ທີ່ການຕ້ອນຮັບ, ທ່ານ Yoshiake Shinhara ໄດ້ຕີລາຄາສູງການຢ້ຽມຢາມຂອງກຳປັ່ນ 015 - ເຈິ່ນຮືງດ້າວ, ສະແດງຄວາມປາດຖະໜາວ່າ ຜ່ານການເຄື່ອນໄຫວພົບປະແລກປ່ຽນກັບທະຫານເຮືອຂອງປະເທດເຈົ້າພາບ ກໍຄືປະຊາຊົນທ້ອງຖິ່ນ, ບັນດານາຍທະຫານ, ລູກເຮືອຂອງທະຫານເຮືອຫວຽດນາມ ຈະມີຄວາມເຂົ້າໃຈຕື່ມກ່ຽວກັບນະຄອນ Kure ແລະມີຄວາມປະທັບໃຈອັນດີງາມກ່ຽວກັບນະຄອນເມື່ອກັບຄືນປະເທດ. ທ່ານ Yoshiake Shinhara ຫວັງວ່າສາຍພົວພັນລະຫວ່າງຫວຽດນາມ ແລະຍີ່ປຸ່ນ ຈະນັບມື້ນັບສະໜິດຕິດພັນ  ແລະພັດທະນາຢ່າງແຂງແຮງກວ່າເກົ່າ, ສືບຕໍ່ປະກອບສ່ວນເຂົ້າໃນຄວາມວັດທະນາຖາວອນລວມຂອງອາຊີ ແລະ ໃນໂລກ.

leftcenterrightdel
ນາຍທະຫານ, ລູກເຮືອ ກໍາປັ່ນ JS Tenryu ຢ້ຽມຊົມກຳປັ່ນ 015 - ເຈິ່ນຮືງດ້າວ. ພາບ: qdnd.vn
leftcenterrightdel
ພະນັກງານ, ລູກເຮືອ ກຳປັ່ນ 015 - ເຈິ່ນຮືງດ້າວ ຢ້ຽມຊົມກໍາປັ່ນ JS Tenryu ຂອງຍີ່ປຸ່ນ. ພາບ: qdnd.vn
leftcenterrightdel
ການແຂ່ງຂັນບານສົ່ງລະຫວ່າງນາຍທະຫານ, ລູກເຮືອຂອງສອງປະເທດ. ພາບ: qdnd.vn

ທ່ານພັນເອກພິເສດ ຫງວຽນວິ໊ງນາມ ເນັ້ນໜັກວ່າ, ໃນຊຸມປີຜ່ານມາ, ການຮ່ວມມືດ້ານປ້ອງກັນຊາດລະຫວ່າງຫວຽດນາມ-ຍີ່ປຸ່ນ ເວົ້າລວມ ແລະການຮ່ວມມືລະຫວ່າງທະຫານເຮືອປະຊາຊົນຫວຽດນາມ ແລະກໍາລັງປ້ອງກັນຕົວຢູ່ທະເລຍີ່ປຸ່ນ ເວົ້າສະເພາະ ໄດ້ມີບາດກ້າວພັດທະນາຢ່າງຕັ້ງໜ້າ ແລະມີປະສິດທິຜົນ; ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ສາຍພົວພັນລະຫວ່າງສອງປະເທດຈະນັບມື້ນັບພັດທະນາເລິກເຊິ່ງກວ້າງຂວາງ, ປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ ແລະວັດທະນາຖາວອນລວມໃນພາກພື້ນ ແລະ ໃນໂລກ.

* ໃນວັນທີ 9 ທັນວາ, ນາຍທະຫານ, ລູກເຮືອ ຂອງສອງປະເທດ ໄດ້ໄປຢ້ຽມຢາມກຳປັ່ນ 015 - ເຈິ່ນຮືງດ້າວ ແລະກໍາປັ່ນ JS Tenryu ຂອງຍີ່ປຸ່ນ; ແຂ່ງຂັນກິລາມິດຕະພາບ.

* ໃນຕອນຄໍ່າວັນດຽວກັນ, ການນໍານະຄອນ Kure ພ້ອມດ້ວຍການນໍາ, ນາຍທະຫານ, ລູກເຮືອເຂດ Kure, ກໍາລັງປ້ອງກັນຕົວຢູ່ທະເລຍີ່ປຸ່ນ ໄດ້ເຂົ້າຮ່ວມງານລ້ຽງ ຢູ່ເທິງກຳປັ່ນ 015 - ເຈິ່ນຮືງດ້າວ.

ໂດຍ: ທູຈາງ