ຜ່ານຜ່າຄວາມຫຍຸ້ງຍາກລຳບາກອັນຮ້າຍກາດຢູ່ດິນແດນອາຟະລິກາ, ບັນດານັກຮົບ “ໝວກເບເລສີຟ້າ” ຫວຽດນາມ ບໍ່ພຽງແຕ່ກໍ່ສ້າງຂົວທີ່ຖາວອນ, ເສັ້ນທາງສຳຄັນ ຫຼື ຫ້ອງຮຽນທີ່ກວ້າງຂວາງເທົ່ານັ້ນ - ຫາກຍັງເປັນສັນຍາລັກແຫ່ວຄວາມຫວັງ ແລະການພັດທະນາພື້ນຖານໂຄງລ່າງ. ຍິ່ງໄປກວ່ານັ້ນ, ເຂົາເຈົ້າຍັງແມ່ນນັກການທູດທີ່ມິດງຽບຂອງວັດທະນະທໍາຫວຽດນາມ, ຫວ່ານແກ່ນແນວພັນແຫ່ງນໍ້າໃຈມິດຕະພາບ ແລະຄວາມເຂົ້າໃຈລະຫວ່າງສອງຊາດ.
ພິທີເຄົາລົບທຸງຊາດແມ່ນຈຸດເວລາທີ່ງຽບສະຫງົບ ເພື່ອໃຫ້ທະຫານແຕ່ລະຄົນສຸມຈິດວິນຍານຂອງຕົນໃຫ້ກັບປະເທດຊາດທີ່ຮັກແພງ, ໃຫ້ກັບຄອບຄົວທີ່ຢູ່ຫ່າງໄກ ແລະກ່ຽວກັບຄຸນຄ່າວັດທະນະທຳ, ນ້ຳໃຈອັນສູງສົ່ງທີ່ໄດ້ຝຶກຝົນຫຼໍ່ຫຼອມສ້າງເປັນກິລິຍາທ່າທີຂອງຊາວຫວຽດນາມ, ເຜີຍແຜ່ເອກະລັກດັ່ງກ່າວໃຫ້ແກ່ເພື່ອນມິດສາກົນ.
ໃນຊຸດເຄື່ອງແບບທະຫານທີ່ສວຍງາມ, ພາຍໃຕ້ແສງຕາເວັນຂອງ Abyei, ການເຄົາລົບທຸງໄດ້ປະຕິບັດໄປຢ່າງເຄັ່ງຂຶມ, ເດັດຂາດ. ເພງຊາດໄດ້ດັງກ້ອງກັງວານໄປທົ່ວເຂດທີ່ກວ້າງໃຫຍ່, ປະສານກັບສຽງລົມພັດ ແລະສຽງທີ່ຄຸ້ນເຄີຍຂອງດິນແດນແຫ່ງນີ້, ສ້າງຄວາມກົມກຽວກັນເປັນພິເສດ. ນັ້ນເປັນສຽງຂອງຄວາມຮັກຊາດ, ການເສຍສະຫຼະຊີວິດ ແລະຂອງຄວາມເຊື່ອໝັ້ນໃນອະນາຄົດທີ່ດີງາມກວ່າ.
    |
 |
|
ບັນຍາກາດທີ່ພິທີເຄົາລົບທຸງ. ພາບ: ໂຕເຈິ່ມ |
ທ່ານພັນໂທ ຈິ້ງວັນເກື່ອງ, ຫົວໜ້າກອງຊ່າງແສງ ເລກ 4 ເນັ້ນໜັກວ່າ: “ການຮັກສາລະບຽບວິໄນກອງທັບຢ່າງເຂັ້ມງວດບໍ່ພຽງແຕ່ແມ່ນຄວາມຮັບຜິດຊອບເທົ່ານັ້ນ, ຫາກຍັງແມ່ນເຈດຈໍານົງອັນໝັ້ນຄົງ, ເປັນພື້ນຖານອັນໜັກແໜ້ນ ເພື່ອໃຫ້ກົມກອງປະຕິບັດສໍາເລັດໜ້າທີ່ສາກົນ”.
ສຳລັບບັນດາທະຫານທີ່ຢູ່ຫ່າງໄກຈາກບ້ານເກີດເມືອງນອນມາຫຼາຍພັນກິໂລແມັດ, ພິທີເຄົາລົບທຸງໄດ້ກາຍເປັນບ່ອນອີງທາງດ້ານຈິດໃຈອັນໝັ້ນແກ່ນ. ມັນໄດ້ເຕືອນເຂົາເຈົ້າກ່ຽວກັບຈຸດປະສົງອັນສູງສົ່ງຂອງໜ້າທີ່ຮັກສາສັນຕິພາບ, ຄວາມຮັບຜິດຊອບຂອງຕົນທີ່ມີຕໍ່ປະເທດ ແລະກັບປະຊາຄົມສາກົນ. ໃນເວລານັ້ນ, ຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ຄວາມຄິດຮອດບ້ານທັງໝົດເບິ່ງຄືວ່າ ຫາຍໄປໃສໝົດບໍ່ຮູ້, ເຫຼືອແຕ່ຄວາມຕັ້ງໃຈ ແລະເຈດຈໍານົງທີ່ແຂງແກ່ນເໝືອນເຫຼັກກ້າ.
ພາຍຫຼັງພິທີເຄົາລົບທຸງ, ບັນດາທະຫານໄດ້ເລີ່ມດຳເນີນວຽກງານປະຈຳວັນດ້ວຍຄວາມກະຕືລືລົ້ນ. ເຂົາເຈົ້າສືບຕໍ່ກໍ່ສ້າງຂົວທາງ, ສ້ອມແປງໂຮງຮຽນ, ໂຮງໝໍ ແລະນຳຄວາມຫວັງ, ຊີວິດໃໝ່ມາໃຫ້ປະຊາຊົນທ້ອງຖິ່ນ. ບັນດາກິດຈະກໍາທີ່ໄດ້ຮັບການກໍ່ສ້າງດ້ວຍມືຂອງທະຫານກອງທັບປະຊາຊົນຫວຽດນາມ ບໍ່ພຽງແຕ່ແມ່ນວັດຖຸເທົ່ານັ້ນ ຫາກຍັງເປັນສັນຍາລັກແຫ່ງຄວາມສາມັກຄີ, ການແບ່ງປັນ ແລະນັກຮົບ “ໝວກເບເລສີຟ້າ” ຫວຽດນາມ ທີ່ຮັກຫອມສັນຕິພາບ.
ພິທີເຄົາລົບທຸງຢູ່ເຂດຫ່າງໄກຂອງບັນດານັກຮົບ “ໝວກເບເລສີຟ້າ” ຫວຽດນາມ ຢູ່ Abyei ເປັນພະຍານຫຼັກຖານທີ່ມີຊີວິດຊີວາຂອງຄຸນທາດ ແລະຈິດໃຈຂອງປະຊາຊົນຫວຽດນາມ, ລູກທີ່ດີເດັ່ນຂອງປະເທດຊາດ, ທະຫານລຸງໂຮ່ ພວມຂຽນຕໍ່ເລື່ອງລາວ ກ່ຽວກັບສັນຕິພາບ.
ໂດຍ: ເຈິ່ນຮວ່ຽນ