ທີ່ການພົບປະສອງຝ່າຍ, ທ່ານພົນຕີ Stephen Chappell ເນັ້ນໜັກເຖິງຄວາມຈໍາເປັນຕ້ອງຮັກສາການພົວພັນຮ່ວມມືຢ່າງແໜ້ນແຟ້ນລະຫວ່າງສອງປະເທດໃນສະພາບການກາລະໂອກາດ ແລະສິ່ງທ້າທາຍທີ່ສະຫຼັບກັນຄືໃນປະຈຸບັນ; ຕີລາຄາສູງການພັດທະນາຂອງເຫຼົ່າທັບປ້ອງກັນອາກາດ-ທະຫານອາກາດຫວຽດນາມ.

leftcenterrightdel
ທ່ານພົນຈັດຕະວາ ຫວູຮົ່ງເຊີນ ຜູ້ບັນຊາການເຫຼົ່າທັບປ້ອງກັນອາກາດ-ທະຫານອາກາດ ຕ້ອນຮັບທ່ານພົນຕີ Stephen Chappell ຜູ້ບັນຊາການທະຫານອາກາດ ອົດສະຕາລີ. ພາບ: ຮວ່າງຫວູ໋

ສ່ວນທ່ານພົນຈັດຕະວາ ຫວູຮົ່ງເຊີນ ຕີລາຄາວ່າ ໃນຊຸມປີຜ່ານມາ, ການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ-ອົດສະຕາລີ ໄດ້ພັດທະນາຢ່າງບໍ່ຢຸດຢັ້ງ. ໃນຂອບເຂດນັ້ນ, ການພົວພັນຮ່ວມມືທີ່ນັບມື້ນັບພັດທະນາລະຫວ່າງເຫຼົ່າທັບປ້ອງກັນອາກາດ-ທະຫານອາກາດຫວຽດນາມ ແລະທະຫານອາກາດລາຊະອານາຈັກອົດສະຕາລີ, ໄດ້ກາຍເປັນຈຸດພົ້ນເດັ່ນ. ທ່ານພົນຈັດຕະວາ ຫວູຮົ່ງເຊີນ ເຊື່ອໝັ້ນວ່າ, ການພົວພັນຮ່ວມມືລະຫວ່າງສອງຝ່າຍຈະໄດ້ຮັບການເປີດກວ້າງ, ຂຶ້ນສູ່ລະດັບສູງໃໝ່, ປະກອບສ່ວນປັບປຸງການພົວພັນລະຫວ່າງສອງປະເທດ, ສອງກອງທັບ.

ເພື່ອສືບຕໍ່ພັດທະນາການພົວພັນອັນດີງາມລະຫວ່າງສອງກໍາລັງໃນໄລຍະຈະມາເຖິງ, ທ່ານພົນຈັດຕະວາ ຫວູຮົ່ງເຊີນ ແລະທ່ານພົນຕີ Stephen Chappell ເຫັນດີເປັນເອກະພາບຈະສືບຕໍ່ຮັກສາການແລກປ່ຽນຄະນະຜູ້ແທນທຸກຂັ້ນ ແລະການຮ່ວມມືດ້ານການສຶກສາ-ບໍາລຸງສ້າງ; ຄົ້ນຄວ້າຈັດຕັ້ງການແລກປ່ຽນວິຊາການ ແນໃສ່ແບ່ງປັນບົດຮຽນໃນຂົງເຂດສອງຝ່າຍມີຄວາມສົນໃຈ, ຄື: ຄວາມປອດໄພໃນການການບິນ, ກູ້ໄພທາງອາກາດ,...

ໂດຍ: ເຈິ່ນຮວ່ຽນ