ພົນຕີ ຫງວຽນບ໋າລືກ ເຂົ້າຮ່ວມງານລ້ຽງສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງກອງທັບເຢຍລະມັນ
ກປ.ອອນໄລ - ຕອນຄໍ່າວັນທີ 4 ທັນວາ, ທ່ານນາງ Helga Margarete Barth ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສາທາລະນະລັດ ສະຫະພັນ ເຢຍລະມັນ ປະຈໍາຫວຽດນາມ ແລະທ່ານພັນໂທ Ingo Krüger, ທີ່ປຶກສາທູດປ້ອງກັນຊາດ ເຢຍລະມັນ ປະຈໍາຫວຽດນາມ ໄດ້ເປັນເຈົ້າພາບຈັດງານລ້ຽງສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງກອງທັບສະຫະພັນ ເຢຍລະມັນ (12-11-1955 / 12-11-2025).
ຕາງໜ້າໃຫ້ກະຊວງປ້ອງກັນປະເທດຫວຽດນາມ, ທ່ານພົນຕີ ຫງວຽນບ໋າລືກ, ຮອງຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນຫວຽດນາມ ໄດ້ເຂົ້າຮ່ວມເຫດການດັ່ງກ່າວ.
ກ່າວຄຳເຫັນທີ່ງານລ້ຽງ, ທ່ານນາງເອກອັກຄະລັດຖະທູດ Helga Margarete Barth ເນັ້ນໜັກວ່າ ໃນໄລຍະເຄິ່ງສະຕະວັດທີ່ຜ່ານມາ, ສາຍພົວພັນມິດຕະພາບ ແລະການຮ່ວມມືສອງຝ່າຍໄດ້ພັດທະນາຢ່າງຕັ້ງໜ້າໃນຫຼາຍຂົງເຂດ, ໃນນັ້ນ ການຮ່ວມມືດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບໄດ້ກາຍເປັນເສົາຄ້ຳສຳຄັນໃນການພົວພັນລະຫວ່າງສອງປະເທດ. ປີ 2022, ກະຊວງປ້ອງກັນປະເທດສອງປະເທດ ໄດ້ລົງນາມໃນຂໍ້ຕົກລົງການຮ່ວມມືດ້ານປ້ອງກັນຊາດ, ສ້າງຂອບເຂດການຮ່ວມມືຮອບດ້ານກ່ຽວກັບການແລກປ່ຽນຄະນະຜູ້ແທນ, ແບ່ງປັນຍຸດທະສາດ, ການບໍາລຸງສ້າງ, ເສນາຮັກ ແລະການຮັກສາສັນຕິພາບ, ປະກອບສ່ວນຍົກສູງປະສິດທິຜົນການຮ່ວມມືດ້ານປ້ອງກັນຊາດ, ປັບປຸງສາຍພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ເຢຍລະມັນ.
    |
 |
|
ທ່ານນາງ Helga Margarete Barth ເອກອັກຄະລັດຖະທູດ ເຢຍລະມັນ ປະຈໍາຫວຽດນາມ ກ່າວຄໍາເຫັນທີ່ງານລ້ຽງ. ພາບ: qdnd.vn |
ກ່າວຄຳເຫັນທີ່ພິທີ, ທ່ານພົນຕີ ຫງວຽນບ໋າລືກ ຕີລາຄາສູງຜົນງານ ເຊິ່ງກອງທັບສະຫະພັນ ເຢຍລະມັນ ບັນລຸໄດ້ໃນຕະຫຼອດໄລຍະ 70 ປີຜ່ານມາ ໃນການປົກປັກຮັກສາອະທິປະໄຕ, ຄວາມໝັ້ນຄົງແຫ່ງຊາດ, ການເຄື່ອນໄຫວຮັກສາສັນຕິພາບ ສະຫະປະຊາຊາດ, ການໜູນຊ່ວຍມະນຸດສະທຳ ແລະການຮ່ວມມືສາກົນ.
ທ່ານພົນຕີ ຫງວຽນບ໋າລືກ ຢືນຢັນວ່າ ໃນຊຸມປີມໍ່ໆມານີ້, ການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດໄດ້ມີບາດກ້າວພັດທະນາໂດຍຜ່ານການແລກປ່ຽນຄະນະຜູ້ແທນ, ການບຳລຸງສ້າງ, ການຮັກສາສັນຕິພາບ ສະຫະປະຊາຊາດ, ກົດໝາຍການທະຫານ - ການປ້ອງກັນຊາດ, ອຸດສາຫະກຳປ້ອງກັນຊາດ. ບັນດາໂຄງການດັ່ງກ່າວບໍ່ພຽງແຕ່ຊ່ວຍຍົກສູງລະດັບຄວາມຮູ້ດ້ານວິຊາສະເພາະ, ກໍາລັງຄວາມສາມາດດ້ານການບັນຊາ ແລະຄຸ້ມຄອງ ເທົ່ານັ້ນ, ຫາກຍັງປະກອບສ່ວນເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະກັນ, ສ້າງຄວາມໄວ້ເນື້ອເຊື່ອໃຈ ແລະຊຸກຍູ້ສາຍພົວພັນມິດຕະພາບລະຫວ່າງກອງທັບສອງປະເທດ.
    |
 |
|
ບັນດາຜູ້ແທນປະຕິບັດພິທີເຄົາລົບທຸງຊາດ. ພາບ: qdnd.vn |
ສ່ວນທ່ານພັນໂທ Ingo Krüger ເນັ້ນໜັກວ່າ ໃນໄລຍະຜ່ານມາການຮ່ວມມືດ້ານປ້ອງກັນຊາດລະຫວ່າງຫວຽດນາມ ແລະເຢຍລະມັນ ໄດ້ຮັບການຜັນຂະຫຍາຍທີ່ສອດຄ່ອງກັບການພົວພັນມິດຕະພາບລະຫວ່າງສອງປະເທດ ແລະຂໍ້ຕົກລົງຮ່ວມມືດ້ານປ້ອງກັນຊາດ ທີ່ໄດ້ລົງນາມໃນປີ 2022, ສຸມໃສ່ໃນບັນດາຂົງເຂດ ຄື: ແລກປ່ຽນຄະນະຜູ້ແທນ, ແບ່ງປັນຍຸດທະສາດ, ບຳລຸງສ້າງ, ເສນາຮັກ ແລະຮັກສາສັນຕິພາບ. ກອງທັບສອງປະເທດໄດ້ຮັກສາການແລກປ່ຽນຢ່າງແໜ້ນແຟ້ນໂດຍຜ່ານບັນດາໂຄງການຝຶກແອບຮ່ວມ. ທ່ານພັນໂທ Ingo Krüger ແບ່ງປັນວ່າ "ສະພາບຕົວຈິງອັນຍາວນານນັ້ນແມ່ນພື້ນຖານໃຫ້ແກ່ການພົວພັນຄູ່ຮ່ວມມືໃນປະຈຸບັນຂອງພວກເຮົາ".
ໂດຍ: ທູຈາງ