ການພົວພັນດ້ານການປ້ອງກັນຊາດລະຫວ່າງຫວຽດນາມ-ສະຫະພັນລັດເຊຍ ໃນໄລຍະຜ່ານມາສືບຕໍ່ໄດ້ຮັບການຜັນຂະຫຍາຍຕາມເນື້ອໃນຈິດໃຈ “ໄວ້ເນື້ອເຊື່ອໃຈ, ແທດຈິງ, ປະສິດທິຜົນ ແລະຮອບດ້ານ”, ແມ່ນເສົາຄໍ້າສຳຄັນໃນການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ສະຫະພັນລັດເຊຍ, ພົ້ນເດັ່ນແມ່ນໃນບັນດາຂົງເຂດ, ຄື: ແລກປ່ຽນຄະນະຜູ້ແທນທຸກຂັ້ນ, ເປັນຕົ້ນແມ່ນຂັ້ນສູງ; ບໍາລຸງສ້າງ; ການຮ່ວມມືເຫຼົ່າທັບ, ເຫຼົ່າຮົບ; ຄົ້ນຄວ້າວິທະຍາສາດໃນຂອບເຂດສູນເຂດຮ້ອນ ຫວຽດນາມ-ລັດເຊຍ; ຮັກສາການປະສານສົມທົບ, ປຶກສາຫາລືຢ່າງມີປະສິດທິຜົນຢູ່ບັນດາກົນໄກ, ເວທີປາໄສຫຼາຍຝ່າຍສາກົນກ່ຽວກັບການປ້ອງກັນຊາດ...

leftcenterrightdel
ບັນຍາກາດທີ່ການພົບປະ. ພາບ: qdnd.vn

ທີ່ການພົບປະ, ທ່ານພົນເອກ ຟານວັນຢາງ ເນັ້ນໜັກວ່າ ການຢ້ຽມຢາມຫວຽດນາມ ຂອງທ່ານພົນເອກ Sergei Shoigu ມີຄວາມໝາຍສໍາຄັນ, ແນໃສ່ຫັນການກໍານົດທິດໃຫຍ່ຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ສະຫະພັນລັດເຊຍ ໃນໄລຍະການຮ່ວມມືໃໝ່ທີ່ການນໍາສອງປະເທດ ໄດ້ເຫັນດີເປັນເອກະພາບໃນເດືອນພຶດສະພາ 2025 ໃຫ້ປະກົດຜົນເປັນຈິງ. ໃນໄລຍະຈະມາເຖິງ, ທ່ານພົນເອກ ຟານວັນຢາງ ສະເໜີກະຊວງປ້ອງກັນປະເທດສອງປະເທດ ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍການຮ່ວມມືໃນບັນດາຂົງເຂດທີ່ຕ່າງຝ່າຍຕ່າງມີຄວາມສົນໃຈຢ່າງມີປະສິດທິຜົນ, ຄື: ການບໍາລຸງສ້າງ, ແລກປ່ຽນບົດຮຽນ, ຄົ້ນຄວ້າວິທະຍາສາດໃນຂອບເຂດສູນເຂດຮ້ອນ ຫວຽດນາມ-ລັດເຊຍ.

leftcenterrightdel
ທ່ານພົນເອກ ຟານວັນຢາງ ມອບຂອງຂວັນເປັນທີ່ລະນຶກໃຫ້ທ່ານພົນເອກ Sergei Shoigu ເລຂາທິການສະພາຄວາມໝັ້ນຄົງສະຫະພັນລັດເຊຍ. ພາບ: qdnd.vn
leftcenterrightdel
ທ່ານພົນເອກ ຟານວັນຢາງ ມອບປຶ້ມສອງພາສາ ຫວຽດນາມ-ລັດເຊຍ "ປະເທດລັດເຊຍ ຢູ່ໃນຫົວໃຈຂອງຂ້ອຍ" ໃຫ້ທ່ານພົນເອກ Sergei Shoigu. ພາບ: qdnd.vn

ສ່ວນທ່ານພົນເອກ Sergei Shoigu ໄດ້ເນັ້ນໜັກເຖິງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງຫວຽດນາມ ແລະສະຫະພັນລັດເຊຍ ແລະຂອບໃຈກະຊວງປ້ອງກັນປະເທດຫວຽດນາມ ສົ່ງກ້ອນກຳລັງເຂົ້າຮ່ວມພິທີສວນສະໜາມຢູ່ຈັດຕຸລັດແດງເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນໄຊຊະນະສົງຄາມປ້ອງກັນປິຕຸພູມ. ພ້ອມທັງຢືນຢັນວ່າ, ສະຫະພັນລັດເຊຍ ໃຫ້ບຸລິມະສິດການເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບຫວຽດນາມ, ພິເສດແມ່ນໃນຂົງເຂດການຮ່ວມມືດ້ານປ້ອງກັນຊາດ ແລະຫວັງວ່າໃນໄລຍະຈະມາເຖິງ, ສອງຝ່າຍຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ເພື່ອແນໃສ່ເພີ່ມທະວີ, ຊຸກຍູ້ບັນດາຂົງເຂດດັ່ງກ່າວ.

ໂດຍ: ເຈິ່ນຮວ່ຽນ