ທີ່ການເຈລະຈາ, ສອງຝ່າຍໄດ້ພ້ອມກັນແລກປ່ຽນກ່ຽວກັບສະພາບການໂລກ, ພາກພື້ນ ແລະບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ທ່ານພົນໂທ ຮວ່າງຊວນຈ໊ຽນ ຢືນຢັນວ່າ, ຫວຽດນາມ ມີຄວາມສະເໝີຕົ້ນສະເໝີປາຍຕໍ່ການປະຕິບັດແນວທາງການພົວພັນຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ການຮ່ວມມື ແລະພັດທະນາ, ຫັນການພົວພັນຕ່າງປະເທດເປັນຫຼາຍຝ່າຍ, ຫຼາຍຮູບຫຼາຍແບບ; ພ້ອມແລ້ວທີ່ຈະຮ່ວມມືກັບບັນດາປະເທດ, ອົງການຈັດຕັ້ງສາກົນເພື່ອສັນຕິພາບ, ການຮ່ວມມື ແລະການພັດທະນາ; ແຜນນະໂຍບາຍແກ້ໄຂທຸກການຂັດແຍ້ງກັນ, ຄວາມບໍ່ລົງລອຍກັນຢູ່ທະເລຕາເວັນອອກໂດຍສັນຕິວິທີ, ບົນພື້ນຖານກົດໝາຍສາກົນ, ໃນນັ້ນມີ ສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982; ປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC), ສົ່ງເສີມສິ້ນສຸດການເຈລະຈາ, ລົງນາມກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ຢ່າງແທດຈິງ, ມີປະສິດທິພາບ, ປະສິດທິຜົນໂດຍໄວ...

leftcenterrightdel
ບັນຍາກາດທີ່ການເຈລະຈາ. ພາບ: qdnd.vn

ກ່ຽວກັບທິດທາງຮ່ວມມືໃນຕໍ່ໜ້າ, ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນເພື່ອແນໃສ່ຊຸກຍູ້ບັນດາເນື້ອໃນ, ຄື: ເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ເປັນຕົ້ນແມ່ນຄະນະຜູ້ແທນຂັ້ນສູງ; ຮັກສາກົນໄກເຈລະຈາ, ປຶກສາຫາລືເປັນປະຈໍາ; ເພີ່ມທະວີການຮ່ວມມືບໍາລຸງກໍ່ສ້າງ, ຮັກສາສັນຕິພາບສະຫະປະຊາຊາດ, ອຸດສາຫະກຳປ້ອງກັນຊາດ; ຄົ້ນຄວ້າຄວາມສາມາດຮ່ວມມືໃນຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ, ຄື: ຄວາມໝັ້ນຄົງທາງໄຊເບີ, ກູ້ໄພກູ້ຊີບ... ເໝາະສົມກັບຄວາມຕ້ອງການ ແລະຄວາມສາມາດຂອງສອງຝ່າຍ.

leftcenterrightdel
ທ່ານພົນໂທ ຮວ່າງຊວນຈ໊ຽນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລະທ່ານ Rajesh Kumar Singh ເລຂານຸການປ້ອງກັນຊາດອິນເດຍ. ພາບ: qdnd.vn

ທ່ານພົນໂທ ຮວ່າງຊວນຈ໊ຽນ ປາດຖະໜາຢາກສອງຝ່າຍຈະສືບຕໍ່ເພີ່ມທະວີການສົມທົບກັນໃນເວທີປາໄສຫຼາຍຝ່າຍ, ເປັນຕົ້ນແມ່ນຂອບເຂດໂດຍອາຊຽນ ຊັກຈູງ; ສະໜັບສະໜູນ ແລະເຂົ້າຮ່ວມບັນດາການເຄື່ອນໄຫວຫຼາຍຝ່າຍທີ່ແຕ່ລະຝ່າຍຈັດຕັ້ງ.

ສ່ວນທ່ານ Rajesh Kumar Singh ຢືນຢັນວ່າ ຫວຽດນາມ ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈຂອງ ອິນເດຍ. ການຮ່ວມມືດ້ານປ້ອງກັນຊາດ ແມ່ນໜຶ່ງໃນບັນດາເສົາຄໍ້າສຳຄັນໃນການພົວພັນສອງຝ່າຍ, ໃນຫຼາຍຂົງເຂດ, ຈາກການບໍາລຸງກໍ່ສ້າງຕະຫຼອດຮອດການຮັກສາສັນຕິພາບສະຫະປະຊາຊາດ, ການແລກປ່ຽນດ້ານວິຊາການ, ການຝຶກແອບ, ອຸດສາຫະກຳປ້ອງກັນຊາດ...

leftcenterrightdel
ບັນດາຜູ້ແທນຖ່າຍຮູບລວມ. ພາບ: qdnd.vn

ຕາມທ່ານ Rajesh Kumar Singh ແລ້ວ, ການພົວພັນຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ-ອິນເດຍ ໄດ້ຮັບການກໍ່ສ້າງບົນພື້ນຖານຄວາມເຂົ້າໃຈ ແລະຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນ. ການເຈລະຈານະໂຍບາຍປ້ອງກັນຊາດ ຫວຽດນາມ-ອິນເດຍ ຄັ້ງທີ 15 ແມ່ນໂອກາດເພື່ອໃຫ້ສອງຝ່າຍແລກປ່ຽນບັນດາເນື້ອໃນຮ່ວມມືໃນໄລຍະຈະມາເຖິງ, ແນໃສ່ປະກອບສ່ວນພັດທະນາການພົວພັນຮ່ວມມືດ້ານປ້ອງກັນຊາດສອງຝ່າຍໃຫ້ຫຼາຍກວ່າອີກ, ເປັນເສົາຄໍ້າສຳຄັນ ແລະຍຸດທະສາດຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ອິນເດຍ.

ສິ້ນສຸດການເຈລະຈາ, ທ່ານພົນໂທ ຮວ່າງຊວນຈ໊ຽນ ແລະທ່ານ Rajesh Kumar Singh ໄດ້ລົງນາມບົດບັນທຶກການເຈລະຈາ.

ໂດຍ: ເຈິ່ນຮວ່ຽນ