ເຂົ້າຮ່ວມຄະນະກວດກາ ມີທ່ານພົນໂທ ຫງວຽນເຈື່ອງຖັ໊ງ, ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ; ການນຳບັນດາອົງການຂຶ້ນກັບກະຊວງປ້ອງກັນປະເທດ, ທະຫານເຂດ 7, ກອງບັນຊາການທະຫານຊາຍແດນ ແລະແຂວງໄຕນີງ.

ຄະນະ ໄດ້ລົງກວດກາຢູ່ເຂດດ່ານສາກົນມົກບ່າຍ (ຫວຽດນາມ) ແລະດ່ານສາກົນ Bavet (ກຳປູເຈຍ) - ບ່ອນຈັດຕັ້ງພິທີຕ້ອນຮັບ, ສົ່ງລັດຖະມົນຕີກະຊວງປ້ອງກັນປະເທດສອງປະເທດ, ພິທີເຄົາລົບ ແລະແຕ້ມສີຫຼັກໝາຍຊາຍແດນ, ປູກຕົ້ນໄມ້ມິດຕະພາບ ແລະການເຄື່ອນໄຫວລາດຕະເວນຊາຍແດນຮ່ວມ; ສະຖານທີ່ຈັດຕັ້ງການພົບປະສອງຝ່າຍ, ງານລ້ຽງຢູ່ກອງພົນທີ 5.

leftcenterrightdel
ທ່ານພົນໂທ ຮວ່າງຊວນຈ໊ຽນ ລະດົມກໍາລັງໃຈກໍາລັງປະຕິບັດໜ້າທີ່ຢູ່ດ່ານສາກົນ Bavet (ກຳປູເຈຍ). ພາບ: ເລືອງແອັງ

ທ່ານພົນໂທ ຮວ່າງຊວນຈ໊ຽນ ຕີລາຄາສູງການກະກຽມຢ່າງລອບຄອບຖີ່ຖ້ວນຂອງບັນດາອົງການ, ກົມກອງ, ກໍາລັງ, ພ້ອມທັງຊີ້ແຈ້ງບັນດາເນື້ອໃນຕ້ອງປະຕິບັດຢ່າງຮີບດ່ວນແນໃສ່ຮັບປະກັນໃຫ້ງານພົບປະແລກປ່ຽນມິດຕະພາບ ດຳເນີນໄປຢ່າງສະຫງ່າຜ່າເຜີຍ, ມີຄວາມໝາຍ, ຮອບຄອບຖີ່ຖ້ວນ ແລະມີຄວາມປອດໄພຢ່າງເດັດຂາດ.

ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ກໍາປູເຈຍ ບໍ່ພຽງແຕ່ແມ່ນການເຄື່ອນໄຫວປະຈຳປີທີ່ມີຄວາມໝາຍແທດຈິງໃນຂົງເຂດປ້ອງກັນຊາດເທົ່ານັ້ນ, ຫາກຍັງປະກອບສ່ວນເພີ່ມທະວີຄວາມເຂົ້າໃຈ, ຄວາມໄວ້ເນື້ອເຊື່ອໃຈ ແລະຄວາມສະໜິດຕິດພັນລະຫວ່າງກໍາລັງປະກອບອາວຸດ ແລະປະຊາຊົນສອງປະເທດ.

ໂດຍ: ເຈິ່ນຮວ່ຽນ