ຕາມການຊີ້ນຳຂອງການນໍາກະຊວງປ້ອງກັນປະເທດ ແລະການນຳຕໍາຫຼວດທະເລຫວຽດນາມ, ຄະນະປະຕິບັດງານຕໍາຫຼວດທະເລຫວຽດນາມ ໂດຍທ່ານພົນຈັດຕະວາ ເຈິ່ນກວາງຕ໊ວນ, ຜູ້ບັນຊາການຕໍາຫຼວດທະເລເຂດ 2 ເປັນຫົວໜ້າຄະນະປະຕິບັດງານກໍາປັ່ນຕໍາຫຼວດທະເລ 8002 ທີ່ພວມມີການຢ້ຽມຢາມ ແລະ ພົບປະແລກປ່ຽນກັບກໍາລັງປ້ອງກັນຝັ່ງທະເລຟີລິບປິນ ໄດ້ມີການເຄື່ອນໄຫວຮ່ວມແຮງຮ່ວມໃຈພ້ອມກັບອຳນາດການປົກຄອງ ແລະປະຊາຊົນທ້ອງຖິ່ນ ໜູນຊ່ວຍແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ.

leftcenterrightdel
ທ່ານພົນຈັດຕະວາ ເຈິ່ນກວາງຕ໊ວນ, ຜູ້ບັນຊາການຕໍາຫຼວດທະເລເຂດ 2, ຫົວໜ້າຄະນະປະຕິບັດງານຕໍາຫຼວດທະເລຫວຽດນາມ ຊາບຊຶມ, ມອບໜ້າທີ່ໃຫ້ແກ່ພະນັກງານ, ນັກຮົບ ກ່ອນທີ່ເດີນທາງປະຕິບັດໜ້າທີ່. ພາບ: qdnd.vn
leftcenterrightdel
 
leftcenterrightdel
 
leftcenterrightdel
ກໍາລັງຕໍາຫຼວດທະເລຫວຽດນາມ ໜູນຊ່ວຍແກ້ໄຂຜົນຮ້າຍຢ້ອນຫຼັງຈາກເຫດແຜ່ນດິນໄຫວ ຢູ່ຟີລິບປິນ. ພາບ: qdnd.vn

ໃນວັນທີ 8 ຕຸລາ, ພະນັກງານ, ນັກຮົບຂອງຄະນະປະຕິບັດງານຕໍາຫຼວດທະເລຫວຽດນາມ ໄດ້ສົມທົບກັບພະນັກງານ, ພາລະກອນກໍາລັງປ້ອງກັນຝັ່ງທະເລຟີລິບປິນ ເຄື່ອນທັບໄລຍະທາງກວ່າ 100 ກິໂລແມັດ ຈາກສະຖານທີ່ກໍາປັ່ນຕໍາຫຼວດທະເລ 8002 ຈອດ ໄປຮອດແຂວງ Bogo - ເຊິ່ງແມ່ນສະຖານທີ່ປະຊາຊົນທ້ອງຖິ່ນຖືກຜົນສະທ້ອນຢ່າງໜັກແໜ່ວງຈາກແຜ່ນດິນໄຫວ ເພື່ອດໍາເນີນການເຄື່ອນໄຫວໜູນຊ່ວຍ.

ນະທີ່ນີ້, ຄະນະປະຕິບັດງານ ໄດ້ມອບເຂົ້າສານ 1 ໂຕນ, ໝີ່ສຳເລັດຮູບ, ອາຫານແຫ້ງ, ນ້ຳດື່ມ ໃຫ້ແກ່ອໍານາດການປົກຄອງ ແລະປະຊາຊົນ. ພ້ອມກັນນັ້ນ, ບັນດາພະນັກງານການແພດຂອງກຳປັ່ນຕໍາຫຼວດທະເລ 8002 ໄດ້ສົມທົບກັບພະນັກງານການແພດຂອງກໍາລັງປ້ອງກັນຝັ່ງທະເລຟີລິບປິນ ໄດ້ຈັດການກວດພະຍາດ, ແຈກຢາຍຢຸກຢາໂດຍບໍ່ເສຍຄ່າໃຫ້ແກ່ປະຊາຊົນ.

leftcenterrightdel
ພະນັກງານຄະນະປະຕິບັດງານຕໍາຫຼວດທະເລຫວຽດນາມ ມອບອາຫານການກິນໃຫ້ແກ່ປະຊາຊົນຢູ່ເຂດເກີດເຫດແຜ່ນດິນໄຫວແຂວງ Bogo, ຟີລິບປິນ. ພາບ: qdnd.vn
leftcenterrightdel
ພະນັກງານໃນຄະນະປະຕິບັດງານຕໍາຫຼວດທະເລຫວຽດນາມ ພ້ອມດ້ວຍການນໍາເຂດໃຈກາງ Visayas, ກໍາລັງປ້ອງກັນຝັ່ງທະເລຟີລິບປິນ ມອບເຂົ້າສານ ແລະເຄື່ອງຂອງທີ່ຈໍາເປັນໃຫ້ແກ່ອໍານາດການປົກຄອງແຂວງ  Bogo. ພາບ: qdnd.vn
leftcenterrightdel
ພະນັກງານການແພດຕໍາຫຼວດທະເລຫວຽດນາມ ກວດພະຍາດໃຫ້ແກ່ປະຊາຊົນ ຢູ່ເຂດເກີດເຫດແຜ່ນດິນໄຫວ. ພາບ: qdnd.vn

ການເຄື່ອນໄຫວຂອງຄະນະປະຕິບັດງານຕໍາຫຼວດທະເລຫວຽດນາມ ແລະກຳປັ່ນຕໍາຫຼວດທະເລ 8002 ແມ່ນການກະທໍາອັນສູງສົ່ງ, ສະແດງໃຫ້ເຫັນນ້ຳໃຈສາມັກຄີ, ຄວາມຮັກແພງຊ່ວຍເຫຼືອກັນຂອງຊາດຫວຽດນາມ ທີ່ມີຕໍ່ກັບເພື່ອນມິດສາກົນ, ປະກອບສ່ວນແຜ່​ຂະ​ຫຍາຍຮູບພາບອັນດີງາມຂອງທະຫານລຸງໂຮ່ - ນັກຮົບຕໍາຫຼວດທະເລຫວຽດນາມ ໃນຍຸກໃໝ່.

ໂດຍ: ທູຈາງ