ທ່ານພົນໂທ ຮວ່າງຊວນຈຽນ ຕ້ອນຮັບເອກອັກຄະລັດຖະທູດຈີນ ປະຈໍາ ຫວຽດນາມ
ກປ.ອອນໄລ - ຕອນບ່າຍວັນທີ 17 ທັນວາ, ທີ່ສຳນັກງານກະຊວງປ້ອງກັນປະເທດ, ທ່ານພົນໂທ ຮວ່າງຊວນຈຽນ, ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ຕ້ອນຮັບທ່ານ He wei, ເອກອັກຄະລັດຖະທູດຈີນ ປະຈຳ ຫວຽດນາມ.
ທ່ານພົນໂທ ຮວ່າງຊວນຈຽນ ຢືນຢັນວ່າ ໃນໄລຍະຜ່ານມາ ການພົວພັນລະຫວ່າງສອງພັກ ແລະສອງປະເທດ ໄດ້ຮັບການປັບປຸງ ແລະເພີ່ມທະວີຢ່າງບໍ່ຢຸດຢັ້ງ.
    |
 |
|
ທ່ານພົນໂທ ຮວ່າງຊວນຈຽນ ຕ້ອນຮັບທ່ານ He wei ເອກອັກຄະລັດຖະທູດຈີນ ປະຈໍາ ຫວຽດນາມ. ພາບ: qdnd.vn |
ຕາມທ່ານພົນໂທ ຮວ່າງຊວນຈຽນ ແລ້ວ, ໃນໄລຍະຜ່ານມາ, ການຮ່ວມມືດ້ານປ້ອງກັນຊາດສອງຝ່າຍໄດ້ຢືນຢັນວ່າແມ່ນໜຶ່ງໃນບັນດາເສົາຄ້ຳສຳຄັນໃນການພົວພັນລະຫວ່າງຫວຽດນາມ-ຈີນ, ເຊິ່ງສະແດງໃຫ້ເຫັນຜ່ານຫຼາຍເນື້ອໃນ, ຂົງເຂດການຮ່ວມມື ແລະບັນລຸໄດ້ໝາກຜົນທີ່ແທດຈິງ ແລະມີປະສິດທິຜົນ, ພົ້ນເດັ່ນແມ່ນໃນຂົງເຂດຕ່າງໆ ຄື: ການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ເປັນຕົ້ນແມ່ນຂັ້ນສູງ; ບັນດາກົນໄກການຮ່ວມມືທີ່ສອງຝ່າຍເອົາໃຈໃສ່ຊຸກຍູ້; ການຮ່ວມມືລະຫວ່າງເຫຼົ່າທັບ, ເຫຼົ່າຮົບ, ຕໍາຫຼວດທະເລ, ອຸດສາຫະກຳປ້ອງກັນຊາດ, ວຽກງານພັກ, ວຽກງານການເມືອງ... ກໍໄດ້ຮັບການເອົາໃຈໃສ່.
ພິເສດ, ໃນເດືອນເມສາ 2025, ສອງຝ່າຍໄດ້ຈັດຕັ້ງສໍາເລັດງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນຫວຽດນາມ-ຈີນ ຄັ້ງທີ 9, ປະກອບສ່ວນພ້ອມກັນຮັກສາເສັ້ນຊາຍແດນ, ຫຼັກໝາຍຊາຍແດນໃຫ້ມີຄວາມສະຖຽນລະພາບ, ຊຸກຍູ້ການຮ່ວມມືພັດທະນາລະຫວ່າງສອງປະເທດ, ສອງກອງທັບ.
    |
 |
|
ທ່ານພົນໂທ ຮວ່າງຊວນຈຽນ ແລະທ່ານ He wei ເອກອັກຄະລັດຖະທູດຈີນ ປະຈໍາ ຫວຽດນາມ. ພາບ: qdnd.vn |
ໃນໄລຍະຈະມາເຖິງ, ບົນພື້ນຖານຄວາມຮັບຮູ້ລວມລະຫວ່າງການນໍາຂັ້ນສູງສອງປະເທດ, ເອກະສານ, ຂໍ້ຕົກລົງສະບັບຕ່າງໆທີ່ໄດ້ລົງນາມ, ທ່ານພົນໂທ ຮວ່າງຊວນຈຽນ ສະເໜີສອງຝ່າຍສືບຕໍ່ຊຸກຍູ້, ຜັນຂະຫຍາຍບັນດາເນື້ອໃນ, ຂົງເຂດຮ່ວມມືເຂົ້າສູ່ລວງເລິກ, ບັນລຸປະສິດທິຜົນຢ່າງແທດຈິງ.
ສ່ວນທ່ານ He wei ກໍ່ສະແດງຄວາມປິຕີຊົມຊື່ນທີ່ໄດ້ພົບປະກັບທ່ານພົນໂທ ຮວ່າງຊວນຈຽນ ອີກເທື່ອໜຶ່ງ. ເນື່ອງໃນໂອກາດນີ້, ທ່ານ He wei ໄດ້ສົ່ງຄໍາອວຍພອນເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ ຄົບຮອບ 81 ປີ. ພ້ອມທັງຢືນຢັນວ່າ ໃນຖານະຕໍາແໜ່ງຂອງຕົນ ຈະມານະພະຍາຍາມປະກອບສ່ວນຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດ.
ໂດຍ: ໄຊນີດາ