ເຂົ້າຮ່ວມການພົບປະມີບັນດານາຍພົນ, ນັກຮົບເກົ່າ, ນາຍທະຫານ ແລະຍາດຕິພີ່ນ້ອງສະມາຊິກຄະນະປະສານງານທີ່ເຄີຍຮໍ່າຮຽນຢູ່ວິທະຍາຄານປ້ອງກັນອາກາດແຫ່ງຊາດສະຫະພາບໂຊວຽດ Zhukov (ວິທະຍາຄານປ້ອງກັນອາກາດ-ອາວະກາດສະຫະພັນລັດເຊຍ ປະຈຸບັນ).

ທີ່ການພົບປະ, ບັນດາຜູ້ແທນໄດ້ຫວນຄືນຂະບວນການຮໍ່າຮຽນ ແລະເຮັດວຽກຢູ່ສະຫະພາບໂຊວຽດ (ສະຫະພັນລັດເຊຍ ປະຈຸບັນ). ຜ່ານແຕ່ລະໄລຍະ, ໄດ້ມີນັກຮຽນທະຫານຫຼາຍລຸ້ນຄົນຮຽນຢູ່ວິທະຍາຄານປ້ອງກັນອາກາດແຫ່ງຊາດ ສະຫະພາບໂຊວຽດ (ປະຈຸບັນແມ່ນວິທະຍາຄານປ້ອງກັນອາກາດ-ອາວະກາດສະຫະພັນລັດເຊຍ) ທີ່ເຕັມໄປດ້ວຍມູນເຊື້ອ.

leftcenterrightdel
ນັກຮຽນທະຫານວິທະຍາຄານປ້ອງກັນອາກາດແຫ່ງຊາດ ສະຫະພາບໂຊວຽດ ລຸ້ນຕ່າງໆ (ວິທະຍາຄານປ້ອງກັນອາກາດ-ອາວະກາດສະຫະພັນລັດເຊຍ) ແລະຍາດຕິພີ່ນ້ອງຖ່າຍຮູບເປັນທີ່ລະນຶກ. ພາບ: qdnd.vn

ທ່ານພັນເອກພິເສດ ຫວູງອັກຢ້ຽວ, ອະດີດພະນັກງານເຫຼົ່າທັບປ້ອງກັນອາກາດ-ທະຫານອາກາດ ເລົ່າວ່າ: “ພວກຂ້າພະເຈົ້າ ລວມມີ 14 ຄົນ ຢູ່ພາກສ່ວນຣາດາ, ລູກສອນໄຟ, ປືນໃຫຍ່ປ້ອງກັນອາກາດ ເຊິ່ງເປັນນັກຮຽນທະຫານ ຊຸດທີ 1, ແຕ່ປີ 1977-1981, ໄດ້ຮໍ່າຮຽນຢູ່ວິທະຍາຄານປ້ອງກັນອາກາດແຫ່ງຊາດ ສະຫະພາບໂຊວຽດ. ຫຼັງຈາກຮຽນພາສາລັດເຊຍ ຢູ່ຫວຽດນາມໄດ້ໄລຍະໜຶ່ງ, ເມື່ອໄປຮອດລັດເຊຍ, ພວກຂ້າພະເຈົ້າ ສາມາດສື່ສານ ແລະດຳລົງຊີວິດປົກກະຕິ, ບໍ່ຈຳເປັນຕ້ອງມີນາຍແປພາສາ. ພາສາແຕກຕ່າງກັນ ທີ່ບໍ່ສາມາດ “ສ້າງຄວາມຫຍຸ້ງຍາກ” ໃຫ້ທະຫານປ້ອງກັນອາກາດຫວຽດນາມ ແຕ່ຢ່າງໃດເລີຍ, ແຕ່ສິ່ງທີ່ຫຍຸ້ງຍາກທີ່ສຸດນັ້ນແມ່ນສະພາບອາກາດທີ່ຮ້າຍແຮງ, ລະດູໜາວຢູ່ທີ່ນີ້ແມ່ນໜາວຫຼາຍ, ອຸນຫະພູມຕິດລົບຮອດ 41 ອົງສາ. ແຕ່ຜ່ານຜ່າຄວາມຫຍຸ້ງຍາກທັງໝົດ, ພວກຂ້າພະເຈົ້າ ທຸກຄົນຕ້ອງໄດ້ອົດທົນ, ດຸໝັ່ນຮໍ່າຮຽນ, ຮັບເອົາຄວາມຮູ້ທີ່ໄດ້ຮຽນມາ.

