ການຢ້ຽມຢາມຂອງທ່ານພົນຈັດຕະວາ Pavel Muraveiko ດຳເນີນໄປໃນສະພາບການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງຫວຽດນາມ ກັບເບລາຣຸດ ໄດ້ຮັບການປັບປຸງ, ເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງໃນໄລຍະຜ່ານມາ. ສອງປະເທດ ໄດ້ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດເນື່ອງໃນໂອກາດການຢ້ຽມຢາມທາງລັດຖະກິດເບລາຣຸດ ໃນຕົ້ນເດືອນພຶດສະພາ 2025 ຂອງທ່ານເລຂາທິການໃຫຍ່ ໂຕເລິມ, ໃນນັ້ນ ການພົວພັນດ້ານປ້ອງກັນຊາດ ສວມບົດບາດເປັນເສົາຄ້ຳສຳຄັນໃນການພົວພັນສອງຝ່າຍ.

ການຢ້ຽມຢາມຫວຽດນາມ ຄັ້ງນີ້ຂອງທ່ານພົນຈັດຕະວາ Pavel Muraveiko ແມ່ນໜຶ່ງໃນບັນດາການເຄື່ອນໄຫວຮ່ວມມືດ້ານປ້ອງກັນຊາດ ທີ່ສອງຝ່າຍ ໄດ້ເຫັນດີເປັນເອກະພາບ, ເພື່ອແນໃສ່ເພີ່ມທະວີການພົວພັນຮ່ວມມືດ້ານປ້ອງກັນຊາດຫວຽດນາມ-ເບລາຣຸດ ເວົ້າລວມ, ການຮ່ວມມືລະຫວ່າງກົມໃຫຍ່ເສນາທິການ ກອງທັບສອງປະເທດ ເວົ້າສະເພາະ, ປະກອບສ່ວນໃຫ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະຄູ່ຮ່ວມມືຍຸດທະສາດຫວຽດນາມ - ເບລາຣຸດ.

leftcenterrightdel
ທ່ານພົນເອກ ຫງວຽນເຕິນເກືອງ ຕ້ອນຮັບທ່ານພົນຈັດຕະວາ Pavel Muraveiko. ພາບ: qdnd.vn
leftcenterrightdel
ທ່ານພົນເອກ ຫງວຽນເຕິນເກືອງ ເປັນປະທານພິທີຕ້ອນຮັບທ່ານພົນຈັດຕະວາ Pavel Muraveiko. ພາບ: qdnd.vn
leftcenterrightdel
ທ່ານພົນເອກ ຫງວຽນເຕິນເກືອງ ແລະ ທ່ານພົນຈັດຕະວາ Pavel Muraveiko ກວດແຖວກຽດຕິຍົດກອງທັບປະຊາຊົນຫວຽດນາມ. ພາບ: qdnd.vn
leftcenterrightdel
ທ່ານພົນເອກ ຫງວຽນເຕິນເກືອງ ແລະ ທ່ານພົນຈັດຕະວາ Pavel Muraveiko ພ້ອມດ້ວຍບັນດາສະມາຊິກຂອງສອງຄະນະ. ພາບ: qdnd.vn

ໂດຍ: ທູຈາງ