ຊຸມມື້ທຳອິດຂອງສະມາຊິກກອງຊ່າງແສງເລກ 4 ຫວຽດນາມ ຢູ່ດິນແດນ Abyei ກໍ່ແມ່ນມື້ທີ່ຕ້ອງປະເຊີນໜ້າກັບສິ່ງທ້າທາຍທຳອິດຍ້ອນເງື່ອນໄຂດິນຟ້າອາກາດທີ່ຮຸນແຮງ, ໄພອັນຕະລາຍໂລກລະບາດ ແລະພື້ນຖານວັດຖຸເບື້ອງຕົ້ນຍັງຂາດເຂີນ. ພ້ອມກັນນັ້ນ, ຍັງມີໄພອັນຕະລາຍດ້ານຄວາມໝັ້ນຄົງ, ຄວາມປອດໄພຍ້ອນສະພາບການປະທະກັນ, ໄພຂາດສະຖຽນລະພາບດ້ານການເມືອງຢູ່ເຂດນີ້.

leftcenterrightdel
ພົບປະກັບເດັກນ້ອຍຢູ່ Abyei, ກະກຽມສຳລັບວຽກງານຂົນຂວາຍປະຊາຊົນ, ໜູນຊ່ວຍຊຸມຊົນທ້ອງຖິ່ນ. ພາບ: ຫ໋າຍອ໊ຽນ

ໃນໄລຍະທີ່ປະສົບກັບຄວາມຫຍຸ້ງຍາກ, ຄວາມຕັດສິນໃຈສືບທອດພາລະກຳຮັກສາສັນຕິພາບ, ປະຕິບັດສໍາເລັດໜ້າທີ່ສາກົນຂອງກອງຊ່າງແສງນັບມື້ນັບສູງຂຶ້ນ. ທ່ານພັນໂທ ຈິ້ງວັນເກື່ອງ, ຫົວໜ້າກອງຊ່າງແສງເລກ 4 ຫວຽດນາມ ສະແດງວ່າ: “ເຖິງວ່າໄດ້ຮັບການຝຶກແອບຢ່າງລະອຽດຕິດພັນກັບໜ້າທີ່ຕົວຈິງຢູ່ຄະນະປະຕິບັດງານ, ແຕ່ເມື່ອມາຮອດທີ່ນີ້, ພວກຂ້າພະເຈົ້າຮູ້ສຶກເຖິງສະພາບດິນຟ້າອາກາດ, ເງື່ອນໄຂຊີວິດການເປັນຢູ່ ແລະເຮັດວຽກຢູ່ Abyei. ຍ້ອນແນວນັ້ນ, ທົ່ວກອງຈຶ່ງຕັດສິນໃຈຍົກສູງຈິດໃຈສາມັກຄີ, ແກ້ໄຂຄວາມຫຍຸ້ງຍາກ, ເສີມຂະຫຍາຍຄວາມສາມາດດ້ານວິຊາການ, ມີຫົວຄິດປະດິດສ້າງເພື່ອປະຕິບັດທຸກວຽກງານທີ່ໄດ້ຮັບມອບໝາຍຢ່າງມີໄຊ”.

ທ່ານພັນໂທ ຈິ້ງວັນເກື່ອງ ໃຫ້ຮູ້ວ່າ ພາຍຫຼັງຈັດວາງອຸປະກອນ, ເຄື່ອງຈັກຮັບໃຊ້ໃຫ້ວຽກງານວິຊາສະເພາະແລ້ວ, ທົ່ວກອງໄດ້ກຽມພ້ອມໃຫ້ບັນດາໜ້າທີ່ໃໝ່ຢູ່ຄະນະປະຕິບັດງານ UNISFA. ຕໍ່ໜ້າ, ທົ່ວກອງຈະສຸມໃສ່ການກໍ່ສ້າງ ແລະປັບປຸງຄ້າຍທະຫານ, ເບິ່ງແຍງດູແລ, ປັບປຸງເຂດເພີ່ມພູນຜະລິດຜົນແນໃສ່ຮັບປະກັນແຫຼ່ງຜັກສີຂຽວໃຫ້ທົ່ວກົມກອງເມື່ອຫາກໍ່ມາເຖິງບໍລິເວນ.

