ເພີ່ມທະວີກໍາລັງຄວາມສາມາດດ້ານວິທະຍາສາດ ແລະເຕັກໂນໂລຊີ ເພື່ອຮັບໃຊ້ການພັດທະນາເຕັກໂນໂລຊີຍຸດທະສາດ
ກປ.ອອນໄລ - ຕອນບ່າຍວັນທີ 10 ພະຈິກ, ທ່ານພົນໂທ ເລຮຸຍວິ້ງ, ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ເປັນປະທານກອງປະຊຸມລາຍງານກ່ຽວກັບສອງໂຄງການລົງທຶນເພີ່ມທະວີກໍາລັງຄວາມສາມາດດ້ານວິທະຍາສາດ ແລະເຕັກໂນໂລຊີ ເພື່ອຮັບໃຊ້ການພັດທະນາເຕັກໂນໂລຊີຍຸດທະສາດ, ຜະລິດຕະພັນອາວຸດຍຸດໂທປະກອນເຕັກນິກທີ່ມີຄວາມໝາຍຍຸດທະສາດຂອງສະຖາບັນວິທະຍາສາດ-ເຕັກໂນໂລຊີການທະຫານ, ກົມໃຫຍ່ເສນາທິການ ກອງທັບປະຊາຊົນຫວຽດນາມ.
ໃນໄລຍະທີ່ຜ່ານມາ, ກະຊວງປ້ອງກັນປະເທດ ໄດ້ລົງທຶນຫ້ອງທົດລອງ, ໂຄງການຈຳນວນໜຶ່ງເພື່ອເພີ່ມທະວີຄວາມສາມາດບົ່ມຊ້ອນດ້ານການຄົ້ນຄວ້າ, ໜູນຊ່ວຍການຄົ້ນຄວ້າ, ປະດິດສ້າງ-ທົດລອງ ແລະທົດລອງອາວຸດຍຸດໂທປະກອນເຕັກນິກໃຫ້ສະຖາບັນວິທະຍາສາດ-ເຕັກໂນໂລຊີການທະຫານ. ເຖິງຢ່າງໃດກໍຕາມ, ເພື່ອຄົ້ນຄວ້າ ແລະພັດທະນາວັດສະດຸໃໝ່ເພື່ອຮັບໃຊ້ການຄົ້ນຄວ້າ, ການທົດລອງຜະລິດຕະພັນຍຸດທະສາດ ກໍ່ຄືການທົດລອງໄດນາມິກ ແລະກົນຈັກໄຟຟ້າເອເລັກໂຕນິກ ຕ້ອງມີຫ້ອງທົດລອງທີ່ທັນສະໄໝ. ສະນັ້ນ, ສະຖາບັນວິທະຍາສາດ-ເຕັກໂນໂລຊີການທະຫານ ໄດ້ສະເໜີໃຫ້ກະຊວງປ້ອງກັນປະເທດ ລົງທຶນໃນສອງໂຄງການ ຄື: "ລົງທຶນກໍ່ສ້າງຫ້ອງທົດລອງວັດສະດຸໃໝ່" ແລະ "ລົງທຶນກໍ່ສ້າງຫ້ອງທົດລອງໄດນາມິກ ແລະ ກົນຈັກໄຟຟ້າເອເລັກໂຕນິກ". ສອງໂຄງການນີ້ຈະຊ່ວຍໃຫ້ສະຖາບັນວິທະຍາສາດ-ເຕັກໂນໂລຊີການທະຫານ ເປັນເຈົ້າການໃນການຄົ້ນຄວ້າ, ພັດທະນາເຕັກໂນໂລຊີຍຸດທະສາດ, ເຕັກໂນໂລຊີຫຼັກ, ຮັບໃຊ້ວິວັດການເປັນເຈົ້າຂອງໃນການອອກແບບ, ປະດິດສ້າງອາວຸດຍຸດໂທປະກອນເຕັກນິກ ທີ່ມີຄວາມໝາຍຍຸດທະສາດ, ຮັບປະກັນໃຫ້ແກ່ການປ້ອງກັນຊາດ.
    |
 |
|
ທ່ານພົນໂທ ເລຮຸຍວິ້ງ ເປັນປະທານກອງປະຊຸມ. ພາບ: qdnd.vn |
ພາຍຫຼັງຮັບຟັງການລາຍງານຂອງສະຖາບັນວິທະຍາສາດ-ເຕັກໂນໂລຊີການທະຫານ, ການປຶກສາຫາລືຂອງບັນດາຜູ້ແທນ, ກ່າວຄໍາເຫັນສະຫຼຸບກອງປະຊຸມ, ທ່ານພົນໂທ ເລຮຸຍວິ້ງ ໄດ້ຮຽກຮ້ອງໃຫ້ສະຖາບັນວິທະຍາສາດ-ເຕັກໂນໂລຊີການທະຫານ ຮັບເອົາຄຳເຫັນປະກອບໃນກອງປະຊຸມຢ່າງຄົບຊຸດ, ໃກ້ຊິດຕິດແທດກັບໜ້າທີ່, ກຳນົດເປົ້າໝາຍ, ຄວາມຮຽກຮ້ອງຕ້ອງການໃຫ້ຖືກຕ້ອງ ເພື່ອສ້າງແຜນການລົງທຶນຖືກຕາມການກໍໍານົດທິດ, ມີລັກສະນະອາດຈະເປັນໄປໄດ້ສູງ, ບໍ່ຊໍ້າຊ້ອນກັບໂຄງການທີ່ໄດ້ຮັບການຜັນຂະຫຍາຍ. ສືບຕໍ່ຊອກຮູ້, ທາບທາມຄໍາເຫັນຈາກຫ້ອງທົດລອງພາຍໃນປະເທດ ແລະສາກົນ ເພື່ອສ້າງຂະໜາດ, ວິທີການລົງທຶນໃນການຊື້ອຸປະກອນ, ຮັບປະກັນຄວາມທັນສະໄໝ, ຄົບຊຸດ, ປະຢັດ, ມີປະສິດທິຜົນ, ສອດຄ່ອງກັບແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ຫຼາຍຂະແໜງທີ່ມີຢູ່ແລ້ວຂອງກົມກອງ.
ໂດຍ: ຈາງຫງວຽນ