ພົນເອກ ຫງວຽນເຕິນເກືອງ ຕ້ອນຮັບຜູ້ບັນຊາການທະຫານອາກາດ ແຫ່ງລາຊະອານາຈັກ ອົດສະຕາລີ
ກປ.ອອນໄລ - ຕອນບ່າຍວັນທີ 13 ຕຸລາ, ທີ່ສຳນັກງານກະຊວງປ້ອງກັນປະເທດ, ທ່ານພົນເອກ ຫງວຽນເຕິນເກືອງ, ຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານພົນຕີ Stephen Chappell ຜູ້ບັນຊາການທະຫານອາກາດ ແຫ່ງລາຊະອານາຈັກ ອົດສະຕາລີ.
ທີ່ການຕ້ອນຮັບ, ທ່ານພົນເອກ ຫງວຽນເຕິນເກືອງ ຢືນຢັນວ່າ, ຫວຽດນາມ ຍາມໃດກໍ່ຖືເປັນສໍາຄັນການພົວພັນກັບອົດສະຕາລີ ແລະຕີລາຄາສູງທີ່ຕັ້ງ ແລະຄວາມສາມາດບ່ົມຊ້ອນຂອງອົດສະຕາລີ ໃນເວທີສາກົນ ແລະພາກພື້ນ; ສະແດງຄວາມປິຕິຊົມຊື່ນຕໍ່ເລື່ອງສອງປະເທດໄດ້ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ໃນເດືອນມີນາ 2024, ສ້າງເງື່ອນໄຂສະດວກເພື່ອຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດ, ໃນນັ້ນມີການຮ່ວມມືດ້ານປ້ອງກັນຊາດ.
    |
 |
ບັນຍາກາດທີ່ການຕ້ອນຮັບ. ພາບ: qdnd.vn |
ທ່ານພົນເອກ ຫງວຽນເຕິນເກືອງ ຮັບຮູ້ຜົນການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດ ໃນໄລຍະຜ່ານມາ ບົນພື້ນຖານບົດບັນທຶກຊ່ວຍຈໍາ ວ່າດ້ວຍການຮ່ວມມືດ້ານປ້ອງກັນຊາດປີ 2010 ແລະຖະແຫຼງການວິໄສທັດຮ່ວມ ວ່າດ້ວຍການຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດປີ 2018, ພົ້ນເດັ່ນແມ່ນໃນບັນດາຂົງເຂດ ຄື: ແລກປ່ຽນຄະນະຜູ້ແທນ; ການເຈລະຈາ-ທາບທາມຄໍາເຫັນ; ການບໍາລຸງສ້າງ; ຮັກສາສັນຕິພາບສະຫະປະຊາຊາດ; ແລກປ່ຽນບົດຮຽນປະສົບການລະຫວ່າງເຫຼົ່າທັບ, ເຫຼົ່າຮົບ; ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ ແລະ ການຮ່ວມມືຫຼາຍຝ່າຍດ້ານປ້ອງກັນຊາດ, ເປັນຕົ້ນແມ່ນໃນຂອບເຂດກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ບວກ (ADMM+).
ທ່ານພົນຕີ Stephen Chappell ສະເໜີໃນໄລຍະຈະມາເຖິງ, ອົດສະຕາລີ ແລະ ຫວຽດນາມ ສືບຕໍ່ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ, ໃນນັ້ນສຸມໃສ່ບຳລຸງສ້າງ, ໜູນຊ່ວຍມະນຸດສະທໍາ ແລະ ກູ້ຊ່ວຍໄພພິບັດ, ການແພດທະຫານ, ກູ້ໄພກູ້ຊີບ.
    |
 |
ບັນດາຜູ້ແທນຖ່າຍຮູບເປັນທີ່ລະນຶກ. ພາບ: qdnd.vn |
ທ່ານພົນເອກ ຫງວຽນເຕິນເກືອງ ໃຫ້ຮູ້ວ່າ, ໃນໄລຍະຈະມາເຖິງ, ບົນພື້ນຖານການຊີ້ນໍາຂອງການນໍາຂັ້ນສູງສອງປະເທດ, ສອງກະຊວງປ້ອງກັນປະເທດ, ກອງທັບປະຊາຊົນຫວຽດນາມ ແລະກໍາລັງປ້ອງກັນຊາດອົດສະຕາລີ ຈະສືບຕໍ່ຊຸກຍູ້ການພົວພັນຮ່ວມມືລະຫວ່າງເຫຼົ່າທັບ, ເຫຼົ່າຮົບ, ບົນພື້ນຖານເໝາະສົມກັບຄວາມຕ້ອງການ, ຄວາມສາມາດ, ຜົນປະໂຫຍດຂອງແຕ່ລະຝ່າຍ ແລະສະພາບຕົວຈິງ, ປະກອບສ່ວນຍົກສູງຄວາມເຂົ້າໃຈ, ຄວາມໄວ້ເນື້ອເຊື່ອໃຈ ເຊິ່ງກັນ ແລະກັນລະຫວ່າງກອງທັບສອງປະເທດ ໃຫ້ຫຼາຍກວ່າອີກ. ທ່ານພົນເອກ ຫງວຽນເຕິນເກືອງ ຢັ້ງຢືນວ່າ, ກະຊວງປ້ອງກັນປະເທດຫວຽດນາມ ສະໜັບສະໜູນ ແລະສະເໜີໃຫ້ທະຫານອາກາດສອງປະເທດເພີ່ມທະວີການແລກປ່ຽນຄະນະຜູ້ແທນມທຸກຂັ້ນ, ຊຸກຍູ້ການຮ່ວມມືບໍາລຸງສ້າງ ແລະແບ່ງປັນບົດຮຽນ ກ່ຽວກັບວິຊາການທະຫານອາກາດ; ປາດຖະໜາວ່າ ການນໍາກະຊວງປ້ອງກັນປະເທດ, ກໍາລັງປ້ອງກັນຊາດ ແລະທະຫານອາກາດອົດສະຕາລີ ພ້ອມກັບວິສາຫະກິດປ້ອງກັນຊາດອົດສະຕາລີ ຈະສືບຕໍ່ເອົາໃຈໃສ່, ສະໜັບສະໜູນຝ່າຍຫວຽດນາມ ໃນການຈັດຕັ້ງງານວາງສະແດງປ້ອງກັນຊາດສາກົນ ຄັ້ງຕໍ່ໄປ.
ໂດຍ: ທູຈາງ