leftcenterrightdel
ທ່ານພົນເອກ ຟານວັນຢາງ ແລກປ່ຽນກັບທ່ານພົນຈັດຕະວາ Pavel Muraveiko. ພາບ: ຮ່າເຟືອງ

ທີ່ການຕ້ອນຮັບ, ທ່ານພົນເອກ ຟານວັນຢາງ ເນັ້ນໜັກວ່າ ການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ-ເບລາຣຸດ ໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນ, ສອດຄ່ອງກັບການພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຫຼາຍດ້ານລະຫວ່າງສອງປະເທດ ແລະ ບັນດາສົນທິສັນຍາສາກົນ, ຂໍ້ຕົກລົງສາກົນໄດ້ລົງນາມ, ບັນລຸໄດ້ໝາກຜົນຕັ້ງໜ້າຫຼາຍຢ່າງ. ທ່ານພົນເອກ ຟານວັນຢາງ ສະແດງຄວາມປິຕິຊົມຊື່ນເມື່ອເຫັນວ່າ ການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄູ່ຮ່ວມມືຍຸດທະສາດລະຫວ່າງ ຫວຽດນາມ-ເບລາຣຸດ ພັດທະນາອັນດີງາມໃນຫຼາຍຂົງເຂດ, ໃນນັ້ນ ການຮ່ວມມືດ້ານປ້ອງກັນຊາດສວມບົດບາດເສົາຄໍ້າໃນການພົວພັນສອງປະເທດ.

leftcenterrightdel
ທ່ານພົນເອກ ຟານວັນຢາງ ມອບຂອງຂວັນທີ່ລະນຶກໃຫ້ທ່ານພົນຈັດຕະວາ Pavel Muraveiko. ພາບ: ຮ່າເຟືອງ

ທ່ານພົນເອກ ຟານວັນຢາງ ສະແດງຄວາມປາດຖະໜາວ່າໃນໄລຍະຈະມາເຖິງ, ບົນຈິດໃຈການພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຫຼາຍດ້ານລະຫວ່າງ ຫວຽດນາມ-ເບລາຣຸດ, ສອງຝ່າຍຈະສືບຕໍ່ສົມທົບກັນ, ຊຸກຍູ້ການຜັນຂະຫຍາຍບັນດາເນື້ອໃນທີ່ໄດ້ຕົກລົງຢ່າງມີປະສິດທິຜົນ, ສຸມໃສ່ເຂົ້າໃນບັນດາຂົງເຂດ, ຄື: ແລກປ່ຽນຄະນະຜູ້ແທນ; ຜັນຂະຫຍາຍບັນດາເອກະສານຮ່ວມມືທີ່ໄດ້ລົງນາມຢ່າງມີປະສິດທິຜົນ; ຮັກສາຮູບການພົບປະແລກປ່ຽນ, ການຮ່ວມມືລະຫວ່າງເຫຼົ່າທັບ, ເຫຼົ່າຮົບກອງທັບສອງປະເທດ...

leftcenterrightdel
ທ່ານພົນເອກ ຟານວັນຢາງ ແລະທ່ານພົນຈັດຕະວາ Pavel Muraveiko ຖ່າຍຮູບພ້ອມກັບຜູ້ແທນສອງປະເທດ. ພາບ: ຮ່າເຟືອງ

ສ່ວນທ່ານພົນຈັດຕະວາ Pavel Muraveiko ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງທ່ານລັດຖະມົນຕີ ທີ່ສະຫງວນໃຫ້ຄະນະ; ພ້ອມທັງຫວັງວ່າ ທ່ານລັດຖະມົນຕີ ຈະເອົາໃຈໃສ່, ສະໜັບສະໜູນເພື່ອໃຫ້ການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດນັບມື້ນັບພັດທະນາກວ່າອີກ. ກ່ຽວກັບທິດທາງຮ່ວມມືໃນຕໍ່ໜ້າ, ທ່ານພົນຈັດຕະວາ Pavel Muraveiko ໄດ້ເຫັນດີກັບຄໍາເຫັນຂອງທ່ານພົນເອກ ຟານວັນຢາງ; ຢືນຢັນວ່າ ເບລາຣຸດ ຈະຊຸກຍູ້ການຮ່ວມມືດ້ານການບໍາລຸງສ້າງ ໂດຍອີງຕາມຄວາມຕ້ອງການຂອງສອງຝ່າຍ; ພ້ອມທັງພ້ອມແລ້ວທີ່ຈະຊຸກຍູ້ການຮ່ວມມືໃນຂົງເຂດຄວາມສາມາດບົ່ມຊ້ອນອື່ນໆ, ຄື: ວິທະຍາສາດການທະຫານ, ເສນາຮັກ...

ໂດຍ: ເຈິ່ນຮວ່ຽນ