Rosatom ໃຫ້ຮູ້ວ່າ ໃນການພົບປະຫວ່າງມໍ່ໆນີ້ລະຫວ່າງທ່ານ Alexey Likhachev ຜູ້ອຳນວຍການໃຫຍ່ຝ່າຍບໍລິຫານ Rosatom ແລະ ທ່ານ Ajit Kumar Mohanty ຫົວໜ້າກົມພະລັງງານປະລະມານູອິນເດຍ (DAE) ຢູ່ Mumbai, ອິນເດຍ, ສອງຝ່າຍໄດ້ເຕື້ອງເຖິງການເປີດກວ້າງການພົວພັນຄູ່ຮ່ວມມື, ລວມທັງການພັດທະນາບັນດາໂຄງການໂຮງງານໄຟຟ້ານິວເຄຼຍຂະໜາດໃຫຍ່ ແລະນ້ອຍ, ກໍຄື ການຮ່ວມມືໃນວົງຈອນເຊື້ອເພີງນິວເຄຼຍ.
ກ່ອນໜ້ານັ້ນ, ເດືອນສິງຫາ ຜ່ານມາ, ທ່ານ Denis Manturov ຮອງນາຍົກລັດຖະມົນຕີລັດເຊຍ ໃຫ້ຮູ້ວ່າ ລັດເຊຍ ປາດຖະໜາຢາກເປີດກວ້າງການຮ່ວມມືຮອບດ້ານກັບອິນເດຍ ໃນຂົງເຂດພະລັງງານນິວເຄຼຍ ເພື່ອເປົ້າໝາຍສັນຕິພາບ, ອີງໃສ່ຜົນສຳເລັດຈາກໂຄງການໂຮງງານໄຟຟ້ານິວເຄຼຍ Kudankulam ເຊິ່ງສອງປະເທດຮ່ວມມືກໍ່ສ້າງ.
ແຫຼ່ງຄັດຈາກ: vovworld.vn
Type the code from the image