ທ່ານພົນໂທ ຮວ່າງຊວນຈ໊ຽນ, ກຳມະການສູນກາງພັກ, ຄະນະປະຈໍາຄະນະພັກການທະຫານສູນກາງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າໜ່ວຍປະຕິບັດງານລະຫວ່າງຂະແໜງ, ຫົວໜ້າຄະນະຊີ້ນໍາກະຊວງປ້ອງກັນປະເທດຫວຽດນາມ ກ່ຽວກັບການເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ ເປັນປະທານກອງປະຊຸມ.

leftcenterrightdel
ທ່ານພົນໂທ ຮວ່າງຊວນຈ໊ຽນ ກ່າວຄໍາເຫັນທີ່ກອງະຊຸມ. ພາບ: ຮວ່າງຫວູ໋

ເດືອນກັນຍາ 2024, ກົມຮັກສາສັນຕິພາບຫວຽດນາມ ໄດ້ຜັນຂະຫຍາຍໂຮງໝໍກາງສະໜາມຂັ້ນ 2 ເລກ 6 ລວມມີ ນາຍ ແລະພົນທະຫານ 63 ຄົນຢູ່ຄະນະປະຕິບັດງານ UNMISS, ຊູດັງໃຕ້ ແລະກອງຊ່າງແສງເລກ 3 ລວມມີ ນາຍ ແລະພົນທະຫານ 184  ຄົນ ຢູ່ຄະນະປະຕິບັດງານ UNISFA, ເຂດ Abyei ເພື່ອປະຕິບັດໜ້າທີ່ຮັກສາສັນຕິພາບ ສປຊ. ມາຮອດປະຈຸບັນ, ທັງສອງກົມກອງໄດ້ສິ້ນສຸດອາຍຸການປະຕິບັດງານ ແລະກັບຄືນປະເທດຢ່າງປອດໄພ. ຍ້ອງຍໍບັນດາໝາກຜົນໃນອາຍຸການປະຕິບັດງານຢູ່ຄະນະປະຕິບັດງານຮັກສາສັນຕິພາບ ສປຊ ຂອງກອງຊ່າງແສງເລກ 3 ແລະໂຮງໝໍກາງສະໜາມຂັ້ນ 2 ເລກ 6, ທ່ານພົນໂທ ຮວ່າງຊວນຈ໊ຽນ ເນັ້ນໜັກວ່າ ສອງກົມກອງໄດ້ປະຕິບັດສຳເລັດໜ້າທີ່, ຮັບປະກັນຄວາມປອດໄພຢ່າງເດັດຂາດ. ທ່ານພົນໂທ ຮວ່າງຊວນຈ໊ຽນ ເນັ້ນໜັກວ່າ: “ບັນດາສະຫາຍໄດ້ປະຕິບັດວຽກງານຂົນຂວາຍປະຊາຊົນໄດ້ເປັນຢ່າງດີ, ແຜ່ຂະຫຍາຍຮູບພາບໝວກເບເລສີຟ້າຂອງທະຫານຮັກສາສັນຕິພາບ, ຍົກສູງພາບພົດຂອງທະຫານລຸງໂຮ່ ໃນເວທີສາກົນ”.

leftcenterrightdel
ທ່ານພົນໂທ ຮວ່າງຊວນຈ໊ຽນ ແລະບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ. ພາບ: ຮວ່າງຫວູ໋

ທ່ານພົນໂທ ຮວ່າງຊວນຈ໊ຽນ ໃຫ້ຮູ້ວ່າ, ໃນໄລຍະຈະມາເຖິງ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ຮຽກຮ້ອງສືບຕໍ່ການຄົ້ນຄວ້າເປີດກວ້າງຜັນຂະຫຍາຍຂອບຂະໜາດ, ຮູບການ, ປະເພດ, ບໍລິເວນເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ. ທ່ານພົນໂທ ຮວ່າງຊວນຈ໊ຽນ ສະເໜີກອງຊ່າງແສງເລກ 3, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ແລະບຸກຄົນ ຂຶ້ນກັບສອງກົມກອງສືບຕໍ່ເສີມຂະຫຍາຍບົດຮຽນ, ຈິດໃຈຄວາມຮັບຜິດຊອບ, ແຜ່ຂະຫຍາຍຮູບພາບໝວກເບເລສີຟ້າຫວຽດນາມ, ພ້ອມແລ້ວທີ່ຈະຮັບເອົາ ແລະປະຕິບັດສໍາເລັດທຸກໜ້າທີ່ເປັນຢ່າງດີ. ບັນດາອົງການ, ກົມກອງຕ້ອງເອົາໃຈໃສ່ເຖິງລະບອບ, ນະໂຍບາຍ, ຈັດວາງວຽກງານທີ່ເໝາະສົມໃຫ້ພະນັກງານ, ພາລະກອນປະຕິບັດສຳເລັດໜ້າທີ່; ຝຶກແອບ, ກະກຽມກຳລັງຄຸນນະພາບສູງໃນໄລຍະ 2025-2030.

ໂດຍ: ເຈິ່ນຮວ່ຽນ