leftcenterrightdel
ບັນດານາຍທະຫານຮັກສາສັນຕິພາບ ສປຊ ຂອງຫວຽດນາມ ແລະພວກນ້ອງນ້ອຍລະຫຼິ້ນເນື່ອງໃນໂອກາດວັນບຸນໄຫວ້ພະຈັນຢູ່ເຮືອນເມດຕາ. ພາບ: qdnd.vn

ເຫດການເຕັມໄປດ້ວຍນ້ຳໃຈມະນຸດສະທຳ, ແບ່ງປັນຄວາມຫຍຸ້ງຍາກ, ນຳເອົາຄວາມຮັກແພງມາໃຫ້ເດັກນ້ອຍຜູ້ດ້ອຍໂອກາດ, ປະກອບສ່ວນເຜີຍແຜ່ຈຸດຄວາມງາມຂອງວັດທະນະທຳທີ່ເປັນມູນເຊື້ອຂອງຫວຽດນາມ ແລະຮັດແໜ້ນນ້ຳໃຈມິດຕະພາບລະຫວ່າງປະຊາຊົນສອງປະເທດ ຫວຽດນາມ ແລະສາທາລະນະລັດ ອາຟຣິກາກາງ.

ໃນໂອກາດນີ້, ຢູ່ຫວຽດນາມ, ເດັກນ້ອຍມັກໄດ້ຮັບຂອງຂວັນຈາກຜູ້ໃຫຍ່, ພ້ອມກັນແຫ່ໂຄມໄຟ, ເຊີດສິງໂຕ, ຊົມດວງຈັນ ແບ່ງປັນເຂົ້າໜົມ ແລະໝາກໄມ້. ຈຸດຄວາມງາມທາງດ້ານວັດທະນະທຳທີ່ລຽບງ່າຍນັ້ນ ໄດ້ຮັບການວາດພາບຄືນໃໝ່ໂດຍກຸ່ມປະຕິບັດງານຫວຽດນາມ ຢູ່ໃຈກາງນະຄອນຫຼວງ Bangui, ດ້ວຍຄວາມປາດຖະໜາຢາກນຳເອົາຄວາມຮັກແພງ, ແບ່ງປັນໃຫ້ເດັກນ້ອຍຜູ້ດ້ອຍໂອກາດຢູ່ປະເທດທີ່ປະສົບກັບຄວາມຫຍຸ້ງຍາກ ຍ້ອນການປະທະກັນ.

leftcenterrightdel
ແນະນໍາພວກນ້ອງນ້ອຍແຕ້ມຮູບ ແລະແຕ້ມສີ. ພາບ: qdnd.vn

ກ່າວຄຳເຫັນທີ່ພິທີໄຂ, ທ່ານພັນໂທ ຢຸຍວັນເຊີນ, ຫົວໜ້າກຸ່ມປະຕິບັດງານກະຊວງປ້ອງກັນປະເທດຫວຽດນາມ ປະຈຳ MINUSCA ແບ່ງປັນວ່າ:  “ພວກຂ້າພະເຈົ້າ ປາດຖະໜາຢາກເຮັດໃຫ້ເດັກນ້ອຍອາຟຣິກາກາງ ບໍ່ພຽງແຕ່ມີຄວາມເບີກບານມ່ວນຊື່ນ ເນື່ອງໃນໂອກາດວັນບຸນໄຫວ້ພະຈັນເທົ່ານັ້ນ, ຫາກຍັງເຜີຍແຜ່ນ້ຳໃຈມະນຸດສະທຳ ແລະວັດທະນະທຳທີ່ເປັນມູນເຊື້ອຂອງຫວຽດນາມ - ເຊິ່ງແມ່ນສະຖານທີ່ທີ່ເດັກນ້ອຍ ຍາມໃດກໍ່ໄດ້ຮັບຄວາມຮັກແພງ, ໄດ້ຮັບການເບິ່ງແຍງດູແລ ແລະສິ່ງງາມດີທີ່ສຸດ.”