ສຳລັບທ່ານພົນຈັດຕະວາ ວີວັນລຽນ, ອະດີດຮອງຜູ້ບັນຊາການເຫຼົ່າທັບປ້ອງກັນອາກາດ-ທະຫານອາກາດ ໃຫ້ຮູ້ວ່າ, ໃນຊຸມປີທີ່ຮຽນຢູ່ວິທະຍາຄານປ້ອງກັນອາກາດແຫ່ງຊາດ ສະຫະພາບໂຊວຽດ ແມ່ນຄວາມຊົງຈຳທີ່ບໍ່ອາດລືມໄດ້. ທ່ານ ເລົ່າສູ່ຟັງວ່າ: “ປີ 1986, ໃນຂະນະທີ່ກຳລັງປະຕິບັດງານຢູ່ຊາຍແດນ, ຕົນເອງ ແລະສະຫາຍອີກ 5 ຄົນໄດ້ຖືກຄັດເລືອກໃຫ້ໄປຮຽນຢູ່ວິທະຍາຄານປ້ອງກັນອາກາດແຫ່ງຊາດ ສະຫະພາບ ໂຊວຽດ. ໃນຈໍານວນນັ້ນ, ຕົນເອງ ແລະສະຫາຍອີກ 2 ຄົນເຄີຍໄປຮຽນຢູ່ສະຫະພາບໂຊວຽດ ມາແລ້ວ, ສະນັ້ນຈຶ່ງມີຄວາມຮັບຜິດຊອບໃນການສອນ, ຊ່ວຍເຫຼືອບັນດາສະຫາຍທີ່ຍັງເຫຼືອ. ໂດຍຢູ່ຫ່າງໄກຈາກຄອບຄົວ, ເງື່ອນໄຂເສດຖະກິດພາຍໃນປະເທດຍັງຫຍຸ້ງຍາກ, “ຮຽນຄັ້ງດຽວ” ເປັນເວລາ 5 ປີ, ຕົນເອງພ້ອມກັບໝູ່ເພື່ອນລ້ວນແຕ່ລະດົມກໍາລັງໃຈກັນ, ແກ້ໄຂ ແລະພະຍາຍາມຮໍ່າຮຽນ. ສຳລັບຕົນເອງແລ້ວ, ຄວາມປະທັບໃຈທີ່ສຸດແມ່ນອາລົມຈິດ, ຄວາມຜູກພັນຮັກໄຄ່, ຄວາມຮັກແພງຂອງບັນດາຄູອາຈານທີ່ມີຕໍ່ນັກຮຽນທະຫານຫວຽດນາມ. ຍ້ອນຄວາມເອົາໃຈໃສ່ຂອງຄູອາຈານໃນການສິດສອນ ແລະໃຫ້ຄວາມຮູ້ຢ່າງສຸດຈິດສຸດໃຈ,  ຕົນເອງພ້ອມກັບໝູ່ຈຶ່ງນຳເອົາຄວາມຮູ້ທີ່ໄດ້ຮຽນມານໍາໃຊ້ເຂົ້າໃນວຽກງານພຶດຕິກໍາຕົວຈິງຢ່າງມີປະສິດທິຜົນ”.

ໂດຍໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2022, ມາຮອດປະຈຸບັນ, ຄະນະປະສານງານອະດີດນັກຮຽນທະຫານວິທະຍາຄານປ້ອງກັນອາກາດແຫ່ງຊາດສະຫະພາບໂຊວຽດ (ວິທະຍາຄານປ້ອງກັນອາກາດ-ອາວະກາດສະຫະພັນລັດເຊຍ) ໄດ້ກາຍເປັນບ່ອນພົບປະ, ແບ່ງປັນຂໍ້ມູນຂ່າວສານ, ລະດົມກໍາລັງໃຈ, ຊ່ວຍເຫຼືອເຊິ່ງກັນ ແລະກັນໃນຊີວິດ. ວຽກງານກໍ່ສ້າງສະມາຄົມຍາມໃດກໍ່ໄດ້ເອົາໃຈໃສ່ເປັນພິເສດ ດ້ວຍການລະດົມກໍາລັງໃຈສະມາຊິກສະມາຄົມເຂົ້າຮ່ວມການດໍາເນີນຊີວິດຢ່າງບໍ່ຢຸດຢັ້ງ, ຢ້ຽມຢາມຖາມຂ່າວເມື່ອເຈັບເປັນ, ຖືກເຄາະຮ້າຍ, ງານສົບ, ຢ້ຽມຢາມຖາມຂ່າວຄອບຄົວເພື່ອນຮ່ວມກົມກອງທີ່ມີຍາດຕິພີ່ນ້ອງເສຍຊີວິດ ຫຼື ສະມາຊິກທີ່ເສຍຊີວິດ ເປັນປະຈໍາ.

ທ່ານພົນຈັດຕະວາ ເລວັນງອັກ, ອະດີດຮອງຫົວໜ້າເສນາທິການ ເຫຼົ່າທັບປ້ອງກັນອາກາດ-ທະຫານອາກາດ, ຫົວໜ້າຄະນະປະສານງານ ໃຫ້ຮູ້ວ່າ: “ໃນໄລຍະຈະມາເຖິງ, ພວກຂ້າພະເຈົ້າ ຈະຍູ້ແຮງການເຄື່ອນໄຫວແຫ່ງສາຍຈິດມິດໃຈ, ຢ້ຽມຢາມຖາມຂ່າວເພື່ອນຮ່ວມກົມກອງ, ແບ່ງປັນ, ຊ່ວຍເຫຼືອເຊິ່ງກັນ ແລະກັນໃນການປະຕິບັດໜ້າທີ່ວຽກງານ ແລະການດຳລົງຊີວິດ. ຄະນະປະສານງານ ໄດ້ສົ່ງເສີມຊຸກຍູ້ບັນດາໜ່ວຍ, ຊຸດຮຽນພົບປະແລກປ່ຽນ, ແບ່ງປັນຂໍ້ມູນຂ່າວສານຕາມຮູບການທີ່ເໝາະສົມເພື່ອໃຫ້ບັນດາສະຫາຍທີ່ກຳລັງປະຕິບັດງານ ປະຕິບັດສຳເລັດໜ້າທີ່, ປະກອບສ່ວນກໍ່ສ້າງກອງທັບ, ກົມກອງ, ເຫຼົ່າທັບໃຫ້ນັບມື້ນັບເຂັ້ມແຂງ; ບັນດາສະຫາຍທີ່ບໍານານແລ້ວ ຍາມໃດກໍ່ວາງຕົວສົມກັບນາມມະຍົດທະຫານລຸງໂຮ່, ດຳລົງຊີວິດຢ່າງມີຄວາມສຸກ, ມີສຸຂະພາບແຂງແຮງ, ມີປະໂຫຍດ ແລະເປັນແບບຢ່າງໃຫ້ແກ່ລູກຫຼານປະຕິບັດຕາມ”.

ໂດຍ: ເຈິ່ນຮວ່ຽນ