ທ່ານພົນໂທ Alvaro Lopez Miera ຂອບໃຈຫວຽດນາມ ທີ່ຍາມໃດກໍ່ຮ່ວມເດີນທາງ, ໜູນຊ່ວຍກູບາ; ປາດຖະໜາວ່າກອງທັບສອງປະເທດ ຈະສືບຕໍ່ຮັກສາ ແລະຍູ້ແຮງການຮ່ວມມືໃນບັນດາຂົງເຂດທີ່ສອງຝ່າຍມີຄວາມສາມາດ ແລະຄວາມຕ້ອງການ, ຜ່ານນັ້ນປະກອບສ່ວນປັບປຸງການພົວພັນລະຫວ່າງສອງປະເທດ, ສອງກອງທັບ.

leftcenterrightdel
ທ່ານພົນໂທ ຟຸ່ງສີເຕິ໊ນ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ, ທ່ານພົນໂທ Alvaro Lopez Miera ລັດຖະມົນຕີກະຊວງບັນດາກໍາລັງປະກອບອາວຸດປະຕິວັດກູບາ ແລະຜູ້ແທນສອງປະເທດ. ພາບ: ມີງງອັກ

ທ່ານພົນໂທ Alvaro Lopez Miera ເນັ້ນໜັກວ່າ ການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ-ກູບາ ໃນໄລຍະຜ່ານມາ ຍາມໃດກໍ່ໄດ້ຮັບຄວາມເອົາໃຈໃສ່, ຊຸກຍູ້ຈາກການນໍາພັກ, ລັດ ແລະກະຊວງປ້ອງກັນປະເທດສອງປະເທດ, ເໝາະສົມກັບການພົວພັນມິດຕະພາບທີ່ເປັນມູນເຊື້ອແບບພິເສດລະຫວ່າງຫວຽດນາມ ແລະກູບາ. ສອງຝ່າຍໄດ້ສົມທົບກັນຜັນຂະຫຍາຍຢ່າງມີປະສິດທິຜົນໃນຫຼາຍຂົງເຂດ, ຄື: ແລກປ່ຽນຄະນະຜູ້ແທນທຸກຂັ້ນ, ເປັນຕົ້ນແມ່ນຄະນະຜູ້ແທນຂັ້ນສູງ; ວຽກງານພັກ, ວຽກງານການເມືອງໃນກອງທັບ...

ໃນໄລຍະຈະມາເຖິງ, ຄາດຄະເນວ່າສະພາບການໂລກ ແລະພາກພື້ນຈະສືບຕໍ່ມີການຜັນແປຢ່າງສັບສົນ, ສົ່ງຜົນກະທົບເຖິງການປ້ອງກັນຊາດ, ປ້ອງກັນຄວາມສະຫງົບຂອງແຕ່ລະປະເທດ, ສອງຝ່າຍຖືວ່າ, ກອງທັບສອງປະເທດຕ້ອງສືບຕໍ່ປັບປຸງ ແລະເສີມຂະຫຍາຍນໍ້າໃຈສາມັກຄີ, ສະໜັບສະໜູນ ແລະໜູນຊ່ວຍເຊິ່ງກັນ ແລະກັນ; ສົມທົບກັນຢ່າງແໜ້ນແຟ້ນເພື່ອຜັນຂະຫຍາຍແຜນການຮ່ວມມືດ້ານປ້ອງກັນຊາດ 3 ປີ ໄລຍະ 2026-2028 ທີ່ໄດ້ລົງນາມໃນເດືອນກັນຍາ 2025 ຢ່າງມີປະສິດທິຜົນ,  ກໍ່ຄືບັນດາເນື້ອໃນການຮ່ວມມືທີ່ການນຳຂັ້ນສູງສອງປະເທດ, ສອງກະຊວງປ້ອງກັນປະເທດ ເຫັນດີເປັນເອກະພາບ, ເໝາະສົມກັບຄວາມຮຽກຮ້ອງຕ້ອງການ ແລະຄວາມສາມາດຂອງແຕ່ລະຝ່າຍ.

leftcenterrightdel
ທ່ານພົນໂທ ຟຸ່ງສີເຕິ໊ນ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ ແລະທ່ານພົນໂທ Alvaro Lopez Miera ລັດຖະມົນຕີກະຊວງບັນດາກໍາລັງປະກອບອາວຸດປະຕິວັດກູບາ. ພາບ: ມີງງອັກ

ເນື່ອງໃນໂອກາດນີ້, ທ່ານພົນໂທ ຟຸ່ງສີເຕິ໊ນ ໄດ້ສົ່ງພອນໄຊອັນປະເສີດມາຍັງທ່ານພົນໂທ Alvaro Lopez Miera ແລະບັນດາສະຫາຍການນຳກະຊວງບັນດາກໍາລັງປະກອບອາວຸດປະຕິວັດກູບາ ເນື່ອງໃນໂອກາດສະເຫຼີມສະຫຼອງ 69 ປີແຫ່ງວັນສ້າງຕັ້ງບັນດາກໍາລັງປະກອບອາວຸດປະຕິວັດກູບາ (2-12-1956 / 2-12-2025).

* ໃນຂອບເຂດການຢ້ຽມຢາມ, ຄະນະຜູ້ແທນກະຊວງປ້ອງກັນປະເທດຫວຽດນາມ ໄດ້ເຂົ້າຮ່ວມພິທີວາງສີລາລຶກໂຄງການທຶນຊ່ວຍເຫຼືອລ້າໂຮງງານໄຟຟ້າແສງຕາເວັນ ໃຫ້ແກ່ ກູບາ ແລະພິທີສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ຫວຽດນາມ-ກູບາ ໂດຍສະຖານທູດຫວຽດນາມ ປະຈຳ ກູບາ ຈັດຕັ້ງ.

ໂດຍ: ເຈິ່ນຮວ່ຽນ