ພາຍຫຼັງການແນະນຳກ່ຽວກັບຄວາມໝາຍຂອງວັນບຸນໄຫວ້ພະຈັນ, ບັນດານາຍທະຫານຫວຽດນາມ ໄດ້ຈັດຕັ້ງການເຄື່ອນໄຫວພົບປະແລກປ່ຽນທີ່ດຶງດູດໃຈ ແລະຫຼິ້ນກັບເດັກນ້ອຍ. ເດັກນ້ອຍຫຼາຍຄົນດີໃຈເມື່ອໄດ້ຮັບການແນະນຳເຮັດອາຫານແນມຂອງຫວຽດນາມ. ພາຍໃຕ້ການແນະນຳຂອງນັກຮົບໝວກເບສີຟ້າຂອງຫວຽດນາມ, ມືນ້ອຍໆຂອງເດັກນ້ອຍໄດ້ພັນແນມ, ຈືນໃຫ້ມັນເປັນສີເຫຼືອງກອບແລ້ວ ກໍລໍຖ້າໄດ້ກິນເລີຍ.

leftcenterrightdel
ແບ່ງປັນຄວາມຮັກຜ່ານການກະທໍາທີ່ມີຄວາມໝາຍ ແລະຂອງຂວັນນ້ອຍໆ. ພາບ: qdnd.vn

ເນື່ອງໃນໂອກາດນີ້, ນາຍທະຫານຮັກສາສັນຕິພາບຫວຽດນາມ ກໍ່ຈັດຕັ້ງການລະຫຼິ້ນພື້ນເມືອງ ແລະແນະນຳເດັກນ້ອຍເຮັດໂຄມໄຟ, ແຕ້ມສີຮູບພາບ ແລະຫຼິ້ນມ່ວນຊື່ນກັບພວກນ້ອງ.  ເຂດເຮັດໂຄມໄຟ ແລະແຕ້ມສີໄດ້ດຶງດູດໃຈເດັກນ້ອຍເປັນຈຳນວນຫຼວງຫຼາຍ. ບັນດານາຍທະຫານຫວຽດນາມ ໄດ້ແນະນຳ ແຕ່ລະຂັ້ນຕອນຂອງການພັບ, ຕິດກາວ, ປະກອບຮ່າງເພື່ອສ້າງໂຄມໄຟທີ່ເຮັດດ້ວຍມືທີ່ເປັນລັກສະນະທີ່ສຸດຂອງວັນບຸນໄຫວ້ພະຈັນຂອງຫວຽດນາມ.

leftcenterrightdel
ແນະນໍາເຮັດແນມ ທີ່ເປັນມູນເຊື້ຶອຂອງຫວຽນາມ. ພາບ: qdnd.vn

ເຂົ້າຮ່ວມການຫຼິ້ນເກມພື້ນເມືອງ ເຊັ່ນ: ດຶງເຊືອກ ແລະເກມ “ຕັ່ງນັ່ງດົນຕີ”, ນ້ອງ Gimba ອາຍຸ 10 ປີ ແບ່ງປັນວ່າ: “ຫຼານ ຮູ້ສຶກດີໃຈຫຼາຍທີ່ໄດ້ຫຼິ້ນກັບ ອາ, ອາວທະຫານຫວຽດນາມ. ນີ້ແມ່ນຄັ້ງທຳອິດ ທີ່ຫຼານຮູ້ຈັກງານວັນບຸນໄຫວ້ພະຈັນ.  ຫຼານມັກໂຄມໄຟທີ່ສຸດ, ເພາະມັນແຈ້ງສະຫວ່າງ ແລະສວຍງາມຄືກັບແສງເດືອນ.”

ກຸ່ມປະຕິບັດງານຂອງກະຊວງປ້ອງກັນປະເທດຫວຽດນາມ ຢູ່ MINUSCA ຍັງກະກຽມຂອງຂວັນທີ່ແທດຈິງ ແລະມີຄວາມໝາຍຫຼາຍຢ່າງ ຄື: ປຶ້ມ, ອຸປະກອນການຮຽນ, ເຄື່ອງຫຼິ້ນ, ເຂົ້າໜົມ ແລະໂຄມໄຟຮູບດາວເພື່ອມອບໃຫ້ພວກນ້ອງນ້ອຍ. ຂອງຂວັນທີ່ລຽບງ່າຍນີ້ໄດ້ຫໍ່ດ້ວຍຄວາມຮັກແພງ ແລະການແບ່ງປັນຂອງບັນດານັກຮົບໝວກເບເລສີຟ້າ, ທະຫານລຸງໂຮ່ ທີ່ມີນ້ຳໃຈເມດຕາ.

