ກຳປັ່ນໝາຍເລກ 015-ເຈິ່ນຮືງດ້າວ ເຂົ້າທຽບທ່າກຳປັ່ນ Kure, ເລີ່ມຕົ້ນການຢ້ຽມຢາມຍີ່ປຸ່ນ
ກປ.ອອນໄລ - ໂດຍສືບຕໍ່ການເດີນທາງໄປຢ້ຽມຢາມຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ, ຕອນເຊົ້າວັນທີ 7 ທັນວາ, ກຳປັ່ນໝາຍເລກ 015-ເຈິ່ນຮືງດ້າວ (ກອງພົນນ້ອຍ162, ທະຫານເຮືອເຂດ 4) ພ້ອມດ້ວຍຄະນະປະຕິບັດງານທະຫານເຮືອປະຊາຊົນຫວຽດນາມ ໂດຍທ່ານພັນເອກພິເສດ ຫງວຽນວີ໊ງນາມ, ຮອງຜູ້ບັນຊາການທະຫານເຮືອເຂດ 4 ເປັນຫົວໜ້າຄະນະ ໄດ້ເຂົ້າທຽບທ່າກໍາປັ່ນ Kure (ແຂວງ Hiroshima), ເລີ່ມຕົ້ນການຢ້ຽມຢາມຍີ່ປຸ່ນ.
ທ່ານພັນເອກ Yanagihara, ຕາງໜ້າໃຫ້ຖານທັບເຮືອ Kure ເຊິ່ງແມ່ນໜຶ່ງໃນບັນດາຖານທັບໃຫຍ່ທີ່ສຸດຂອງກໍາລັງປ້ອງກັນຕົວຢູ່ທະເລຍີ່ປຸ່ນ ເປັນປະທານພິທີຕ້ອນຮັບຄະນະປະຕິບັດງານ ແລະພະນັກງານ, ລູກເຮືອຂອງກຳປັ່ນໝາຍເລກ 015-ເຈິ່ນຮືງດ້າວ.
ກ່າວຄຳເຫັນທີ່ພິທີຕ້ອນຮັບ, ທ່ານພັນເອກ Yanagihara ໄດ້ສະແດງຄວາມຍິນດີຕ້ອນຮັບຄະນະປະຕິບັດງານທະຫານເຮືອປະຊາຊົນຫວຽດນາມ ແລະກຳປັ່ນໝາຍເລກ 015-ເຈິ່ນຮືງດ້າວ ມາຢ້ຽມຢາມຍີ່ປຸ່ນ; ສະແດງຄວາມຫວັງວ່າ ຜ່ານບັນດາການເຄື່ອນໄຫວພົບປະແລກປ່ຽນໃນຂອບເຂດການຢ້ຽມຢາມ ຈະປະກອບສ່ວນພັດທະນາສາຍພົວພັນການຮ່ວມມືມິດຕະພາບລະຫວ່າງກໍາລັງທະຫານເຮືອສອງປະເທດ ແລະການພົວພັນ ຫວຽດນາມ - ຍີ່ປຸ່ນ ໃຫ້ຫຼາຍກ່ວາອີກ.
    |
 |
|
ຄະນະປະຕິບັດງານ ແລະພະນັກງານ, ລູກເຮືອກຳປັ່ນໝາຍເລກ 015-ເຈິ່ນຮືງດ້າວ ເຄົາລົບທ່າກໍາປັ່ນ. ພາບ: qdnd.vn |
    |
 |
|
ຜູ້ຕາງໜ້າຖານທັບເຮືອ Kure ມອບດອກໄມ້ຊົມເຊີຍຄະນະປະຕິບັດງານ. ພາບ: qdnd.vn |
ທ່ານພັນເອກພິເສດ ຫງວຽນວີ໊ງນາມ ເຊື່ອໝັ້ນວ່າ ການຢ້ຽມຢາມ ຈະຊ່ວຍໃຫ້ນາຍທະຫານ, ລູກເຮືອສອງປະເທດມີຄວາມເຂົ້າໃຈກວ່າກ່ຽວກັບປະເທດ, ປະຊາຊົນ ແລະວັດທະນະທໍາຂອງແຕ່ລະປະເທດ, ເປັນຂົວເຊື່ອມຕໍ່ສາຍພົວພັນການຮ່ວມມືມິດຕະພາບອັນດີງາມລະຫວ່າງຫວຽດນາມ ກັບຍີ່ປຸ່ນ, ກໍາລັງປະກອບອາວຸດ ແລະທະຫານເຮືອສອງປະເທດ.
    |
 |
|
ສອງຝ່າຍຖ່າຍຮູບເປັນມີ່ລະນຶກທີ່ທ່າກໍາປັ່ນ. ພາບ: qdnd.vn |
ການຢ້ຽມຢາມເພື່ອແນໃສ່ຫັນຖະແຫຼງການວິໄສທັດຮ່ວມກ່ຽວກັບການຮ່ວມມືດ້ານປ້ອງກັນຊາດຫວຽດນາມ-ຍີ່ປຸ່ນ ມຸ່ງໄປເຖິງຊຸມປີຕໍ່ໜ້າທີ່ກະຊວງປ້ອງກັນປະເທດສອງປະເທດ ໄດ້ລົງນາມໃນປີ 2018 ໃຫ້ປະກົດຜົນເປັນຈິງ, ສອດຄ່ອງກັບສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ເພື່ອສັນຕິພາບ ແລະວັດທະນາຖາວອນຢູ່ອາຊີ ແລະໃນໂລກ; ພ້ອມກັນນັ້ນເພີ່ມທະວີສາຍພົວພັນການຮ່ວມມືມິດຕະພາບ, ຄວາມໄວ້ເນື້ອເຊື່ອໃຈ ແລະຄວາມເຂົ້າໃຈເຊິ່ງກັນ ແລະກັນລະຫວ່າງທະຫານເຮືອສອງປະເທດ.
    |
 |
|
ທ່ານພັນເອກ Yanagihara ພ້ອມດ້ວຍນາຍທະຫານເຮືອຍີ່ປຸ່ນ ຂຶ້ນຢ້ຽມຢາມກຳປັ່ນໝາຍເລກ 015-ເຈິ່ນຮືງດ້າວ. ພາບ: qdnd.vn |
ພາຍຫຼັງພິທີຕ້ອນຮັບ, ບັນດານາຍທະຫານເຮືອຍີ່ປຸ່ນ ໄດ້ຂຶ້ນຢ້ຽມຢາມກຳປັ່ນໝາຍເລກ 015-ເຈິ່ນຮືງດ້າວ ແລະແລກປ່ຽນກັບຄະນະປະຕິບັດງານ.
ໂດຍ: ທູຈາງ