ເພີ່ມທະວີການຮ່ວມມືດ້ານຄວາມໝັ້ນຄົງໃນການເດີນເຮືອຫວ່າງຫວຽດນາມ-ກຳປູເຈຍ
ກປ.ອອນໄລ - ຕອນບ່າຍວັນທີ 10 ທັນວາ, ທີ່ຮ່າໂນ້ຍ, ຕໍາຫຼວດທະເລຫວຽດນາມ ແລະຄະນະກຳມະການແຫ່ງຊາດຄວາມໝັ້ນຄົງໃນການເດີນເຮືອກຳປູເຈຍ ໄດ້ຈັດກອງປະຊຸມເພື່ອຖອດຖອນບົດຮຽນການປະຕິບັດອະນຸສັນຍາວ່າດ້ວຍກົນໄກຕິດຕໍ່ສາຍດ່ວນ ຄັ້ງທີ 5.
ທ່ານພັນເອກພິເສດ ເລືອງດິ່ງຮືງ, ຮອງຜູ້ບັນຊາການຮັບຜິດຊອບດ້ານກົດໝາຍ ຕໍາຫຼວດທະເລຫວຽດນາມ ແລະທ່ານພົນໂທ Tea Bunleam, ຮອງເລຂາທິການໃຫຍ່ຄະນະກຳມະການແຫ່ງຊາດຄວາມໝັ້ນຄົງໃນການເດີນເຮືອກຳປູເຈຍ ເປັນປະທານຮ່ວມກອງປະຊຸມ.
    |
 |
|
ບັນຍາກາດທີ່ກອງປະຊຸມ. ພາບ: qdnd.vn |
ທີ່ກອງປະຊຸມ, ທ່ານພັນເອກພິເສດ ເລືອງດິ່ງຮືງ ເນັ້ນໜັກວ່າໃນປີ 2025, ຜ່ານຫົວເງື່ອນຕິດຕໍ່ສອງຂັ້ນສອງຝ່າຍໄດ້ຜັນຂະຫຍາຍ, ປະຕິບັດການແບ່ງປັນ ແລະແລກປ່ຽນຂໍ້ມູນກ່ຽວກັບສະພາບການຢູ່ທະເລ, ປະສານສົມທົບ ແລະແກ້ໄຂເຫດການທີ່ກ່ຽວຂ້ອງເຖິງຊາວປະມົງຂອງສອງປະເທດ, ຊອກຫາກູ້ຊີບ, ແກ້ໄຂການລະເມີດການຫາປາຜິດກົດໝາຍ, ຄ້າເຖື່ອນ ແລະການກະທໍາລະເມີດກົດໝາຍອື່ນໆຢ່າງມີປະສິດທິຜົນ, ປະກອບສ່ວນເຂົ້າໃນການຮັບປະກັນສະຖຽນລະພາບ, ຄວາມສະຫງົບ ແລະຄວາມເປັນລະບຽບຮຽບຮ້ອຍໃນນ່ານນ້ຳປະຫວັດສາດ ແລະເຂດທະເລທີ່ຕິດຈອດກັນລະຫວ່າງສອງປະເທດ.
    |
 |
|
ທ່ານພັນເອກພິເສດ ເລືອງດິ່ງຮືງ, ຮອງຜູ້ບັນຊາການຮັບຜິດຊອບດ້ານກົດໝາຍຕໍາຫຼວດທະເລຫວຽດນາມ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: qdnd.vn |
    |
 |
|
ທ່ານພົນໂທ Tea Bunleam, ຮອງເລຂາທິການໃຫຍ່ຄະນະກຳມະການແຫ່ງຊາດຄວາມໝັ້ນຄົງໃນການເດີນເຮືອກຳປູເຈຍ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: qdnd.vn |
ສ່ວນທ່ານພົນໂທ Tea Bunleam ເຫັນດີຕໍ່ກັບການຕີລາຄາຂອງພັນເອກພິເສດ ເລືອງດິ່ງຮືງ, ພ້ອມທັງຖືວ່າ ໃນໄລຍະຜ່ານມາ, ຊາວປະມົງຫວຽດນາມ ແລະ ກຳປູເຈຍ ໄດ້ປະຕິບັດຕາມຂໍ້ກໍານົດຂອງກົດໝາຍສອງປະເທດເປັນຢ່າງດີ.
ພ້ອມກັນນັ້ນ, ທ່ານພົນໂທ Tea Bunleam ສະເໜີໃຫ້ທັງສອງຝ່າຍສືບຕໍ່ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ການປະສານສົມທົບ ແລະການຮ່ວມມືໃນການແກ້ໄຂເຫດການ, ກໍລະນີຢູ່ທະເລ.
    |
 |
|
ສອງຝ່າຍ ຖ່າຍຮູບເປັນທີ່ລະນຶກ. ພາບ: qdnd.vn |
ໃນໄລຍະຈະມາເຖິງ, ສອງຝ່າຍເຫັນດີສືບຕໍ່ຮັກສາການແລກປ່ຽນຂໍ້ມູນຂ່າວສານ, ຊຸກຍູ້ການເຄື່ອນໄຫວປະຕິບັດກົດໝາຍຢູ່ທະເລ, ແນໃສ່ຮັກສາສະຖຽນລະພາບ, ຄວາມສະຫງົບ, ຄວາມປອດໄພໃນພາກພື້ນ, ຜ່ານນັ້ນສ້າງເງື່ອນໄຂສະດວກໃຫ້ການເຄື່ອນໄຫວຫາປາໃນນ່ານນ້ຳປະຫວັດສາດລະຫວ່າງສອງປະເທດ.
ສົມທົບກັນ, ໜູນຊ່ວຍກັນໃນການຊອກຫາກູ້ຊີບ, ຕ້ານ ແລະສະກັດກັ້ນການຄ້າເຖື່ອນ, ອາດຊະຍາກໍາຢູ່ທະເລ; ຮັກສາການເຄື່ອນໄຫວຮ່ວມມືຂັ້ນເຂດ, ແລກປ່ຽນຄະນະຜູ້ແທນ; ຈັດຕັ້ງກອງປະຊຸມຖອດຖອນບົດຮຽນໃນການປະຕິບັດອະນຸສັນຍາວ່າດ້ວຍກົນໄກຕິດຕໍ່ສາຍດ່ວນ ຄັ້ງທີ 6 ລະຫວ່າງສອງກຳລັງ ໃນປີ 2026 ທີ່ກຳປູເຈຍ.
ໂດຍ: ທູຈາງ