leftcenterrightdel
ຂອງຂວັນນ້ອຍໆແຕ່ແທດຈິງ ແລະມີຄວາມໝາຍສໍາລັບເດັກນ້ອຍທີ່ດ້ອຍໂອກາດ. ພາບ: qdnd.vn

ພັນຕີ ໂຕງອັກແອງ, ສະມາຊິກກຸ່ມປະຕິບັດງານ ໄດ້ແບ່ງປັນວ່າ: “ເດັກນ້ອຍຫຼາຍຄົນຢູ່ທີ່ນີ້ບໍ່ເຄີຍມີໂອກາດໄດ້ຈັດງານບຸນ ເພື່ອຕົນເອງ, ເມື່ອເຫັນພວກນ້ອງຍິ້ມແຍ້ມ, ພວກຂ້າພະເຈົ້າ ຮູ້ສຶກເຖິງຄຸນຄ່າຂອງການເຮັດວຽກທີ່ນຳເອົາຄວາມເບີກບານມ່ວນຊື່ນ ແລະຄວາມຮັກແພງມາໃຫ້ພວກນ້ອງ. ສະນັ້ນ ວັນບຸນໄຫວ້ພະຈັນ ຂອງພວກຂ້າພະເຈົ້າ ຈຶ່ງມີຄວາມໝາຍຍິ່ງກວ່າເວລາໃດໝົດ.”

ການຈັດກິດຈະກໍາກຸສົນນີ້ໄດ້ຮັບການສະໜັບສະໜູນ, ການສົມທົບຈາກອໍານາດການປົກຄອງທ້ອງຖິ່ນ ແລະກົມກອງທີ່ຂຶ້ນກັບຄະນະປະຕິບັດງານ MINUSCA. ຜູ້ຕາງໜ້າຂອງເຮືອນເມດຕານີ້ ໄດ້ສະແດງຄວາມຂອບອົກຂອບໃຈຢ່າງເລິກເຊິ່ງ, ໂດຍຢືນຢັນວ່າ ລາຍການບໍ່ພຽງແຕ່ສ້າງຄວາມສຸກສະໜຸກສະໜານໃຫ້ແກ່ເດັກນ້ອຍເທົ່ານັ້ນ, ຫາກຍັງເປັນຂົວຕໍ່ທາງດ້ານວັດທະນະທໍາລະຫວ່າງປະຊາຊົນສອງປະເທດຫວຽດນາມ ແລະສາທາລະນະລັດ ອາຟຣິກາກາງ ອີກດ້ວຍ.

ຜູ້ຕາງໜ້າເຮືອນເມດຕາ ໃຫ້ຮູ້ວ່າ: “ສາທາລະນະລັດ ອາຟຣິກາກາງ ແມ່ນປະເທດໜຶ່ງທີ່ຍັງປະສົບກັບຄວາມຫຍຸ້ງຍາກດ້ານເສດຖະກິດ-ສັງຄົມ, ພິເສດແມ່ນສໍາລັບເດັກນ້ອຍຢູ່ເຂດທຸກຍາກ. ໃນສະພາບການນັ້ນ, ການເຄື່ອນໄຫວມະນຸດສະທຳຂອງກຳລັງຮັກສາສັນຕິພາບຫວຽດນາມ ໄດ້ນຳມາເຊິ່ງແຫຼ່ງກຳລັງໃຈທາງດ້ານຈິດໃຈອັນລ້ຳຄ່າ. ອາລົມຈິດຄວາມຮັກແພງທີ່ຈິງໃຈ, ຮອຍຍິ້ມທີ່ສະໜິດສະໜົມ, ເປັນມິດ ແລະການແບ່ງປັນຂອງບັນດານາຍທະຫານຫວຽດນາມ ໄດ້ສ້າງຄວາມປະທັບໃຈຢ່າງເລິກເຊິ່ງໃນໃຈຂອງຊາວທ້ອງຖິ່ນ”.

ໂດຍ: ຈາງຫງວຽນ