ກ່າວຄຳເຫັນທີ່ງານລ້ຽງ, ທ່ານ Hynek Kmonicek ເອກອັກຄະລັດຖະທູດ ສ.ເຊັກ ປະຈໍາ ຫວຽດນາມ ເນັ້ນໜັກວ່າ, ປີ 2025 ເປັນຂີດໝາຍຄົບຮອບ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ-ສ.ເຊັກ. ໃນຕະຫຼອດໄລຍະ 3/4 ສະຕະວັດທີ່ຜ່ານມາ, ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະການຮ່ວມມືຫຼາຍດ້ານລະຫວ່າງສອງປະເທດ ໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ ແລະພັດທະນາຢ່າງແຮງ. ເດືອນມັງກອນ ປີ 2025, ສອງປະເທດຖະແຫຼງການຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດ, ເປີດໜ້າໃໝ່ໃນການພົວພັນສອງຝ່າຍ.

leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມງານລ້ຽງ. ພາບ: ຮ່າເຟືອງ

ທີ່ງານລ້ຽງ, ທ່ານພັນໂທ Martin Koupal, ທີ່ປຶກສາທູດປ້ອງກັນຊາດ ສະຖານທູດ ສ.ເຊັກ ແບ່ງປັນວ່າ, ຫວຽດນາມ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນແຖວໜ້າຂອງ ສ.ເຊັກ ຢູ່ພາກພື້ນມະຫາສະໝຸດອິນເດຍ-ປາຊີຟິກ. ໃນໄລຍະຜ່ານມາ, ການພົວພັນຮ່ວມມືດ້ານປ້ອງກັນຊາດລະຫວ່າງຫວຽດນາມ ແລະສ.ເຊັກ ໄດ້ຮັບການຜັນຂະຫຍາຍທີ່ສອດຄ່ອງກັບການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດ ແລະບົດບັນທຶກຊ່ວຍຈໍາກ່ຽວກັບການຮ່ວມມືໃນຂົງເຂດການປ້ອງກັນຊາດ ທີ່ໄດ້ລົງນາມໃນປີ 2012, ສຸມໃສ່ເຂົ້າໃນຂົງເຂດ: ແລກປ່ຽນຄະນະຜູ້ແທນ, ບໍາລຸງສ້າງພະນັກງານ, ທະຫານອາກາດ, ອຸດສາຫະກຳການປ້ອງກັນຊາດ, ຮັບປະກັນດ້ານເຕັກນິກ...

ໃນຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດ, ຫວຽດນາມ ແລະສ.ເຊັກ ຈະສືບຕໍ່ເຮັດໃຫ້ການຮ່ວມມືໃນທຸກຂົງເຂດແນໃສ່ຮັບປະກັນຜົນປະໂຫຍດແທດຈິງຂອງປະຊາຊົນສອງປະເທດ, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະຄວາມວັດທະນາຖາວອນຢູ່ທັງພາກພື້ນ ກໍ່ຄືໃນໂລກ.

ໂດຍ: ເຈິ່ນຮວ່ຽນ