ເຮັດໃຫ້ການຮ່ວມມືດ້ານປ້ອງກັນຊາດລະຫວ່າງ ຫວຽດນາມ-ກຳປູເຈຍ ເລິກເຊິ່ງກວ່າອີກ
ກປ.ອອນໄລ - ວັນທີ 11 ທັນວາ, ທີ່ສຳນັກງານກະຊວງປ້ອງກັນປະເທດ, ທ່ານພົນໂທ ຮວ່າງຊວນຈຽນ, ກຳມະການສູນກາງພັກ, ຄະນະປະຈຳຄະນະພັກການທະຫານສູນກາງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ຕ້ອນຮັບທ່ານພົນເອກ Nem Sowath, ຫົວໜ້າກົມໃຫຍ່ນະໂຍບາຍ ແລະການພົວພັນຕ່າງປະເທດ, ກະຊວງປ້ອງກັນປະເທດກຳປູເຈຍ.
ທ່ານພົນໂທ ຮວ່າງຊວນຈຽນ ໄດ້ຕີລາຄາສູງຕໍ່ໝາກຜົນທີ່ຕັ້ງໜ້າໃນການຮ່ວມມືລະຫວ່າງກະຊວງປ້ອງກັນປະເທດສອງປະເທດ ໃນໄລຍະຜ່ານມາ; ເນັ້ນໜັກວ່າ ການພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ກຳປູເຈຍ ຄັ້ງທີ 2 ທີ່ຈັດຕັ້ງປະສົບຜົນສໍາເລັດໃນເດືອນພະຈິກ ທີ່ຜ່ານມາ ໄດ້ປະກອບສ່ວນເຂົ້າໃນການຊຸກຍູ້ການຮ່ວມມືທີ່ແທ້ຈິງ, ມີປະສິດທິຜົນລະຫວ່າງກອງທັບ, ອຳນາດການປົກຄອງທ້ອງຖິ່ນ ແລະປະຊາຊົນຢູ່ເຂດຊາຍແດນ, ກໍ່ສ້າງເສັ້ນຊາຍແດນສັນຕິພາບ, ມິດຕະພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາ; ສະເໜີໃນໄລຍະຈະມາເຖິງ, ສອງຝ່າຍສືບຕໍ່ຜັນຂະຫຍາຍອະນຸສັນຍາວ່າດ້ວຍການຮ່ວມມືດ້ານປ້ອງກັນຊາດ ໄລຍະ 2025-2029, ແຜນການຮ່ວມມືປີ 2026 ແລະຂໍ້ຕົກລົງທີ່ໄດ້ລົງນາມລະຫວ່າງສອງກະຊວງປ້ອງກັນປະເທດຢ່າງຮອບດ້ານ.
    |
 |
|
ທ່ານພົນໂທ ຮວ່າງຊວນຈຽນ ແລກປ່ຽນກັບທ່ານພົນເອກ Nem Sowath. ພາບ: qdnd.vn |
ສ່ວນທ່ານພົນເອກ Nem Sowath ໄດ້ຕີລາຄາສູງຕໍ່ການສົມທົບກັນຂອງບັນດາອົງການທີ່ກ່ຽວຂ້ອງຂອງກະຊວງປ້ອງກັນປະເທດຫວຽດນາມ, ພິເສດແມ່ນກົມພົວພັນຕ່າງປະເທດ, ໃນການຜັນຂະຫຍາຍປະຕິບັດອະນຸສັນຍາ ວ່າດ້ວຍການຮ່ວມມືດ້ານປ້ອງກັນຊາດ ໄລຍະ 2025-2029, ແຜນການຮ່ວມມືປີ 2025 ລະຫວ່າງສອງກະຊວງປ້ອງກັນປະເທດ; ສະແດງຄວາມຫວັງວ່າ ໃນໄລຍະຈະມາເຖິງ, ສອງຝ່າຍຈະສືບຕໍ່ສົມທົບກັນຜັນຂະຫຍາຍບັນດາເນື້ອໃນການຮ່ວມມືທີ່ໄດ້ຮັບຄວາມເຫັນດີເປັນເອກະພາບ, ຜ່ານນັ້ນປະກອບສ່ວນເຮັດໃຫ້ການຮ່ວມມືດ້ານປ້ອງກັນຊາດສອງຝ່າຍໃຫ້ເລິກເຊິ່ງກວ່າອີກ.
ໂດຍ: ຈາງຫງວຽນ