ໃນຊຸມມື້ທໍາອິດທີ່ມາຮອດບໍລິເວນ, ກອງຊ່າງແສງເລກ 4 ໄດ້ເລັ່ງສ້າງບ່ອນຢູ່ບ່ອນກິນ, ບ່ອນດໍາເນີນຊີວິດໃຫ້ມີສະຖຽນລະພາບ,  ທັງດໍາເນີນການຜັນຂະຫຍາຍໜ້າທີ່ວິຊາສະເພາະທໍາອິດ. ບັນດາໝວດຊ່າງແສງຂອງກົມກອງໄດ້ເລີ່ມລົງມືສ້າງແຜນການສ້ອມແປງເສັ້ນທາງທີ່ຍຸບຕົວຍ້ອນຝົນຕົກຢູ່ Abyei. ກອງແພດທະຫານໄດ້ສ້າງຕັ້ງສຸກສາລາຂຶ້ນຢ່າງວ່ອງໄວ, ພ້ອມແລ້ວທີ່ຈະໜູນຊ່ວຍດ້ານການແພດບໍ່ພຽງແຕ່ໃຫ້ພະນັກງານ, ພາລະກອນໃນກົມກອງເທົ່ານັ້ນ, ແຕ່ຍັງກະກຽມແຜນງານສົມທົບປິ່ນປົວໃຫ້ປະຊາຊົນຢູ່ທ້ອງຖິ່ນອີກດ້ວຍ. ຜ່ານຜ່າອຸປະສັກດ້ານພາສາເບື້ອງຕົ້ນ, ດ້ວຍຮອຍຍິ້ມທີ່ຍິ້ມແຍ້ມແຈ່ມໃສ, ນາຍທະຫານປະຕິບັດໜ້າທີ່ຂົນຂວາຍປະຊາຊົນໃນກອງຊ່າງແສງເລກ 4 ໄດ້ປະຕິບັດການພົບປະ ແລະລື້ງເຄີຍກັບເດັກນ້ອຍທ້ອງຖິ່ນຢ່າງໄວ, ຮຽນຮູ້ກ່ຽວກັບຄວາມຕ້ອງການ, ແລະໄດ້ລົງສຳຫຼວດບໍລິເວນຊຸມຊົນອາໃສຢູ່ເພື່ອມີແຜນການໜູນຊ່ວຍຢ່າງແທດຈິງ.

ກະເປົ໋າທີ່ທະຫານຊ່າງແສງໝວກເບເລສີຟ້າຫວຽດນາມ ເອົາມານຳ ແມ່ນຄວາມຮູ້ດ້ານວິຊາການ, ວິຊາສະເພາະທີ່ໄດ້ຮັບການປະກອບ, ຝຶກແອບຢູ່ພາຍໃນປະເທດ. 100% ພະນັກງານ, ພາລະກອນຂອງກອງຊ່າງແສງເລກ 4 ໄດ້ຮໍ່າຮຽນ, ຊາບຊຶມກ່ຽວກັບບັນດາຂໍ້ກຳນົດ ຂອງ ສປຊ, ຂອງຄະນະປະຕິບັດງານ, ກົດໝາຍຂອງປະເທດປະຈໍາຖິ່ນ, ຮັບປະກັນຄວາມສາມາດ, ຄວາມຮູ້ ແລະທັກສະຢ່າງຄົບຖ້ວນເພື່ອປະຕິບັດບັນດາໜ້າທີ່ຕ່າງໆຢູ່ບໍລິເວນ.

ທ່ານພັນໂທ ຫງວຽນວັນກົງ ພະນັກງານການເມືອງກອງຊ່າງແສງເລກ 4  ແບ່ງປັນວ່າ: “ພວກຂ້າພະເຈົ້າມາ Abyei ແມ່ນເພື່ອປະຕິບັດໜ້າທີ່ຮັກສາສັນຕິພາບຂອງ ສປຊ, ດ້ວຍຄວາມປາດຖະໜາຢາກແຜ່ຂະຫຍາຍຮູບພາບຫວຽດນາມ ທີ່ຮັກຫອມສັນຕິພາບ, ພາບພົດຂອງ ທະຫານລຸງໂຮ່, ຊາວຫວຽດນາມ ເປັນມິດ ແລະເຕັມໄປດ້ວຍຄວາມເມດຕາຕໍ່ເພື່ອນມິດ, ເພື່ອນຮ່ວມງານສາກົນ”.

ໂດຍ: ເຈິ່ນຮວ່ຽນ