ກຳລັງໜູນເພື່ອປັບປຸງການຄ້າ ຫວຽດນາມ-ລາວ

ເມື່ອແບ່ງປັນມາດຕະການເພື່ອແນໃສ່ເພີ່ມທະວີ ແລະຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າລະຫວ່າງ ຫວຽດນາມ-ລາວ, ທ່ານ ຫງວຽນມິງເຕິມ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ລາວ ຖືວ່າ ລັດຖະບານສອງປະເທດຄວນອໍານວຍຄວາມສະດວກໃຫ້ແກ່ການເຄື່ອນໄຫວແລກປ່ຽນການຄ້າ, ເປັນຕົ້ນແມ່ນການຄ້າຊາຍແດນ ຫວຽດນາມ-ລາວ.

ລະອຽດ, ຕາມທ່ານ ຫງວຽນມິງເຕິມ ແລ້ວ, ການພົວພັນດ້ານການຄ້າລະຫວ່າງຫວຽດນາມ-ລາວ ມີມູນເຊື້ອອັນຍາວນານກວ່າ 60 ປີ, ໄດ້ຮັບການສ້າງຕັ້ງ ແລະພັດທະນາບົນພື້ນຖານສາຍພົວພັນອັນສະໜິດສະໜົມ ເຊິ່ງ ສອງພັກ, ສອງລັດ ແລະປະຊາຊົນສອງປະເທດ ໄດ້ທຸ້ມເທເຫື່ອແຮງເພີ່ມພູມຄູນສ້າງ.

ໃນຊຸມປີຜ່ານມາ, ເພື່ອຊຸກຍູ້ການພົວພັນດ້ານການຄ້າລະຫວ່າງສອງປະເທດໃຫ້ພັດທະນາ, ສອງກົມການເມືອງ ໄດ້ຊີ້ນຳລັດຖະບານສອງປະເທດ ຄວນມີມາດຕະການແກ້ໄຂເພື່ອຍົກວົງເງິນການຄ້າສອງສົ້ນເພີ່ມຂຶ້ນຢ່າງວ່ອງໄວ. ຄຽງຂ້າງນັ້ນ, ທ່ານ ຫງວຽນມິງເຕິມ ກໍຖືວ່າ ການເຄື່ອນໄຫວສົ່ງເສີມການຄ້າລະຫວ່າງສອງປະເທດໃນໄລຍະຜ່ານມາ ສະແດງໃຫ້ເຫັນວ່າ ລັດຖະບານສອງປະເທດ ໄດ້ເອົາໃຈໃສ່, ຍູ້ແຮງ. ຜ່ານບັນດາເຫດການດັ່ງກ່າວ ໄດ້ຊ່ວຍໃຫ້ປະຊາຄົມວິສາຫະກິດສອງປະເທດ ມີໂອກາດພົບປະແລກປ່ຽນ, ແນະນຳບັນດາຜະລິດຕະພັນທີ່ດີເດັ່ນ, ປຶກສາຫາລື ແລະລົງນາມສັນຍາຮ່ວມມືດ້ານທຸລະກິດຫຼາຍສະບັບ.

leftcenterrightdel
ທ່ານ ຫງວຽນມິງເຕິມ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ລາວ ຖືວ່າ ສອງປະເທດຄວນສືບຕໍ່ປັບປຸງເອກະສານດ້ານນິຕິກໍາໃຫ້ສົມບູນແບບ, ຍົກວົງເງິນການຄ້າສອງຝ່າຍໃຫ້ຂຶ້ນເປັນ10 ຕື້ໂດລາສະຫະລັດ ໃນປີ 2030. ພາບ: congthuong.vn

ບົນພື້ນຖານການຮ່ວມມືດ້ານການຄ້າລະຫວ່າງສອງປະເທດ ຈາກຂັ້ນສູນກາງຈົນຮອດປະຊາຄົມວິສາຫະກິດ ໄດ້ຮັບການປັບປຸງ, ຮັດແໜ້ນ, ໃນໄລຍະຜ່ານມາ, ການພົວພັນດ້ານການຄ້າລະຫວ່າງສອງປະເທດໄດ້ມີການຫັນປ່ຽນຢ່າງຕັ້ງໜ້າກວ່າເກົ່າ, ບົນພື້ນຖານໝູນໃຊ້ບຸລິມະສິດດ້ານພາສີ, ຄ່າທຳນຽມທີ່ສອງຝ່າຍສະຫງວນໃຫ້ກັນຢ່າງສຸດຂີດຜ່ານເອກະສານການຄ້າສະບັບຕ່າງໆ.

