leftcenterrightdel
ທ່ານພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ຕ້ອນຮັບທ່ານ Rajesh Kumar Singh ເລຂານຸການປ້ອງກັນຊາດອິນເດຍ. ພາບ: qdnd.vn

ທີ່ການຕ້ອນຮັບ, ທ່ານພົນເອກ ຟານວັນຢາງ ໃຫ້ຮູ້ວ່າ ໃນໄລຍະຜ່ານມາ, ການຮ່ວມມືດ້ານປ້ອງກັນຊາດສອງຝ່າຍ ຫວຽດນາມ-ອິນເດຍ ໄດ້ຮັບການເປີດກວ້າງຢ່າງບໍ່ຢຸດຢັ້ງ, ເຂົ້າສູ່ລວງເລິກ ແລະນັບມື້ນັບນໍາມາເຊິ່ງປະສິດທິຜົນທີ່ແທດຈິງ, ໃນນັ້ນສອງຝ່າຍໄດ້ຕັ້ງໜ້າຜັນຂະຫຍາຍບັນດາເນື້ອໃນການຮ່ວມມືຕາມຂໍ້ຕົກລົງທີ່ໄດ້ລົງນາມ; ຮັກສາກົນໄກປຶກສາຫາລື, ເຈລະຈາ, ພົບປະແລກປ່ຽນນາຍທະຫານໜຸ່ມ; ປະຕິບັດການຮ່ວມມືອົບຮົມຝຶກແອບ, ບໍາລຸງກໍ່ສ້າງຢ່າງມີປະສິດທິຜົນ; ເພີ່ມທະວີການຮ່ວມມືເຫຼົ່າທັບ, ເຫຼົ່າຮົບ; ຮັກສາສັນຕິພາບສະຫະປະຊາຊາດ, ປະສານສົມທົບ ແລະສະໜັບສະໜູນເຊິ່ງກັນ ແລະກັນຢູ່ບັນດາເວທີປາໄສຫຼາຍຝ່າຍ...

ທ່ານພົນເອກ ຟານວັນຢາງ ຊົມເຊີຍຜົນການເຈລະຈານະໂຍບາຍປ້ອງກັນຊາດລະຫວ່າງສອງຄະນະ. ຢືນຢັນຄວາມສາມາດບົ່ມຊ້ອນການຮ່ວມມືລະຫວ່າງສອງຝ່າຍແມ່ນໃຫຍ່ຫຼວງ, ທ່ານພົນເອກ ຟານວັນຢາງ ສະເໜີກະຊວງປ້ອງກັນປະເທດສອງປະເທດສຸມໃສ່ຊຸກຍູ້ການພົວພັນມິດຕະພາບ, ຄວາມເຂົ້າໃຈ ແລະຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນກວ່າອີກ, ນໍາການຮ່ວມມືເຂົ້າສູ່ລວງເລິກ, ບັນລຸໄດ້ປະສິດທິຜົນຢ່າງແທດຈິງ.

leftcenterrightdel
ບັນດາຜູ້ແທນຖ່າຍຮູບລວມ. ພາບ: qdnd.vn

ສ່ວນທ່ານ Rajesh Kumar Singh ຢືນຢັນວ່າ ອິນເດຍ ແລະຫວຽດນາມ ມີຫຼາຍຈຸດຄ້າຍຄືກັນທາງດ້ານວັດທະນະທໍາ, ປະຊາຊົນ ແລະປະຫວັດສາດ. ພ້ອມທັງເນັ້ນໜັກວ່າ, ການຮ່ວມມືດ້ານປ້ອງກັນຊາດແມ່ນກຳລັງໜູນອັນສໍາຄັນໃນການພັດທະນາການພົວພັນລະຫວ່າງສອງປະເທດ.

ທ່ານ Rajesh Kumar Singh ເຊື່ອໝັ້ນວ່າ, ການເຈລະຈານະໂຍບາຍປ້ອງກັນຊາດຈະແມ່ນພື້ນຖານອັນສໍາຄັນເພື່ອໃຫ້ສອງປະເທດສືບຕໍ່ຊຸກຍູ້ການພົວພັນຮ່ວມມືສອງຝ່າຍໃຫ້ພັດທະນາຢ່າງແຂງແຮງກວ່າອີກໃນໄລຍະຈະມາເຖິງ.

ໂດຍ: ເຈິ່ນຮວ່ຽນ