leftcenterrightdel
ບັນດາຜູ້ແທນຖ່າຍຮູບລວມ. ພາບ: ຫງອັກທື

ດໍາເນີນແຕ່ວັນທີ 23 ກັນຍາ ຫາວັນທີ 17 ຕຸລາ, ຊຸດຝຶກອົບຮົມໄດ້ຜັນຂະຫຍາຍເປັນ 3 ໄລຍະ, ຄື: ການຝຶກອົບຮົມທິດສະດີດ້ວຍເນື້ອໃນຂໍ້ກຳນົດຂອງ ສປຊ, ຝຶກອົບຮົມທັກສະຂະແໜງການສະເພາະຂອງນັກສັງເກດການທະຫານ, ຝຶກອົບຮົມການປະຕິບັດຕົວຈິງສັງລວມ. ຜ່ານນັ້ນແນໃສ່ປະກອບຄວາມຮູ້, ທັກສະການປະຕິບັດໜ້າທີ່ນັກສັງເກດການທະຫານ ສປຊ ໃຫ້ແກ່ນາຍທະຫານຂອງກອງທັບປະຊາຊົນຫວຽດນາມ ແລະກອງທັບປະຊາຊົນລາວ ເພື່ອພ້ອມແລ້ວທີ່ຈະຜັນຂະຫຍາຍການປະຕິບັດໜ້າທີ່ ຢູ່ຄະນະປະຕິບັດງານຮັກສາສັນຕິພາບ ສປຊ ໃນຖານະຕຳແໜ່ງເປັນນັກສັງເກດການທະຫານ ແລະບັນດາຕໍາແໜ່ງທີ່ກ່ຽວຂ້ອງ. ຊຸດຝຶກອົບຮົມຊ່ວຍຍົກສູງຄວາມສາມາດເປັນເຈົ້າຕົນເອງດ້ານວິຊາການໃນການຈັດຕັ້ງຊຸດຝຶກອົບຮົມຢ່າງເລິກເຊິ່ງກ່ຽວກັບການຮັກສາສັນຕິພາບ ສປຊ, ພ້ອມທັງປະກອບສ່ວນເພີ່ມທະວີການພົວພັນມິດຕະພາບ ແລະການຮ່ວມມືລະຫວ່າງຫວຽດນາມ ກັບລາວ, ເຢຍລະມັນ ໃນຂົງເຂດຮັກສາສັນຕິພາບ ສປຊ.

ເຂົ້າຮ່ວມການສິດສອນ ແມ່ນອາຈານທີ່ມີປະສົບການຂຶ້ນກັບກົມຮັກສາສັນຕິພາບຫວຽດນາມ, ວິທະຍາຄານການແພດທະຫານ ແລະອາຈານສາກົນ ຂຶ້ນກັບສູນຝຶກອົບຮົມຮັກສາສັນຕິພາບສະຫະພັນເຢຍລະມັນ, ນັກຊ່ຽວຊານຂຶ້ນກັບສະຫະພາບເອີລົບ (ອີຢູ) ໜູນຊ່ວຍດ້ານເຕັກນິກ ຢູ່ກົມຮັກສາສັນຕິພາບຫວຽດນາມ. ຊຸດຝຶກອົບຮົມ ໄດ້ມີການເຂົ້າຮ່ວມຂອງນັກສໍາມະນາກອນກອງທັບປະຊາຊົນຫວຽດນາມ 25 ຄົນ ແລະນັກສໍາມະນາກອນກອງທັບປະຊາຊົນລາວ 5 ຄົນ.

ໂດຍ: ເຈິ່ນຮວ່ຽນ