ກຳປັ່ນ 015 - ເຈິ່ນຮືງດ້າວ ສິ້ນສຸດການຢ້ຽມຢາມ ສ.ເກົາຫຼີ ແລະເລີ່ມຕົ້ນການເດີນທາງກັບຄືນປະເທດ
ກປ.ອອນໄລ - ພາຍຫຼັງການຢ້ຽມຢາມ ແລະພົບປະແລກປ່ຽນກັບທະຫານເຮືອ ສ.ເກົາຫຼີ ເປັນເວລາ 4 ວັນ, ຕອນບ່າຍວັນທີ 14 ທັນວາ, ກຳປັ່ນ 015 - ເຈິ່ນຮືງດ້າວ ພ້ອມດ້ວຍຄະນະປະຕິບັດງານທະຫານເຮືອປະຊາຊົນຫວຽດນາມ ໄດ້ອອກຈາກຖານທັບເຮືອ Jinhae, ເລີ່ມຕົ້ນການເດີນທາງກັບຄືນປະເທດ.