ພະແນກ 3 (ໂຮງຮຽນນາຍທະຫານການເມືອງ) ພົບປະກັບນັກຮຽນທະຫານລາວ
ກປ.ອອນໄລ - ວັນທີ 2 ທັນວາ, ພະແນກ 3 (ໂຮງຮຽນນາຍທະຫານການເມືອງ) ໄດ້ຈັດຕັ້ງການພົບປະສະເຫຼີມສະຫຼອງວັນຊາດລາວ ຄົບຮອບ 50 ປີ (2-12-1975 / 2-12-2025). ເຂົ້າຮ່ວມການພົບປະມີບັນດາສະຫາຍການນຳພະແນກ 3 ແລະນັກຮຽນທະຫານລາວ ທີ່ພວມຮໍ່າຮຽນຢູ່ໂຮງຮຽນນາຍທະຫານການເມືອງ.
ສະຫາຍ ແສງພອນ ຕາງໜ້ານັກຮຽນທະຫານລາວ ທີ່ພວມຮໍ່າຮຽນ ແລະຝຶກຝົນຫຼໍ່ຫຼອມຢູ່ໂຮງຮຽນນາຍທະຫານການເມືອງ ໄດ້ກ່າວສະແດງຄວາມຂອບໃຈຢ່າງເລິກເຊິ່ງຕໍ່ຄວາມເອົາໃຈໃສ່ຂອງການນຳໂຮງຮຽນ, ການນຳພະແນກ 3 ສໍາລັບນັກຮຽນທະຫານສາກົນ ເວົ້າລວມ ແລະນັກຮຽນທະຫານລາວ ເວົ້າສະເພາະ. ຜ່ານນັ້ນ, ຄະນະນັກຮຽນທະຫານລາວ ໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈຮໍ່າຮຽນຢ່າງບໍ່ຢຸດຢັ້ງ, ຝຶກຝົນຫຼໍ່ຫຼອມສູ້ຊົນບັນລຸໄດ້ໝາກຜົນສູງ, ພ້ອມທັງສືບຕໍ່ເສີມຂະຫຍາຍມູນເຊື້ອຄວາມສາມັກຄີລະຫວ່າງສອງພັກ, ສອງລັດ ແລະສອງກອງທັບ.
    |
 |
|
ທ່ານພັນເອກພິເສດ ຫງວຽນຟີຮຸ່ງ ຫົວໜ້າການເມືອງພະແນກ 3, ໂຮງຮຽນນາຍທະຫານການເມືອງ ທົບທວນຄືນມູນເຊື້ອອັນດີງາມລະຫວ່າງສອງປະເທດ ຫວຽດນາມ-ລາວ. ພາບ: ຫ໋າຍຟູ |
ຕາງໜ້າຄະນະນໍາກົມກອງ, ທ່ານພັນເອກພິເສດ ຫງວຽນຟີຮຸ່ງ ຫົວໜ້າການເມືອງພະແນກ 3 ໄດ້ທົບທວນຄືນໄລຍະປະຫວັດສາດ 50 ປີແຫ່ງການປະຕິວັດລາວ, ປຸກລຸກຄວາມເອກອ້າງທະນົງໃຈກ່ຽວກັບສາຍພົວພັນທີ່ເປັນມູນເຊື້ອລະຫວ່າງສອງຊາດຫວຽດນາມ-ລາວ; ຍ້ອງຍໍຊົມເຊີຍບັນດາຜົນງານຂອງນັກຮຽນທະຫານລາວ ໃນການຮໍ່າຮຽນ, ຝຶກຝົນຫຼໍ່ຫຼອມ, ປະກອບສ່ວນກໍ່ສ້າງໂຮງຮຽນ “ແບບຢ່າງ ແລະດີເດັ່ນ” ໃຫ້ໝັ້ນຄົງເຂັ້ມແຂງຮອບດ້ານໃນຊຸມປີຜ່ານມາ. ສາຍພົວພັນຫວຽດນາມ-ລາວ ແມ່ນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະຄວາມສາມັກຄີແບບພິເສດ, ໄດ້ທຸ້ມເທເຫື່ອແຮງເພີ່ມພູນຄູນສ້າງຈາກພັກ, ລັດ, ປະຊາຊົນ ແລະກອງທັບສອງປະເທດ ມາຮອດປະຈຸບັນໄດ້ພັດທະນາຢ່າງຮອບດ້ານ ແລະຈະຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ.
ການເຄື່ອນໄຫວພົບປະປະກອບສ່ວນສ້າງຄວາມສາມັກຄີ, ສ້າງກໍາລັງໜູນຊ່ວຍໃຫ້ນັກຮຽນທະຫານລາວ ສູ້ຊົນຮໍ່າຮຽນ, ຝຶກຝົນຫຼໍ່ຫຼອມເພື່ອກາຍເປັນພະນັກງານດີເດັ່ນໃນກອງທັບປະຊາຊົນລາວ.
ໂດຍ: ເຈິ່ນຮວ່ຽນ