ໃນໄລຍະ 2020-2024, ວົງເງິນການຄ້າລະຫວ່າງສອງປະເທດ  ບັນລຸລະດັບເຕີບໂຕສະເລ່ຍ 9,7%/ປີ; ປີ 2024 ບັນລຸລະດັບ 2,25 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 38,2% ເມື່ອທຽບໃສ່ປີ 2023. ສະເພາະ 9 ເດືອນຕົ້ນປີ 2025, ວົງເງິນການຄ້າສອງຝ່າຍບັນລຸລະດັບ 2,36 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 57,1% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ ແລະຄາດວ່າທັງປີຈະບັນລຸລະດັບ 3,5 ຕື້ໂດລາສະຫະລັດ, ນີ້ແມ່ນລະດັບສູງສຸດໃນ 10 ປີຜ່ານມາ.

ບໍ່ພຽງແຕ່ເທົ່ານັ້ນ, ການພັດທະນາການຄ້າຊາຍແດນຈະປະກອບສ່ວນກໍ່ສ້າງເຂດຊາຍແດນສັນຕິພາບ, ສະຖຽນລະພາບ, ມິດຕະພາບ ແລະພ້ອມກັນພັດທະນາ, ປະກອບສ່ວນເພີ່ມທະວີການພັດທະນາທາງດ້ານເສດຖະກິດ-ສັງຄົມຂອງປະເທດ ແລະພິເສດແມ່ນຍົກລະດັບການພົວພັນດ້ານການຄ້າໃຫ້ສົມກັບການພົວພັນດ້ານການເມືອງລະຫວ່າງສອງປະເທດ, ບັນລຸເປົ້າໝາຍວົງເງິນການຄ້າ 5 ຕື້ໂດລາສະຫະລັດ ໃນຊຸມປີຈະມາເຖິງ ແລະ 10 ຕື້ໂດລາສະຫະລັດ ໃນປີ 2030.

ອຳນວຍຄວາມສະດວກໃຫ້ການແລກປ່ຽນການຄ້າ, ເປັນຕົ້ນແມ່ນການຄ້າຊາຍແດນ

ເພື່ອຫັນເປົ້າໝາຍດັ່ງກ່າວໃຫ້ປະກົດຜົນເປັນຈິງ, ທ່ານ ຫງວຽນມິງເຕິມ ສະ​ເໜີ​ລັດຖະບານ ແລະບັນດາກະຊວງ, ຂະແໜງການຂອງສອງປະເທດ ຄືດັ່ງນີ້:

ທີໜຶ່ງ, ສືບຕໍ່ກວດກາຄືນ, ເພີ່ມເຕີມ ແລະປັບປຸງເອກະສານດ້ານນິຕິກຳໃຫ້ສົມບູນແບບເພື່ອສ້າງເງື່ອນໄຂສະດວກໃຫ້ການຍົກວົງເງິນການຄ້າສອງສົ້ນ.

ປະຕິຮູບລະບຽບການບໍລິຫານຢູ່ດ່ານຊາຍແດນ, ໃນນັ້ນມີການຈັດແຈງພາຫະນະ, ພະນັກງານທີ່ເໝາະສົມ, ກ້າວໄປເຖິງການກໍ່ສ້າງດ່ານຊາຍແດນອັດສະລິຍະ; ກໍ່ສ້າງເຂດໂຮມສິນຄ້າ, ພາຫະນະໄວ້ເພື່ອແກ້ໄຂລະບຽບການກ່ອນທີ່ຜ່ານດ່ານຊາຍແດນ; ຜັນຂະຫຍາຍລະບຽບການພາສີເອເລັກໂຕນິກ.

