leftcenterrightdel
ທ່ານພົນໂທ ຮວ່າງຊວນຈ໊ຽນ ເປັນປະທານກອງປະຊຸມ. ພາບ: ຮວ່າງຫວູ໋

ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ກໍາປູເຈຍ ຄັ້ງທີ 2 ຈະໄດ້ຈັດຕັ້ງໃນລະຫວ່າງວັນທີ 13-14 ພະຈິກ ຢູ່ແຂວງໄຕນິງ, ຫວຽດນາມ ແລະແຂວງ Svay Rieng, ກໍາປູເຈຍ ດ້ວຍຫຼາຍກິດຈະກໍາທີ່ມີຄວາມໝາຍ, ຄື: ເຄົາລົບ, ແຕ້ມສີຫຼັກໝາຍຊາຍແດນ; ປູກຕົ້ນໄມ້ມິດຕະພາບ; ຝຶກຊ້ອມແພດທະຫານຮ່ວມ; ພິທີເປີດນໍາໃຊ້ເຂດເຄິ່ງກິນນອນໂຮງຮຽນປະຖົມສົມບູນທີ່ແຂວງໄຕນິງ; ພິທີແຮກສ່ຽວກຸ່ມບ້ານຢູ່ສອງຟາກຊາຍແດນ; ການລາດຕະເວນຮ່ວມລະຫວ່າງກຳລັງຄຸ້ມຄອງ, ປ້ອງກັນຊາຍແດນຂອງສອງປະເທດ; ພິທີລົງມືກໍ່ສ້າງໂຄງການມິດຕະພາບໂຮງຮຽນປະຖົມສົມບູນຢູ່ແຂວງ Svay Rieng; ການພົບປະສອງຝ່າຍ ແລະລົງນາມເອກະສານຮ່ວມມືສະບັບຕ່າງໆລະຫວ່າງສອງກະຊວງປ້ອງກັນປະເທດ...

ທີ່ກອງປະຊຸມ, ພາຍຫຼັງໄດ້ຮັບຟັງຄໍາເຫັນຂອງທ່ານພົນໂທ ຫງວຽນເຈື່ອງຖັ໊ງ ແລະບົດລາຍງານຂອງບັນດາອົງການ, ກົມກອງທີ່ກ່ຽວຂ້ອງ, ທ່ານພົນໂທ ຮວ່າງຊວນຈ໊ຽນ ໄດ້ສະຫຼຸບຕໍ່ຄໍາເຫັນສະເໜີ. ທ່ານພົນໂທ ຮວ່າງຊວນຈ໊ຽນ ສະເໜີບັນດາອົງການ, ກົມກອງທີ່ກ່ຽວຂ້ອງອີງໃສ່ໜ້າທີ່ໄດ້ແບ່ງວຽກສືບຕໍ່ເສີມຂະຫຍາຍຄວາມຮັບຜິດຊອບ, ສົມທົບກັນຢ່າງແໜ້ນແຟ້ນ ກໍ່ຄືກັບບັນດາທ້ອງຖິ່ນແນໃສ່ປະຕິບັດສໍາເລັດວຽກງານກະກຽມຢ່າງຮີບດ່ວນ, ຮັບປະກັນຈັດຕັ້ງບັນດາການເຄື່ອນໄຫວໃນຂອບເຂດງານພົບປະແລກປ່ຽນປະສົບຜົນສໍາເລັດ.

ໂດຍ: ເຈິ່ນຮວ່ຽນ