ນຳການຮ່ວມມືດ້ານອຸດສາຫະກຳປ້ອງກັນຊາດ ຫວຽດນາມ - ຕວກກີ ເຂົ້າສູ່ລວງເລິກ ແລະແທດຈິງ
ກປ.ອອນໄລ - ຕອນບ່າຍວັນທີ 13 ຕຸລາ, ຢູ່ສໍານັກງານກະຊວງປ້ອງກັນປະເທດ, ທ່ານພົນເອກ ຟານວັນຢາງ, ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ມີການພົບປະສອງຝ່າຍກັບທ່ານ Haluk Gorgun, ປະທານອົງການອຸດສາຫະກໍາປ້ອງກັນຊາດ ຕວກກີ.
    |
 |
ທ່ານພົນເອກ ຟານວັນຢາງ ຕ້ອນຮັບທ່ານ Haluk Gorgun. ພາບ: qdnd.vn |
ຕາມທ່ານພົນເອກ ຟານວັນຢາງ ແລ້ວ, ໃນໄລຍະມໍ່ໆມານີ້, ການຮ່ວມມືດ້ານອຸດສາຫະກຳປ້ອງກັນຊາດລະຫວ່າງ ຫວຽດນາມ ແລະ ຕວກກີ ໄດ້ຮັບການຊຸກຍູ້ຈາກສອງຝ່າຍ, ບັນລຸໄດ້ໝາກຜົນຕັ້ງໜ້າຫຼາຍຢ່າງ. ສອງຝ່າຍໄດ້ມານະພະຍາຍາມພ້ອມກັນກໍ່ສ້າງ ແລະລົງນາມບົດບັນທຶກຊ່ວຍຈໍາ ວ່າດ້ວຍການຮ່ວມມືດ້ານອຸດສາຫະກຳປ້ອງກັນຊາດໃນເດືອນກໍລະກົດ ປີ 2025, ຜ່ານນັ້ນສ້າງຂອບເຂດເພື່ອຊຸກຍູ້ ແລະເພີ່ມທະວີການຮ່ວມມືໃນຂົງເຂດອຸດສາຫະກຳປ້ອງກັນຊາດ, ເໝາະສົມກັບຄວາມຮຽກຮ້ອງຕ້ອງການ ແລະຄວາມສາມາດຂອງສອງຝ່າຍ.
    |
 |
ທ່ານພົນເອກ ຟານວັນຢາງ ແລະທ່ານ Haluk Gorgun ຢ້ຽມຊົມການວາງສະແດງຮູບພາບກ່ຽວກັບການພົວພັນຮ່ວມມື ຫວຽດນາມ-ຕວກກີ. ພາບ: qdnd.vn |
    |
 |
ທ່ານພົນເອກ ຟານວັນຢາງ ແລະທ່ານ Haluk Gorgun. ພາບ: qdnd.vn |
ທ່ານພົນເອກ ຟານວັນຢາງ ສະເໜີສອງຝ່າຍສືບຕໍ່ສົມທົບກັນ, ນໍາການຮ່ວມມືດ້ານອຸດສາຫະກໍາປ້ອງກັນຊາດລະຫວ່າງສອງປະເທດ ນັບມື້ນັບເຂົ້າສູ່ລວງເລິກ ແລະແທດຈິງ, ສຸມໃສ່ເຂົ້າໃນບາງເນື້ອໃນ ຄື: ສືບຕໍ່ເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ; ແບ່ງປັນ ແລະອັບເດັດຂໍ້ມູນຂ່າວສານ, ກົດໝາຍ, ນະໂຍບາຍຊື້ບັນດາຜະລິດຕະພັນປ້ອງກັນຊາດຂອງແຕ່ລະຝ່າຍ; ສະໜັບສະໜູນ, ເຂົ້າຮ່ວມງານວາງສະແດງປ້ອງກັນຊາດ ໂດຍແຕ່ລະຝ່າຍຈັດຕັ້ງ. ທ່ານພົນເອກ ຟານວັນຢາງ ຢືນຢັນວ່າ, ກະຊວງປ້ອງກັນປະເທດຫວຽດນາມ ພ້ອມແລ້ວທີ່ຈະສະໜັບສະໜູນ, ສ້າງເງື່ອນໄຂໃຫ້ບັນດາວິສາຫະກິດອຸດສາຫະກໍາປ້ອງກັນຊາດຕວກກີ ສືບຕໍ່ແລກປ່ຽນ, ພົບປະກັບບັນດາອົງການ, ກົມກອງຂອງກະຊວງປ້ອງກັນປະເທດຫວຽດນາມ ເພື່ອແນະນໍາບັນດາຜະລິດຕະພັນ ກໍຄື ຊອກຮູ້ຂົງເຂດຮ່ວມມືທີ່ເໝາະສົມກັບຄວາມຕ້ອງການ ແລະຄວາມສາມາດຂອງສອງຝ່າຍ.
    |
 |
ບັນຍາກາດທີ່ການພົບປະສອງຝ່າຍ. ພາບ: qdnd.vn |
    |
 |
ທ່ານພົນເອກ ຟານວັນຢາງ ມອບຂອງຂວັນທີ່ລະນຶກໃຫ້ແກ່ທ່ານ Haluk Gorgun. ພາບ: qdnd.vn |
ສ່ວນທ່ານ Haluk Gorgun ແບ່ງປັນກັບຫວຽດນາມ ຕໍ່ການສູນເສຍທາງດ້ານຊັບສິນ ແລະອິນຊີ ຍ້ອນພາຍຸກໍ່ຂຶ້ນຫວ່າງມໍ່ໆມານີ້. ທ່ານ Haluk Gorgun ຢືນຢັນວ່າ ການຢ້ຽມຢາມໄດ້ສະແດງໃຫ້ເຫັນຄໍາໝັ້ນສັນຍາຢ່າງແຂງແຮງຂອງການຊຸກຍູ້ການຮ່ວມມືລະຫວ່າງສອງຝ່າຍ; ສະແດງຄວາມປາດຖະໜາວ່າ ໃນໄລຍະຈະມາເຖິງ, ຕວກກີ ແລະ ຫວຽດນາມ ຈະສືບຕໍ່ປັບປຸງ ແລະເພີ່ມທະວີການຮ່ວມມືສອງຝ່າຍໃຫ້ຫຼາຍກ່ວາອີກ, ພ້ອມກັນນັ້ນ, ຕັ້ງໜ້າຄົ້ນຄວ້າຂົງເຂດຮ່ວມມືທີ່ມີຄວາມສາມາດບົ່ມຊ້ອນໃໝ່. ທ່ານ Haluk Gorgun ເນັ້ນໜັກເຖິງບົດບັນທຶກຊ່ວຍຈໍາ ວ່າດ້ວຍການຮ່ວມມືດ້ານອຸດສາຫະກຳປ້ອງກັນຊາດ ທີ່ໄດ້ລົງນາມໃນເດືອນກໍລະກົດ 2025 ສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈ ແລະເປັນພື້ນຖານສຳຄັນໃຫ້ການຮ່ວມມືສອງຝ່າຍໃນຂົງເຂດອຸດສາຫະກຳປ້ອງກັນຊາດ; ຊີ້ແຈ້ງວ່າການຮ່ວມມືດ້ານອຸດສາຫະກຳປ້ອງກັນຊາດ ສວມບົດບາດສຳຄັນໃນການພົວພັນ ຕວກກີ - ຫວຽດນາມ.
ໂດຍ: ທູຈາງ