ໃນລະຫວ່າງວັນທີ 14-15 ຕຸລາ, ທ່ານພົນເອກ ຟານວັນຢາງ, ກຳມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ນໍາໜ້າຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດຫວຽດນາມ ຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ເຂົ້າຮ່ວມການພົບປະປະຈໍາປີລະຫວ່າງ 3 ລັດຖະມົນຕີກະຊວງປ້ອງກັນປະເທດ ແລະການເຝິກຊ້ອມກອບກູ້ໄພພິບັດຮ່ວມລະຫວ່າງກອງທັບ 3 ປະເທດ ຫວຽດນາມ-ລາວ-ກໍາປູເຈຍ ຢູ່ລາວ.

ໜັງສືພິມກອງທັບປະຊາຊົນຫວຽດນາມ ຂໍແນະນຳບາງຮູບພາບໃນການປະຕິບັດງານຂອງທ່ານພົນເອກ ຟານວັນຢາງ.

leftcenterrightdel
 ທ່ານພົນເອກ ຟານວັນຢາງ ເຂົ້າຢ້ຽມຂໍ່ານັບທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ. ພາບ: qdnd.vn
leftcenterrightdel
ທ່ານພົນເອກ ຟານວັນຢາງ ແລະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ. ພາບ: qdnd.vn
leftcenterrightdel
ທ່ານພົນໂທ ຄຳລຽງ ອຸທະໄກສອນ, ກຳມະການສູນກາງພັກປະຊາຊົນປະຕິວັດລາວ, ລັດຖະມົນຕີກະຊວງປ້ອງກັນປະເທດລາວ ຕ້ອນຮັບທ່ານພົນເອກ ຟານວັນຢາງ. ພາບ: qdnd.vn
leftcenterrightdel
ທ່ານພົນເອກ ຟານວັນຢາງ; ທ່ານພົນໂທ ຄໍາລຽງ ອຸທະໄກສອນ ລັດຖະມົນຕີກະຊວງປ້ອງກັນປະເທດລາວ (ຜູ້ຢູ່ກາງ) ແລະທ່ານພົນເອກ Tea Seiha, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດກຳປູເຈຍ ທີ່ພິທີລົງນາມບົດບັນທຶກການພົບປະປະຈໍາປີ. ພາບ: qdnd.vn
leftcenterrightdel
ທ່ານພົນເອກ ຈັນສະໝອນ ຈັນຍາລາດ, ກຳມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ, ຮອງນາຍົກລັດຖະມົນຕີ ແລະລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ-ລາວ-ກຳປູເຈຍ ເຂົ້າຮ່ວມການເຝິກຊ້ອມກອບກູ້ໄພພິບັດຮ່ວມລະຫວ່າງກອງທັບ 3 ປະເທດ. ພາບ: qdnd.vn
leftcenterrightdel
 ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດ 3 ປະເທດ ທີ່ການພົບປະປະຈໍາປີ. ພາບ: qdnd.vn
leftcenterrightdel
ບັນດາຜູ້ແທນຢ້ຽມຊົມອຸປະກອນສະແດງທີ່ການເຝິກຊ້ອມກອບກູ້ໄພພິບັດຮ່ວມລະຫວ່າງກອງທັບ 3 ປະເທດ. ພາບ: qdnd.vn

ໂດຍ: ເຈິ່ນຮວ່ຽນ