ເພີ່ມທະວີການຮ່ວມມືໃນຂົງເຂດຮັກສາສັນຕິພາບລະຫວ່າງ ຫວຽດນາມ ກັບຝຣັ່ງ ແລະ ນິວຊີແລນ
ກປ.ອອນໄລ - ຕອນເຊົ້າວັນທີ 13 ຕຸລາ, ກົມຮັກສາສັນຕິພາບຫວຽດນາມ ໄດ້ຈັດຕັ້ງພິທີເປີດຊຸດຝຶກອົບຮົມຂັບລົດໃຫ້ແກ່ນາຍທະຫານກອງທັບປະຊາຊົນຫວຽດນາມ ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດ (ສປຊ) ໃນປີ 2025 ໂດຍ ປະເທດຝຣັ່ງ ໜູນຊ່ວຍ.
ດຳເນີນໄປແຕ່ວັນທີ 13 - 24 ຕຸລາ, ຊຸດຝຶກອົບຮົມເພື່ອແນໃສ່ປະກອບຄວາມຮູ້, ທັກສະໃນການບັນຊາ, ແກ່ລົດ, ບຳລຸງຮັກສາລົດເພື່ອຮັບປະກັນໃຫ້ແກ່ບັນດານາຍທະຫານເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ ຕາມຮູບການບຸກຄົນສາມາດປະຕິບັດສຳເລັດໜ້າທີ່ເປັນຢ່າງດີເມື່ອຜັນຂະຫຍາຍເຖິງບໍລິເວນຂອງຄະນະປະຕິບັດງານ. ຊຸດຝຶກອົບຮົມກໍ່ປະກອບສ່ວນເພີ່ມທະວີສາຍພົວພັນມິດຕະພາບ ແລະການຮ່ວມມືທີ່ແທດຈິງໃນຂົງເຂດຮັກສາສັນຕິພາບ ສປຊ ລະຫວ່າງ ຫວຽດນາມ ແລະ ຝຣັ່ງ. ເນື້ອໃນຂອງຊຸດຝຶກອົບຮົມລວມມີທິດສະດີລວມ ແລະທັກສະການຂັບລົດ, ໂດຍມີການເຂົ້າຮ່ວມສິດສອນຂອງນັກຊ່ຽວຊານ 3 ຄົນທີ່ມີປະສົບການຫຼາຍຢ່າງຂອງກອງທັບຝຣັ່ງ.
    |
 |
ທ່ານພັນເອກພິເສດ ຫງວຽນຍືແກງ ຮອງຫົວໜ້າກົມຮັກສາສັນຕິພາບຫວຽດນາມ ມອບຂອງຂວັນທີ່ລະນຶກໃຫ້ທ່ານນາງພັນເອກ Shauna Graham ແລະບັນດານັກຊ່ຽວຊານນິວຊີແລນ. ພາບ: qdnd.vn |
ໃນວັນດຽວກັນ, ກົມຮັກສາສັນຕິພາບຫວຽດນາມ ໄດ້ສົມທົບກັບສະຖານທູດນິວຊີແລນ ປະຈຳ ຫວຽດນາມ ຈັດຕັ້ງການແລກປ່ຽນປະສົບການກ່ຽວກັບການໜູນຊ່ວຍດ້ານຈິດວິທະຍາພາຍຫຼັງການຜັນຂະຫຍາຍໃຫ້ນາຍທະຫານທີ່ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ. ທ່ານພັນເອກພິເສດ ຫງວຽນຍືແກງ, ຮອງຫົວໜ້າກົມຮັກສາສັນຕິພາບຫວຽດນາມ ໃຫ້ຮູ້ວ່າ ໂຄງການມຸ່ງໄປເຖິງບັນດາສະມາຊິກກອງຊ່າງແສງ ເລກ 3 ແລະໂຮງໝໍກາງສະໜາມຂັ້ນ 2 ເລກ 6. ການໜູນຊ່ວຍດ້ານຈິດວິທະຍາມີຄວາມສໍາຄັນເປັນພິເສດ, ຊ່ວຍໃຫ້ທະຫານກັບຄືນສູ່ຄອບຄົວ, ເພື່ອນຮ່ວມກົມກອງ ແລະສະພາບແວດລ້ອມສັງຄົມພາຍຫຼັງ 1 ປີທີ່ເຮັດວຽກໃນສະພາບທີ່ຫຍຸ້ງຍາກຢູ່ອາຟຣິກາ. ການຈັດຕັ້ງການເຄື່ອນໄຫວແລກປ່ຽນວິຊາສະເພາະຄັ້ງນີ້ ໄດ້ສະແດງໃຫ້ເຫັນຄວາມເອົາໃຈໃສ່ຢ່າງເລິກເຊິ່ງຂອງກະຊວງປ້ອງກັນປະເທດຫວຽດນາມ ໃນດ້ານຈິດໃຈຂອງກຳລັງຮັກສາສັນຕິພາບ, ພ້ອມທັງສະແດງໃຫ້ເຫັນການຮ່ວມມືນັບມື້ນັບແໜ້ນແຟ້ນ, ມີປະສິດທິຜົນລະຫວ່າງ ຫວຽດນາມ ກັບນິວຊີແລນ ໃນຂົງເຂດນີ້.
ໂດຍ: ຈາງຫງວຽນ