຫຼວດສະພາບຕົວຈິງ, ແລກປ່ຽນວິຊາສະເພາະ ເພື່ອແນໃສ່ນໍາມາເຊິ່ງການບໍລິການດ້ານການແພດ ໃຫ້ມີຄຸນນະພາບສູງ, ຍົກສູງກໍາລັງຄວາມສາມາດເບິ່ງແຍງດູແລຜູ້ອາຍຸສູງ, ພະນັກງານບຳນານພາຍໃນ ແລະນອກກອງທັບ.
    |
 |
|
ທ່ານພົນໂທ ຮວ່າງຊວນຈ໊ຽນ ຢ້ຽມຢາມສູນການແພດສະຫວັດດີການຜູ້ອາຍຸໂຮງໝໍພະຍາບານ Narita. ພາບ: qdnd.vn |
ທ່ານພົນໂທ ຮ່ວາງຊວນຈ໊ຽນ ເຊື້ອເຊີນການນຳສູນ ມາຢ້ຽມຢາມຫວຽດນາມເພື່ອແລກປ່ຽນບົດຮຽນປະສົບການ ແລະຊຸກຍູ້ກາລະໂອກາດຮ່ວມມື. ກະຊວງປ້ອງກັນປະເທດຫວຽດນາມ ຈະສ້າງເງື່ອນໄຂສະດວກ ເພື່ອໃຫ້ສອງຝ່າຍຮ່ວມມືຢ່າງມີປະສິດທິຜົນ.
ໂດຍ: ທູຈາງ