ຜູ້ບັນຊາການກຳລັງການທະຫານຄະນະປະຕິບັດງານຊູດັງໃຕ້ ໄປຢ້ຽມຢາມໂຮງໝໍສະໜາມຂັ້ນ 2 ເລກ 7 ຂອງຫວຽດນາມ
ກປ.ອອນໄລ - ໃນຂອບເຂດການປະຕິບັດງານຢູ່ເຂດ Unity, ທ່ານພົນຕີ Mohan Subramanian, ຜູ້ບັນຊາການກຳລັງການທະຫານຄະນະປະຕິບັດງານຮັກສາສັນຕິພາບສະຫະປະຊາຊາດຢູ່ ຊູດັງໃຕ້ (UNMISS) ໄດ້ມີການຢ້ຽມຢາມ ແລະເຮັດວຽກຢູ່ໂຮງໝໍສະໜາມຂັ້ນ 2 ເລກ 7 ຂອງຫວຽດນາມ.
ທີ່ການເຮັດວຽກ, ທ່ານພົນຕີ Mohan Subramanian ເນັ້ນໜັກວ່າ ຍາມໃດທ່ານກໍ່ມີຄວາມເຄົາລົບ ແລະເຊື່ອໝັ້ນທີ່ສຸດຕໍ່ຖັນແຖວແພດທະຫານຫວຽດນາມ ທີ່ປະຕິບັດໜ້າທີ່ຢູ່ຄະນະປະຕິບັດງານ UNMISS. ທ່ານກໍ່ຕີລາຄາສູງລະດັບຄວາມຮູ້ດ້ານວິຊາການຂອງໂຮງໝໍ, ເມື່ອຖັນແຖວທັງໜົດໄດ້ຮັບການຄັດເລືອກຈາກໂຮງໝໍການແພດແຖວໜ້າຂອງຫວຽດນາມ; ສະແດງຄວາມເຊື່ອໝັ້ນວ່າ ໂຮງໝໍສະໜາມຂັ້ນ 2 ເລກ 7 ຂອງຫວຽດນາມ ຈະສືບຕໍ່ເສີມຂະຫຍາຍກຳລັງຄວາມສາມາດ ແລະປະຕິບັດສໍາເລັດພາລະກຳຢູ່ອາຟະລິກາ.
    |
 |
|
ບັນຍາກາດທີ່ການເຮັດວຽກ. ພາບ: ຕ໊ຽນຟຸກ |
ໃນຂອບເຂດການປະຕິບັດງານຢູ່ເຂດ Unity, ທ່ານພົນຕີ Mohan Subramanian ໄດ້ເຂົ້າຮ່ວມການໂອ້ລົມສົນທະນາ “ບົດບາດ ແລະການປະກອບສ່ວນຂອງແມ່ຍິງໃນການເຄື່ອນໄຫວຮັກສາສັນຕິພາບ, ການປົກປ້ອງແມ່ຍິງ ແລະເດັກນ້ອຍຢູ່ຄະນະປະຕິບັດງານ UNMISS”, ໂດຍຄະນະປະຕິບັດງານຈັດຕັ້ງຢູ່ກອງພັນທະຫານບົກມົງໂກນ, ດ້ວຍການເຂົ້າຮ່ວມຂອງບັນດາສະມາຊິກສະຫະພັນແມ່ຍິງ ໂຮງໝໍສະໜາມຂັ້ນ 2 ເລກ 7 ແລະທະຫານຍິງຈາກບາງກົມກອງຢູ່ເຂດ Unity.
    |
 |
|
ທ່ານພົນຕີ Mohan Subramanian ແລກປ່ຽນກັບແພດທະຫານຫວຽດນາມ. ພາບ: ຕ໊ຽນຟຸກ |
ກ່າວຄຳເຫັນທີ່ການໂອ້ລົມສົນທະນາ, ທ່ານໄດ້ສະແດງຄວາມເຄົາລົບ ແລະຕີລາຄາສູງການປະກອບສ່ວນຂອງແມ່ຍິງໃນວຽກງານວິຊາການ, ຊີວິດການເປັນຢູ່ ແລະການເຄື່ອນໄຫວເພື່ອຊຸມຊົນ, ຖືວ່າແມ່ນພາກສ່ວນໜຶ່ງບໍ່ສາມາດຂາດໄດ້ໃນພາບພົດນັກຮົບໝວກເບເລສີຟ້າ ຄວາມເມດຕາ, ຄຸນທາດ, ທີ່ເຕັມໄປດ້ວຍມານະຈິດ.
ໃນການຢ້ຽມຢາມ, ພາບພົດຂອງບັນດາແພດໝໍໝວກເບເລສີຟ້າຫວຽດນາມ ເປັນມິດໃນການສື່ສານ, ອຸທິດຕົນໃຫ້ແກ່ຄົນເຈັບ, ໄດ້ສ້າງຄວາມປະທັບໃຈອັນດີງາມໃຫ້ແກ່ຜູ້ບັນຊາການກຳລັງການທະຫານຄະນະປະຕິບັດງານ UNMISS.
ໂດຍ: ເຈິ່ນຮວ່ຽນ