leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: qdnd.vn

ທີ່ການເຮັດວຽກ, ທ່ານພົນເອກ Nim Mealea ຂອບໃຈວິທະຍາຄານການແພດຫວຽດນາມ ໃນໄລຍະຜ່ານມາໄດ້ໜູນຊ່ວຍບໍາລຸງສ້າງ​ຊັບພະຍາກອນ​ມະນຸດດ້ານການແພດທະຫານໃຫ້ແກ່ກໍາປູເຈຍ. ທີ່ການເຮັດວຽກ, ສອງຝ່າຍເນັ້ນໜັກວ່າ ການຮ່ວມມືດ້ານການແພດທະຫານລະຫວ່າງ ຫວຽດນາມ-ກໍາປູເຈຍ ປະຈຸບັນມີລັກສະນະເນື້ອແທ້, ມຸ່ງໄປເຖິງການບໍາລຸງສ້າງຊັບພະຍາກອນ​ມະນຸດ. ສອງຝ່າຍພ້ອມກັນແລກປ່ຽນ, ຊອກຮູ້ກ່ຽວກັບຄວາມສາມາດ, ຄວາມຕ້ອງການ ເພື່ອເປັນພື້ນຖານຊຸກຍູ້ການຮ່ວມມືລະຫວ່າງສອງວິທະຍາຄານ, ປະກອບສ່ວນຊຸກຍູ້ການຮ່ວມມືດ້ານການແພດທະຫານລະຫວ່າງກະຊວງປ້ອງກັນປະເທດສອງປະເທດ ຫວຽດນາມ-ກໍາປູເຈຍ.

ສ່ວນທ່ານພົນຕີ, ສຈ, ປອ ເຈິ່ນຫວ໊ຽດຕ໊ຽນ ສະແດງຄວາມປາດຖະໜາວ່າ ການພົວພັນຮ່ວມມືລະຫວ່າງວິທະຍາຄານການແພດຫວຽດນາມ ແລະວິທະຍາຄານການແພດ, ກອງທັບແຫ່ງລາຊະອານາຈັກກໍາປູເຈຍ ຈະນັບມື້ນັບພັດທະນາ, ປະກອບສ່ວນເພີ່ມທະວີການພົວພັນອັນສະໜິດແໜ້ນລະຫວ່າງປະຊາຊົນ, ກອງທັບສອງປະເທດ ເວົ້າລວມ, ຂະແໜງການແພດທະຫານສອງປະເທດ ເວົ້າສະເພາະ.

ໂດຍ:​ ໄຊນີດາ