leftcenterrightdel
ທ່ານພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ຕ້ອນຮັບທ່ານ Jaya Ratnam ເອກອັກຄະລັດຖະທູດສິງກະໂປ ປະຈໍາ ຫວຽດນາມ. ພາບ: qdnd.vn

ທ່ານລັດຖະມົນຕີ ຟານວັນຢາງ ຊົມເຊີຍທ່ານ Jaya Ratnam ໄດ້ປະຕິບັດສໍາເລັດໜ້າທີ່ການທູດຢູ່ຫວຽດນາມ ຢ່າງດີເລີດ; ເນັ້ນໜັກວ່າ, ກະຊວງປ້ອງກັນປະເທດຫວຽດນາມ ຕີລາຄາສູງບັນດາການປະກອບສ່ວນທີ່ຕັ້ງໜ້າຂອງທ່ານເອກອັກຄະລັດຖະທູດ Jaya Ratnam ໃນການປັບປຸງ ແລະພັດທະນາສາຍພົວພັນມິດຕະພາບອັນດີງາມລະຫວ່າງຫວຽດນາມ ກັບສິງກະໂປ ເວົ້າລວມ, ລະຫວ່າງກະຊວງປ້ອງກັນປະເທດສອງປະເທດເວົ້າສະເພາະ; ສະແດງຄວາມເຊື່ອໝັ້ນວ່າ, ບໍ່ວ່າຈະດຳລົງຕຳແໜ່ງໃດກໍ່ຕາມ, ທ່ານ Jaya Ratnam ກໍຈະປະຕິບັດສໍາເລັດໜ້າທີ່ທີ່ໄດ້ຮັບມອບໝາຍໃຫ້ດີເລີດ, ສືບຕໍ່ສະຫງວນອາລົມຈິດເປັນພິເສດເພື່ອເພີ່ມພູນຄູນສ້າງໃຫ້ສາຍພົວພັນລະຫວ່າງສອງປະເທດ.

leftcenterrightdel
ທ່ານພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ມອບຂອງຂວັນໃຫ້ທ່ານ Jaya Ratnam ເອກອັກຄະລັດຖະທູດສິງກະໂປ ປະຈໍາ ຫວຽດນາມ. ພາບ: qdnd.vn

ທ່ານລັດຖະມົນຕີ ຟານວັນຢາງ ເນັ້ນໜັກວ່າ ຫວຽດນາມ ແລະ ສິງກະໂປ ແມ່ນສອງປະເທດສະມາຊິກ ທີ່ຂະຫຍັນຂັນເຄື່ອນ, ຕັ້ງໜ້າ ໃນອາຊຽນ ແລະມີສາຍພົວພັນມິດຕະພາບໄວ້ເນື້ອເຊື່ອໃຈ, ສະໜິດຕິດພັນ. ເລື່ອງຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານໃນເດືອນມີນາ 2025 ເປັນຂີດໝາຍປະຫວັດສາດ, ເປີດໜ້າປະຫວັດສາດໃໝ່ໃນການພົວພັນລະຫວ່າງສອງປະເທດ. ໃນໄລຍະຜ່ານມາ, ການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດຫວຽດນາມ - ສິງກະໂປ ບັນລຸໄດ້ໝາກຜົນອັນດີງາມ, ຮອບດ້ານ ແລະແທດຈິງໃນຫຼາຍຂົງເຂດ. ທ່ານລັດຖະມົນຕີ ຟານວັນຢາງ ເຊື່ອໝັ້ນວ່າ ການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ - ສິງກະໂປ ຈະມີບາດກ້າວໃໝ່ຢ່າງແຂງແຮງ, ແທດຈິງ ແລະມີປະສິດທິຜົນກວ່າໃນໄລຍະຈະມາເຖິງ.

leftcenterrightdel
ທ່ານພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລະທ່ານ Jaya Ratnam ເອກອັກຄະລັດຖະທູດ ສິງກະໂປ ປະຈໍາຫວຽດນາມ ພ້ອມດ້ວຍບັນດາຜູ້ແທນ. ພາບ: qdnd.vn

ທ່ານເອກອັກຄະລັດຖະທູດ Jaya Ratnam ໄດ້ສະແດງຄວາມຂອບອົກຂອບໃຈມາຍັງກະຊວງປ້ອງກັນປະເທດຫວຽດນາມ ທີ່ໄດ້ໃຫ້ການໜູນຊ່ວຍ ແລະອຳນວຍຄວາມສະດວກໃນອາຍຸການປະຕິບັດງານ; ເນັ້ນໜັກວ່າ, ການຮ່ວມມືດ້ານປ້ອງກັນຊາດແມ່ນເສົາຄ້ຳສຳຄັນຂອງການພົວພັນສອງຝ່າຍ; ສະແດງຄວາມປາດຖະໜາວ່າ ສິງກະໂປ ແລະ ຫວຽດນາມ ຈະສືບຕໍ່ສົມທົບກັນ ເພື່ອຊຸກຍູ້ການພົວພັນອັນດີງາມທີ່ມີຢູ່ແລ້ວຂຶ້ນສູ່ລະດັບສູງໃໝ່.

ໂດຍ: ທູຈາງ