ກ່າວຄຳເຫັນທີ່ພິທີຕ້ອນຮັບ, ທ່ານພັນເອກພິເສດ ມາກດຶກຈ້ອງ, ຮອງຫົວໜ້າກົມຮັກສາສັນຕິພາບຫວຽດນາມ ໄດ້ຊົມເຊີຍກອງຊ່າງແສງ ເລກ 3 ທີ່ໄດ້ປະຕິບັດສໍາເລັດໜ້າທີ່ທີ່ຄະນະປະຕິບັດງານ UNISFA ຢ່າງດີເລີດ; ພ້ອມທັງສະແດງຄວາມຂອບໃຈ ແລະຄວາມພາກພູມໃຈຕໍ່ການປະກອບສ່ວນຂອງກອງຊ່າງແສງ ເລກ 3 ເຂົ້າໃນໜ້າທີ່ມະນຸດສະທຳອັນສູງສົ່ງຂອງສະຫະປະຊາຊາດ, ໄດ້ສ້າງຄວາມປະທັບໃຈອັນດີງາມຕໍ່ກັບກຳລັງຮັກສາສັນຕິພາບທີ່ຄະນະປະຕິບັດງານ, ປະຊາຊົນທ້ອງຖິ່ນ ແລະເພື່ອນມິດສາກົນ.

leftcenterrightdel
ການນຳກົມຮັກສາສັນຕິພາບຫວຽດນາມ ແລະອົງການ, ກົມກອງຈຳນວນໜຶ່ງ ຕ້ອນຮັບກອງຊ່າງແສງ ເລກ 3 ຢູ່ສະໜາມບິນ. ພາບ: qdnd.vn

ໃນອາຍຸການ 1 ປີປະຕິບັດໜ້າທີ່ທີ່ຄະນະປະຕິບັດງານ UNISFA, ກອງຊ່າງແສງ ເລກ 3 ຂອງຫວຽດນາມ ໄດ້ປະຕິບັດສຳເລັດໜ້າທີ່ສຳຄັນຫຼາຍຢ່າງ, ປະກອບສ່ວນຮັບປະກັນການເຄື່ອນໄຫວຢ່າງໝັ້ນຄົງໃຫ້ແກ່ກຳລັງຮັກສາສັນຕິພາບ ແລະຊີວິດການເປັນຢູ່ຂອງປະຊາຊົນ ຢູ່ເຂດ Abyei.

ຍ້ອນມີຄວາມຮັບຜິດຊອບ, ການປະດິດຄິດສ້າງ ແລະການເປັນມືອາຊີບ, ກອງຊ່າງແສງ ເລກ 3 ໄດ້ຢືນຢັນອິດທິພົນຊື່ສຽງ, ຄຸນນະທາດຂອງກຳລັງຊ່າງແສງຫວຽດນາມ ໃນການເຄື່ອນໄຫວຮັກສາສັນຕິພາບຂອງ ສປຊ, ໄດ້ຮັບຈົດໝາຍຍ້ອງຍໍຊົມເຊີຍ, ການຮັບຮູ້ຄວາມມານະພະຍາຍາມໃນການປະຕິບັດສຳເລັດໜ້າທີ່ຈາກການນຳຄະນະປະຕິບັດງານ UNISFA. ຕາມການຕີລາຄາຂອງຄະນະປະຕິບັດງານແລ້ວ, ຜົນການປະຕິບັດໜ້າທີ່ຂອງກອງຊ່າງແສງ ເລກ 3 ຂອງຫວຽດນາມ ໄດ້ສ້າງມາດຕະຖານໃໝ່ໃຫ້ບັນດາກົມກອງຊ່າງແສງຂອງ ສປຊ ທີ່ຄະນະປະຕິບັດງານຕ່າງໆ.

ໂດຍ: ຈາງຫງວຽນ