ຄະນະກໍາປັ່ນທະຫານເຮືອອາເມລິກາ ຢ້ຽມຢາມນະຄອນດ່ານັງ
ກປ.ອອນໄລ - ວັນທີ 8 ທັນວາ, ຄະນະກໍາປັ່ນທະຫານເຮືອອາເມລິກາ ລວມມີ ກຳປັ່ນຍົກພົນຂຶ້ນບົກ USS Tripoli ແລະກຳປັ່ນລາດຕະເວນ USS Robert Smalls, ພ້ອມດ້ວຍນາຍທະຫານ, ລູກເຮືອກວ່າ 2.000 ຄົນ ນໍາໂດຍທ່ານພົນຈັດຕະວາ Thomas Shultz, ຜູ້ບັນຊາການກຸ່ມສູ້ຮົບໄປສູ້ຮົບຢູ່ແດນໄກ ເລກ 7 ອາເມລິກາ ເລີ່ມຕົ້ນການຢ້ຽມຢາມມິດຕະພາບນະຄອນດ່ານັງ ໃນລະຫວ່າງວັນທີ 8 ຫາວັນທີ 11 ທັນວາ.
ເຂົ້າຮ່ວມພິທີຕ້ອນຮັບທີ່ທ່າກຳປັ່ນຕຽນຊາ ມີຕາງໜ້າການນຳ, ຄື: ພະແນກຕ່າງປະເທດນະຄອນດ່ານັງ, ທະຫານເຮືອເຂດ 3, ກອງບັນຊາການທະຫານນະຄອນດ່ານັງ, ກອງບັນຊາການທະຫານຊາຍແດນນະຄອນດ່ານັງ; ຕາງໜ້າກົມພົວພັນຕ່າງປະເທດ (ກະຊວງປ້ອງກັນປະເທດ), ຫ້ອງການພົວພັນຕ່າງປະເທດທະຫານເຂດ 5 ແລະບັນດາອົງການທີ່ກ່ຽວຂ້ອງ.
    |
 |
|
ກໍາປັ່ນລາດຕະເວນ USS Robert Smalls ຢູ່ທ່າກຳປັ່ນຕຽນຊາ.ພາບ: ວັນຈູງ |
ໃນໄລຍະການຢ້ຽມຢາມ, ກຸ່ມນາຍທະຫານ, ຜູ້ບັນຊາການກຳປັ່ນ ເຂົ້າຢ້ຽມຂໍ່ານັບການນໍາຄະນະກໍາມະການປະຊາຊົນນະຄອນດ່ານັງ, ທະຫານເຮືອເຂດ 3; ແລກປ່ຽນວິຊາການ, ແຂ່ງຂັນກິລາມິດຕະພາບກັບພະນັກງານ, ນາຍທະຫານເຮືອ; ພົບປະແລກປ່ຽນກັບເດັກນ້ອຍທີ່ບ້ານ ຮີວ້ອງ ແລະນັກສຶກສາຢູ່ມະຫາວິທະຍາໄລພາສາຕ່າງປະເທດ (ມະຫາວິທະຍາໄລດ່ານັງ); ຢ້ຽມຊົມວັດທະນະທໍາ, ການທ່ອງທ່ຽວຢູ່ທ້ອງຖິ່ນ.
    |
 |
|
ພິທີຕ້ອນຮັບກໍາປັ່ນທະຫານເຮືອອາເມລິກາ ຢູ່ທ່າກຳປັ່ນຕຽນຊາ. ພາບ: ວັນຈູງ |
    |
 |
|
ບັນດາຜູ້ແທນຖ່າຍຮູບລວມ. ພາບ: ວັນຈູງ |
ປີ 2025 ເປັນຂີດໝາຍສະເຫຼີມສະຫຼອງ 30 ປີແຫ່ງການພົວພັນທາງການທູດ ຫວຽດນາມ-ອາເມລິກາ. ການຢ້ຽມຢາມຂອງຄະນະກໍາປັ່ນທະຫານເຮືອອາເມລິກາ ຢູ່ນະຄອນດ່ານັງ ຈະປະກອບສ່ວນເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ທີ່ໄດ້ສ້າງຕັ້ງໃນປີ 2023. ດ້ວຍຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວ, ວັດທະນະທໍາ, ເສດຖະກິດ ແລະຄວາມຮັກແຂກແພງຄົນ, ນະຄອນດ່ານັງ ຍາມໃດກໍ່ກຽມພ້ອມເປັນຂົວເຊື່ອມຕໍ່ໃຫ້ບັນດາການເຄື່ອນໄຫວຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການພົບປະແລກປ່ຽນວັດທະນະທໍາ-ກິລາ ແລະແບ່ງປັນບົດຮຽນລະຫວ່າງບັນດາກໍາລັງທະຫານເຮືອສອງຝ່າຍ.
ໂດຍ: ໄຊນີດາ