ທີສອງ, ລັດຖະບານສອງປະເທດ ສືບຕໍ່ເອົາໃຈໃສ່ຊຸກຍູ້ການກໍ່ສ້າງ ແລະເຊື່ອມຕໍ່ພື້ນຖານໂຄງລ່າງຄົມມະນາຄົມລະຫວ່າງສອງປະເທດ, ຫັນບັນດາໂຄງການເສັ້ນທາງຄົມມະນາຄົມຈຸດສຸມໃຫ້ປະກົດຜົນເປັນຈິງໂດຍໄວ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການແລກປ່ຽນສິນຄ້າຂອງວິສາຫະກິດສອງປະເທດ, ແກ້ໄຂຂໍ້ຕິດຂັດ, ຄວາມຫຍຸ້ງຍາກກ່ຽວກັບເສັ້ນທາງຂົນສົ່ງສິນຄ້າ.

ໄປຄຽງຄູ່ກັນນັ້ນ, ກໍ່ສ້າງບັນດາກຸ່ມອຸດສາຫະກຳ/ເຂດເສດຖະກິດ ຢູ່ລຽບຕາມທາງຄວາມໄວສູງທີ່ເຊື່ອມຕໍ່ສອງຝ່າຍເພື່ອແນໃສ່ສ້າງມູນຄ່າເພີ່ມ, ຍູ້ແຮງການເຄື່ອນໄຫວໂລຈິດສະຕິກ.

leftcenterrightdel
ທ່ານ ຫງວຽນມິງເຕິມ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ລາວ ສະ​ເໜີ​ສອງປະເທດ ຫວຽດນາມ-ລາວ ຄວນສົ່ງເສີມບັນດາວິສາຫະກິດນໍາເຂົ້າສົ່ງອອກຂອງສອງປະເທດ ດໍາເນີນການຊໍາລະຜ່ານລະບົບທະນາຄານໃນການເຄື່ອນໄຫວການຄ້າຊາຍແດນ. ພາບ: congthuong.vn

ທີສາມ, ສະເໜີໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນໃຫ້ບຸລິມະສິດຈັດແຫຼ່ງທຶນງົບປະມານແຫ່ງລັດ ເພື່ອລົງທຶນກໍ່ສ້າງຕະຫຼາດຊາຍແດນຕາມການວາງແຜນພັດທະນາຕະຫຼາດຊາຍແດນ ຫວຽດນາມ-ລາວ. ສ້າງເງື່ອນໄຂສະດວກ, ອະນຸຍາດໃຫ້ວິສາຫະກິດຫວຽດນາມ ມາລົງທຶນຜະລິດສິນຄ້າຢູ່ລາວ ນຳເຂົ້າຫວຽດນາມ.

ທີສີ່, ຊຸກຍູ້ການຜັນຂະຫຍາຍສັນຍາຊື້ຂາຍຖ່ານຫີນ ແລະໄຟຟ້າທີ່ໄດ້ລົງນາມໃນວັນທີ 9 ມັງກອນ 2025 ແລະ ອະນຸສັນຍາສະບັບປັບປຸງທີ່ໄດ້ລົງນາມໃນວັນທີ 9 ກໍລະກົດ 2025.

ທີຫ້າ, ສືບຕໍ່ເອົາໃຈໃສ່, ຊຸກຍູ້ການເຄື່ອນໄຫວສົ່ງເສີມການຄ້າລະຫວ່າງສອງປະເທດເຂົ້າສູ່ແທດຈິງ ແລະມີປະສິດທິຜົນກວ່າອີກ, ບໍ່ພຽງແຕ່ຈັດຕັ້ງບັນດາລາຍການສົ່ງເສີມການຄ້າຢູ່ນະຄອນຫຼວງເທົ່ານັ້ນ ຫາກຍັງເປີດກວ້າງຢູ່ທ້ອງຖິ່ນສອງປະເທດ, ແນໃສ່ເພີ່ມທະວີການປະກົດຕົວສິນຄ້າຂອງແຕ່ລະຝ່າຍ, ໂຄສະນາເຜີຍແຜ່ຜ່ານພາຫະນະສື່ສານມວນຊົນໃຫ້ຫຼາຍກວ່າອີກ.

ທີຫົກ, ສົ່ງເສີມບັນດາວິສາຫະກິດນຳເຂົ້າ-ສົ່ງອອກຂອງສອງປະເທດ ດໍາເນີນການຊຳລະຜ່ານລະບົບທະນາຄານໃນການເຄື່ອນໄຫວການຄ້າຊາຍແດນ.

ໂດຍ: ທູຈາງ